ກະຊວງ ເຕັກໂນໂລຊີ ແລະ ການສື່ສານຈັດກອງປະຊຸມເຜີຍແຜ່ກ່ຽວກັບຄວາມຮູ້ພື້ນຖານການຫັນເປັນດິຈິຕອນ ໃຫ້ແກ່ພະນັກງານ ຂອງຄະນະໂຄສະນາອົບຮົມສູນກາງພັກ

ກະຊວງ ເຕັກໂນໂລຊີ ແລະ ການສື່ສານຈັດກອງປະຊຸມເຜີຍແຜ່ກ່ຽວກັບຄວາມຮູ້ພື້ນຖານການຫັນເປັນດິຈິຕອນ ໃຫ້ແກ່ພະນັກງານ ຂອງຄະນະໂຄສະນາອົບຮົມສູນກາງພັກ

ກະຊວງເຕັກໂນໂລຊີ ແລະ ການສື່ສານ(ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ) ໄດ້ເປີດກອງປະຊຸມເຜີຍແຜ່ ກ່ຽວກັບຄວາມຮູ້ພື້ນຖານການຫັນເປັນດິຈິຕອນ ໃຫ້ແກ່ພະນັກງານຂອງຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນໃນຕອນເຊົ້າວັນທີ 03 ມີນາ 2025, ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມສູນກາງພັກ ນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານເປີດພິທີ ໂດຍ ສະຫາຍ ໄຊລືຊາ ອິນສີຊຽງໃໝ່ ຄະນະປະຈຳພັກ, ຮອງລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ສະຫາຍ ນາງ ວິລະວອນ ພັນທະວົງ, ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຫົວໜ້າຫ້ອງການ, ຫົວໜ້າກົມ, ຫົວໜ້າບັນນາທິການ ແລະ ນັກສຳມະນາກອນ ຈາກ ຄອສພ, ນັກວິທະຍາກອນ ແລະ ຄະນະຮັບຜິດຊອບ ຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ, ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ເຂົ້າຮ່ວມຈໍານວນ 80 ກວ່າທ່ານ.

ຈຸດປະສົງຂອງກອງປະຊຸມສຳມະນາຄັ້ງນີ້ ແມ່ນເພື່ອເປັນການຍົກລະດັບຄວາມຮັບຮູ້ ຄວາມເຂົ້າໃຈທາງດ້ານການຫັນເປັນດິຈິຕອນ, ການແນະນຳການນຳໃຊ້ເຄື່ອງມືດິຈິຕອນ ໃນການສ້າງ ແລະ ບໍໍລິຫານຈັດການຂໍ້ມູນດິຈິຕອນ, ຄວາມປອດໄພທາງດ້ານໄຊເບີ, ແຜນການພັດທະນາບຸກຄະລາກອນ ເພື່ອກຽມຄວາມພ້ອມ ຂອງໄລຍະການພັດທະນາໃນຍຸກດິຈິຕອນ, ສ້າງຄວາມເຂັ້ມແຂງໃຫ້ກັບພະນັກງານຂອງຄະນະໂຄສະນາອົບຮົມສູນກາງພັກ ໃນວຽກງານການບໍລິຫານ ແລະ ການບໍລິການລັດດິຈິຕອນ ພ້ອມທັງເປັນການຜັນຂະຫຍາຍຍຸດທະສາດການຫັນເປັນດິຈິຕອນ, ການພັດທະນາຊັບພະຍາກອນມະນຸດດ້ານດິຈິຕອນ ແລະ ບັນດານິຕິກຳກ່ຽວກັບການຫັນເປັນດິຈິຕອນ ຂອງ ສປປ ລາວ.

ໃນໂອກາດກ່າວເປີດພິທີ ທ່ານ ຮອງລັດຖະມົນຕີ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງການຫັນເປັນດິຈິຕອນ ຂອງ ສປປ ລາວ ເພື່ອຊ່ວຍໃນການຂັບເຄື່ອນການພັດທະນາເສດຖະກິດສັງຄົມ ຂອງ ສປປ ລາວ ໂດຍສະເພາະການຍົກສູງທາງດ້ານຄວາມຮູ້ຄວາມສາມາດ ໃນຍຸກການປະຕິວັດອຸດສາຫະກໍາ 4.0 ຊຶ່ງເປັນຍຸກທີ່ເຕັກໂນໂລຊີດິຈິຕອນໄດ້ມີບົດບາດ ແລະ ແຜ່ຂະຫຍາຍໄປທົ່ວໂລກ. ການນຳໃຊ້ສື່ສັງຄົມອອນລາຍ ປຽບດັ່ງມີດສອງຄົມ ທີ່ຕິດພັນກັບການດໍາລົງຊີວິດຂອງມວນມະນຸດເຮົາໃນປັດຈຸບັນ, ເພາະວ່າເຕັກໂນໂລຊີດັ່ງກ່າວນີ້ເປັນແຮງຊຸກດັນ ໃຫ້ການພັດທະນາເສດຖະກິດ-ສັງຄົມຂະຫຍາຍຕົວຢ່າງແຂງແຮງ, ເປັນເຄື່ອງມືເຊື່ອມໂຍງເຊື່ອມຈອດ ລະຫວ່າງບັນດາປະເທດໃນພາກພື້ນ ແລະ ໃນໂລກ, ແຕ່ຄຽງຄູ່ກັນນັ້ນ ກໍ່ສ້າງບັນຫາຫຼາຍຢ່າງໃຫ້ແກ່ວຽກງານການເມືອງ-ແນວຄິດ, ວຽກງານ ປກສ-ປກຊ ແລະ ການຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ. ເພື່ອສົ່ງເສີມວຽກງານການຫັນເປັນດິຈິຕອນ ໃຫ້ສາມາດເຕີບໃຫຍ່ຂະຫຍາຍຕົວຢ່າງໜັກແໜ້ນ ໃນຂອບເຂດທົ່ວປະເທດ, ໂດຍສະເພາະແມ່ນການພັດທະນາ ແລະ ນຳໃຊ້ ເຕັກໂນໂລຊີດິຈິຕອນ ຢູ່ສູນກາງ ຈົນຮອດທ້ອງຖິ່ນ ໃຫ້ສາມາດຕອບສະໜອງຄວາມຕ້ອງການຂອງສັງຄົມ ແລະ ປະຊາຊົນ ໄດ້ຢ່າງສະດວກວ່ອງໄວ, ຖືກຕ້ອງ ແລະ ໂປ່ງໃສນັ້ນ ພວກເຮົາຈະຕ້ອງຕັດສິນໃຈຫັນປ່ຽນຈິນຕະນາການ ແລະ ແບບແຜນວິທີເຮັດວຽກແບບທັນສະໄໝ ແນ່ໃສ່ຊຸກຍູ້ໃຫ້ເສດຖະກິດມີທາງອ່ຽງພັດທະນາຂື້ນໂດຍໄວ ແລະ ກ້າວໄປເຖິງການນຳໃຊ້ເຕັກໂນໂລຊີດິຈິຕອນ ໃນການຜະລິດ ແລະ ການບໍລິການ ເພື່ອສ້າງພື້ນຖານເສດຖະກິດໃຫ້ໝັ້ນຄົງ.  ໃນໂອກາດດັ່ງກ່າວ ກະຊວງເຕັກໂນໂລຊີ ແລະ ການສື່ສານໄດ້ມອບຄອມພິວເຕີຈຳນວນ 5 ຊຸດ ລວມມູນຄ່າ 62,500,000 ກີບ; ກອງປະຊຸມເຜີຍແຜ່ຄັ້ງນີ້ຈະໄດ້ດໍາເນີນໄປເປັນເວລາ 03 ວັນ ຈຶ່ງຈະສໍາເລັດ.

ບົດຂ່າວ: ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ