ກົມໂຄສະນາ ແລະ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ປຶກສາຫາລືວຽກງານການຄຸ້ມຄອງເວັບໄຊ
ໃນວັນທີ 20 ກຸມພາ 2025 ທີ່ຫ້ອງປະຊຸມຊັ້ນ 4 ຄະນະໂຄສະນາອົບຮົມສູນກາງພັກ ກົມໂຄສະນາ ແລະ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມໄດ້ຄົ້ນຄວ້າປຶກສາຫາລືກັນກ່ຽວກັບການຄຸ້ມຄອງນຳໃຊ້ເວັບໄຊຂອງກົມໂຄສະນາໃນອະນາຄົດ ເຂົ້າຮ່ວມມີ ທ່ານ ພູວັນ ສຸວັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ທ່ານ ບົວວົງ ພົມພັກດີ ຮອງຫົວໜ້າກົມໂຄສະນາ ພ້ອມດ້ວຍພະນັກງານວິຊາການພະແນກກ່ຽວຂ້ອງຂອງທັງສອງກົມ.
ໃນພິທີ ທ່ານ ບົວວົງ ພົມພັກດີ ຮອງຫົວໜ້າກົມໂຄສະນາ ໄດ້ກ່າວຈຸດປະສົງໃນການປຶກສາຫາລືຫຼັງຈາກນັ້ນ ສອງຝ່າຍໄດ້ລົງເລິກແລກປ່ຽນກ່ຽວກັບການເຄື່ອນໄຫວຄຸ້ມຄອງເວັບໄຊຂອງວາລະສານໂຄສະນາ ເປັນຕົ້ນແມ່ນຂອດການຈັດສັນບຸກຄະລະກອນໃນການຕິດຕາມກວດກາເວັບໄຊໃຫ້ເປັນປະຈຳ, ການອັບເດດເວັບໄຊເພື່ອຮັບປະກັນການອອນລາຍໃຫ້ມີຄວາມສະຖຽນລະພາບ, ການປຶກສາຫາລືເປັນຄັ້ງນີ້ທັງສອງຝ່າຍໄດ້ມີຄວາມເປັນເອກະພາບຕົກລົງເຫັນດີໃຫ້ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມໃຫ້ການຊ່ວຍພັດທະນາເວັບໄຊທີ່ອອນລາຍໃນປັດຈຸບັນໃຫ້ເປັນເວິຊັ່ນໃໝ່, ພ້ອມທັງສະເໜີໃຫ້ທີມງານ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ບຳລຸງຍົກລະດັບໃຫ້ຜູ້ຮັບຜິດຊອບເວັບໄຊວາລະສານໂຄສະນາດ້ວຍຫຼາຍຮູບການ.
ນອກຈາກນັ້ນ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຍັງໄດ້ສະເໜີຜູ້ຮັບຜິດຊອບເວັບໄຊວາລະສານໂຄສະນາ ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານປະຈຳໄຕຂອງກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມທີ່ຈັດຂຶ້ນເພື່ອແລກປ່ຽນບົດຮຽນກ່ຽວກັບການປັບປຸງ ແລະ ພັດທະນາເວັບໄຊຂອງຕົນກັບນຳບັນດາແຂວງທົ່ວປະເທດໃນທຸກໆໄຕມາດຢ່າງເປັນປົກກະຕິ.