ຫລັກການພື້ນຖານຂອງອາຊຽນ:

ຫລັກການພື້ນຖານຂອງອາຊຽນ

ອາຊຽນຖືວ່າເປັນອົງການຈັດຕັ້ງທີ່ຢຶດຫມັ້ນໃນຫລັກການຂອງຄວາມ ປານີປານອມ, ການຜ່ອນສັ້ນຜ່ອນຍາວ ແລະ ດວ້ຍຄວາມສະຫມັກໃຈຂອງບັນດາ ປະເທດສະມາຊິກເປັນຕົ້ນຕໍ, ໃນການຕັດສິນໃຈ ຫລື ການຕົກລົງບັນຫາໃດຫນຶ່ງແມ່ນ ອີງໃສ່ຫລັກການຂອງການປຶກສາຫາລືລະຫວ່າງປະເທດສະມາຊິກເພື່ອໃຫ້ບັນລຸໄດ້ ເຖິງຄວາມເປັນເອກະສັນ, ສິ່ງສໍາຄັນທີ່ສຸດແມ່ນການຫລີກລຽງການອ້າງສິດ ຫລື ການແຊກແຊງເຂົ້າໃນກິດຈະການພາຍໃນຂອງກັນ ແລະ ກັນ ໂດຍສະເພາະແມ່ນ ທາງດ້ານການເມືອງ ແລະ ຄວາມຫມັ້ນຄົງເຊິ່ງຮູ້ກັນໂດຍທົ່ວໄປກໍ່ຄື: ວິຖີທາງອາ ຊຽນ ຫລື ASEAN WAY ຫມາຍຄວາມວ່າ ຮ່ວມມືກັນໂດຍປັດສະຈາກການໃຊ້ ຄວາມຮຸນແຮງຕໍ່ກັນ, ເຖິງແມ່ນວ່າ ແຕ່ລະປະເທດສະມາຊິກອາຊຽນຈະມີຄວາມ ແຕກຕ່າງກັນໃນດ້ານໂຄງສ້າງທາງການເມືອງ, ເສດຖະກິດ, ສັງຄົມ ແລະ ວັດທະນະທຳກໍຕາມ. ສະນັ້ນ, ເພື່ອເຮັດໃຫ້ວັດຖຸປະສົງທີ່ກ່າວມາຂ້າງເທິງຖືກ ນໍາໄປຈັດຕັ້ງຜັນຂະຫຍາຍຢ່າງເປັນຮູບປະທຳ, ບັນດາປະເທດສະມາຊິກອາຊຽນ ຈິ່ງໄດ້ຢືນຢັນ ແລະ ຢຶດໝັ້ນໃນຫລັກການດັ່ງຕໍ່ໄປນີ້:

  1. ການເຄົາລົບເອກະລາດ, ອະທິປະໄຕ, ຄວາມສະເຫມີພາບ, ຜືນແຜ່ນດີນ ອັນຄົບຖວັນ ແລະ ເອກະລັກຂອງປະເທດສະມາຊິກອາຊຽນທັງປວງ.
  2. ມີຄວາມຜູກພັນ ແລະ ມີຄວາມຮັບຜິດຊອບຮວມກັນໃນການປົກປັກຮັກສາ ສັນຕິພາບ, ຄວາມ ຫມັ້ນຄົງ ແລະ ຄວາມສົມບູນພູນສຸກຂອງພາກພື້ນ
  3. ການບໍ່ໃຊ້ການຮຸກຮານ ແລະ : ການນາບຂູ່ທີ່ຈະໃຊ້ ຫລື ການໃຊ້ກຳລັງ ຫລື ການກະທໍາອື່ນໃດໃນລັກສະນະທີ່ຂັດຕໍ່ກົດຫມາຍສາກົນ.
  4. ການແກ້ໄຂຂໍ້ຂັດແຍ່ງ ໂດຍສັນຕິວິທີ
  5. ການບໍ່ແຊກແຊງກິດຈະການພາຍໃນຂອງປະເທດສະມາຊິກອາຊຽນ
  6. ການເຄົາລົບສິດທິຂອງປະເທດສະມາຊິກໃນການດໍາລົງຄົງໂຕຂອງຕົນ ໂດຍປັດສະຈາກການແຊກແຊງ, ການທໍາລາຍ ແລະ ການປິບບັງຄັບຈາກພາຍນອກ, ການປຶກສາຫາລືທີ່ເພີ່ມພູນຂື້ນໃນເລື່ອງທີ່ມີຜົນກະທົບ ຢ່າງຮ້າຍແຮງຕໍ່ຜົນປະໂຫຍດຮ່ວມກັນຂອງອາຊຽນ.
  7. ການຢຶດຫມັ້ນໃນຫລັກນິຕິທໍາ, ການປົກຄອງທ ີ່ດີ, ຫລັກການ ປະຊາທິປະໄຕ ແລະ ລັດຖະ ບານຕາມລັດຖະທຳມະນູນ
  8. ການເຄົາລົບເສລີພາບຂັ້ນພື້ນຖານ, ການສົ່ງເສີມ ແລະ ຄຸ້ມຄອງສິດທິ ມະນຸດ ແລະ ການສົ່ງເສີມຄວາມຍຸຕິທໍາໃນສັງຄົມ
  9. ການຢຶດຫມັ້ນໃນກົດບັດສະຫະປະຊາຊາດ ແລະ ກົດຫມາຍສາກົນລວມ ທັງກົດຫມາຍມະນຸດ ສະທຳສາກົນທີ່ປະເທດສະມາຊິກໃຫ້ການຍອມຮັບ
  10. ການລະເວັ້ນຈາກການມີສວນຮວມໃນນະໂຍບາຍ ຫລື ກິດຈະກຳຕ່າງໆ ລວມທັງການນໍາໃຊ້ດິນແດນຂອງຕົນທີ່ດຳເນີນການໂດຍປະເທດ ສະມາຊິກອາຊຽນ ຫລື ບໍ່ແມ່ນສະມາຊິກ ທີ່ເປັນໄພຂົ່ມຂູ່ອະທິປະໄຕ, ຜືນ ແຜ່ນດິນ ຫລື ສະຖຽນລະພາບທາງການເມືອງ ແລະ ເສດຖະກິດຂອງ ລັດສະມາຊິກອາຊຽນ

11. ການເຄົາລົບໃນວັດທະນະທຳ, ພາສາ ແລະ ສາສະຫນາທີ່ແຕກຕ່າງ ຂອງອາຊຽນໂດຍຖືເອົາຄຸນຄ່າຮວມກັນຂອງປະຊາຄົມອາຊຽນໃນຈິດໃຈ ຂອງຄວາມເປັນເອກະພາບທີ່ມີຄວາມຫລາກຫລາຍ

  1. ຄວາມເປັນສູນລວມຂອງອາຊຽນໃນການພົວພັນກັບພາຍນອກທາງດ້ານ ການເມືອງ, ເສດຖະ ກິດ, ສັງຄົມ ແລະ ວັດທະນະທຳໂດຍຮັກສາໄວ້ໃນ ການມີສ່ວນຮ່ວມທີ່ແຂງແຮງໃນການເບິ່ງໄປຂ້າງນອກ, ການບໍ່ປິດກັ້ນ.

ແລະ ການບໍ່ເລືອກປະຕິບັດ ແລະ ການຢຶດຫມັ້ນໃນກົດລະບຽບການຄ້າ ແບບຫລາຍຝ່າຍ ຫລື ແບບພະຫຸພາຄີ ແລະ ລະບອບລະບຽບການ ອາຊຽນເຊິ່ງເປັນກົດລະບຽບພື້ນຖານສໍາລັບການປະຕິບັດຕາມຂໍ້ຜູກພັນ ທາງເສດຖະກິດຢ່າງມີປະສິດພາບ ແລະ ການຫລຸດຜອນເທື່ອລະກ້າວ ເພື່ອກ້າວໄປສູ່ການກຳຈັດສິ່ງກີດ ຂວາງຕ່າງໆຕໍ່ການລວມໂຕກັນທາງ ເສດຖະກິດພາກພື້ນທີ່ຂັບເຄື່ອນໂດຍກົນໄກຕະຫລາດ.

ນອກຈາກນີ້, ອາຊຽນຍັງມີຫລັກການອີກຈໍານວນໜຶ່ງທີ່ນໍາໃຊ້ເພື່ອເປັນ ພື້ນຖານໃຫ້ແກ່ການພົວ ພັນຮ່ວມມືກັບບັນດາປະເທດຄູ່ເຈລະຈາ ແລະ ຫລັກການ ດັ່ງກ່າວນັ້ນໄດ້ກຳນົດໄວ້ຢູ່ໃນກົດບັດອາຊຽນ ຄືດັ່ງ ຕໍ່ໄປນີ້:

  1. ເຄົາລົບເອກະລາດ, ອະທິປະໄຕ, ຄວາມສະເຫນີພາບ, ຜືນແຜ່ນດິນອັນຄົບ ຖ້ວນ ແລະເອກະລັກ ແຫ່ງຊາດຂອງທຸກປະເທດສະມາຊິກອາຊຽນ, ບໍ່ແຊກແຊງ ເຂົ້າໃນກິດຈະການພາຍໃນຂອງກັນ ແລະ ກັນ ແລະ ແກ້ໄຂບັນຫາ ໂດຍສັນຕິວິທີ.
  2. ມີພັນທະ ແລະຄວາມຮັບຜິດຊອບຮ່ວມກັນ ໃນການສົ່ງເສີມສັນຕິພາບ, ຄວາມຫມັ້ນຄົງ ແລະຄວາມວັດທະນາຖາວອນຂອງພາກພື້ນ.
  3. ບໍ່ຮຸກຮານ, ຂົ່ມຂູ່ ຫລື ໃຊ້ກຳລັງ ຫລື ການກະທໍາທຸກຮູບແບບທີ່ບໍ່ ສອດຄ່ອງກັບກົດຫມາຍສາກົນ.
  4. ເຄົາລົບສິດຂອງແຕ່ລະປະເທດໃນການດຳລົງຄົງຕົວ ໂດຍປາສະຈາກ ການແຊກແຊງ, ການໂຄ່ນລົ້ມ ແລະ ການປິບບັງຄັບຈາກພາຍນອກ. ການປັບບັງຄັບຈາ
  5. ຢຶດໝັ້ນຫລັກການປົກຄອງດ້ວຍກົດຫມາຍ, ການປົກຄອງທີ່ດີ, ຫລັກການ ປະຊາທິປະໄຕ ແລະ ລັດຖະບານທີ່ຖືກ ຕ້ອງຕາມລັດຖະທຳມະນູນ.
  6. ເຄົາລົບສິດທິຂັ້ນພື້ນຖານ, ສົ່ງເສີມ ແລະ ປົກປ້ອງສິດທິມະນຸດ ແລະ ຄວາມຍຸດຕິທໍາໃນສັງຄົມ.
  7. ລະເວັ້ນຈາກການມີສ່ວນຮ່ວມໃນການດໍາເນີນນະໂຍບາຍ ຫລື ກິດຈະກຳ ໃດໆ, ລວມທັງການນໍາ ໃຊ້ດິນແດນ ຂອງຕົນໂດຍປະເທດສະມາຊິກອາຊຽນ ຫລື ປະເທດທີ່ບໍ່ແມ່ນສະມາຊິກອາຊຽນ ຫລື ຜູ້ກະ ທຳທີ່ບໍ່ແມ່ນປະເທດໃດໆໜຶ່ງ ເປັນ ໄພຂົ່ມຂູ່ຕໍ່ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ຫລື ສະຖຽນ ລະພາບທາງດ້ານ ການເມືອງ ແລະ ເສດຖະກິດ ຂອງບັນດາປະເທດສະມາຊິກອາຊຽນ.
  8. ເຄົາລົບວັດທະນະທຳ, ພາສາ ແລະ ສາສະໜາທີ່ແຕກຕ່າງກັນຂອງ ປະຊາຊົນອາຊຽນ, ໃນຂະນະດຽວກັນ, ກໍຍົກສູງຄ່ານິຍົມບົນພື້ນຖານຈິດໃຈແຫ່ງ ຄວາມເປັນເອກະພາບ, ທ່າມກາງຄວາມຫລາກຫລາຍໃນອາຊຽນ.
  9. ຢຶດໝັ້ນຄວາມເປັນແກນກາງຂອງອາຊຽນໃນການພົວພັນຮ່ວມມືກັບພາຍ ນອກ, ຮັກສາທັດສະນະ ແຫ່ງການ ມີສ່ວນ ຮ່ວມຢ່າງຫ້າວຫັນ, ການເບິ່ງໄປຂ້າງ ຫນ້າ, ການເປີດກ້ວາງ ແລະ ບໍ່ແບ່ງແຍກ.
  10. ສົ່ງເສີມ ການປຶກສາຫາລືບັນຫາທີ່ສົ່ງຜົນກະທົບຕໍ່ສິດຜົນປະໂຫຍດລວມ ຂອງອາຊຽນ:
  11. ແກ້ໄຂບັນຫາໂດຍສັນຕິວິທີ:
  12. ບໍ່ແຊກແຊງເຂົ້າໃນກິດຈະການພາຍໃນ:
  13. ຢຶດຫມັ້ນ ກົດບັດສະຫະປະຊາຊາດ & ກົດຫມາຍສາກົນ.
  14. ເພື່ອສ້າງຕະຫລາດ ແລະ ຖານການຜະລິດຫນຶ່ງດຽວທີ່ມີສະຖຽນລະ ພາບ, ຄວາມຫມັ້ນຄົງ ແລະ ມີຄວາມສາມາດໃນການແຂ່ງຂັນສູງ ແລະ ມີ ການລວມໂຕກັນທາງເສດຖະກິດເຊິ່ງມີການອໍານວຍຄວາມສະດວກທາງການຄ້າ ແລະ ການລົງທຶນຢ່າງມີປະສິດທິພາບໂດຍມີການເຄື່ອນຍ້າຍສິນຄ້າ, ການ ບໍລິການ ການລົງທຶນຢ່າງເສລີ, ການເຄື່ອນຍ້າຍທີ່ໄດ້ຮັບຄວາມສະດວກຂອງ ນັກທຸລະກິດ, ຜູ່ປະກອບການ, ຜູ່ມີຄວາມສາມາດພິເສດ, ແຮງງານ ແລະ ການ ເຄື່ອນຍ້າຍຢ່າງເສລີຍິ່ງຂື້ນຂອງເງິນທຶນເພື່ອຫລຸດຜ່ອນຄວາມທຸກຍາກ ແລະ ຫລຸດຜ່ອນ ຊອງຫວ່າງການພັດທະນາໃນອາຊຽນຜ່ານການຊວຍເຫລືອເຊິ່ງກັນ ແລະ ກັນ ແລະ ຮວມມືກັນເພື່ອເສີມສ້າງປະຊາທິປະໄຕ, ການປົກຄອງທີ່ດີ ແລະ ຫລັກນິຕິທໍາຕະຫລອດຮອດການສົ່ງເສີມ ແລະ ຄຸ້ມຄອງສິດທິມະນຸດ ເສລີພາບຂັ້ນພື້ນຖານ ໂດຍຄໍານຶງເຖິງສິດທິ ແລະ ຫນ້າທີ່ຂອງປະເທດສະມາຊິກ ແລະ ອາຊຽນເພື່ອປະເສີນຫນ້າຢ່າງມີປະສິດທິພາບຕາມຫລັກຄວາມໝັ້ນຄົງທີ່ຄວບຄຸມ ຮອບດ້ານຕໍ່ກັບສິ່ງທ້າຍທາຍໃນທຸກຮູບແບບ, ອາດຊະຍາກຳຂ້າມຊາດ, ສິ່ງທ້າ ທາຍຂ້າມຊາຍແດນ ແລະ ອື່ນໆ.
  15. ເພື່ອສະຫນັບສະຫນູນການພັດທະນາແບບຍືນຍົງເພື່ອເຮັດໃຫ້ແນ່ໃຈວ່າມີ ການຄຸ້ມຄອງສະພາບແວດລອ້ມໃນພາກພື້ນ, ຄວາມຍືນຍົງຂອງທຳມະຊາດ ໃນພາກພື້ນ, ການອານຸລັກຮັກສາມໍລະດົກທາງວັດທະນະທໍາໃນພາກພື້ນ ແລະ ຄຸນນະພາບຊີວິດຂອງປະຊາຊົນໃນພາກພື້ນ.
  16. ເພື່ອພັດທະນາຊັບພະຍາກອນມະນຸດໂດຍຜ່ານການຮ່ວມມືທີ່ໄກ້ຊິດຍິ່ງຂຶ້ນໃນດ້ານການສຶກສາ ແລະ ການຮຽນຮູ້ຕະຫຼອດຊີວິດ, ວິທະຍາສາດ ແລະ ເຕັກໂນໂລຊີເພື່ອເພີ່ມພະລັງຂອງປະຊາຊົນ ແລະ ເສີມສ້າງຄວາມເຂັ້ມແຂງຂອງປະຊາຄົມອາຊຽນ.
  17. ເພື່ອເພີ່ມພູນຄວາມຢູ່ດີກິນດີ ແລະ ການດຳລົງ ແລະ ການດໍາລົງຊີວິດຂອງປະຊາຊົນ ອາຊຽນດວ້ຍການໃຫ້ປະຊາຊົນມີໂອກາດທີ່ເທົ່າທຽມກັນໃນການເຂົ້າເຖິງ ການພັດທະນາຊັບພະຍາກອນມະນຸດ, ສະຫວັດດີສັງຄົມ ແລະ ຄວາມຍຸຕິທຳ.
  18. ເພື່ອເສີມສ້າງຄວາມຮ່ວມມືໃນການສ້າງສະພາບແວດລ້ອມທີ່ປອດໄພ. ຫມັ້ນຄົງ ແລະ ປັດສະຈາກຢາເສບຕິດສໍາລັບປະຊາຊົນອາຊຽນ ເພື່ອເສີມສ້າງ ອາຊຽນທີ່ມີປະຊາຊົນເປັນສູນກາງເຊິ່ງທຸກພາກສ່ວນຂອງສັງຄົມໄດ້ຮັບການ ສົ່ງເສີມໃຫ້ມີສ່ວນຮ່ວມ ແລະ ໄດ້ຮັບຜົນປະໂຫຍດຈາກຂະບວນການການລວມ ໂຕ ແລະ ການສ້າງປະຊາຄົມຂອງອາຊຽນ
  19. ເພື່ອສົ່ງເສີມອັດຕະລັກຂອງອາຊຽນດວ້ຍການສົ່ງເສີມຄວາມສຳນຶກ ເຖິງຄວາມຫລາກຫລາຍທາງດ້ານວັດທະນະທຳ ແລະ ມໍລະດົກຂອງພາກພື້ນຍິ່ງ ຂື້ນ ແລະ ເພື່ອຮັກສາໄວ້ຄວາມເປັນສູນລວມ ແລະ ບົດບາດທີ່ຕັ້ງຫນ້າຂອງ ອາຊຽນໃນຖານະເປັນພະລັງຂັບເຄື່ອນພື້ນຖານຂອງການພົວພັນ ແລະ ການຮ່ວມ ມີລະຫວ່າງອາຊຽນກັບປະເທດນອກພາກພື້ນທີ່ມີຄວາມໂປ່ງໃສ ແລະ ບໍ່ປິດກັ້ນ.”
    ທີ່ມາ: ປຶ້ມປະຫວັດສາດວຽກງານການຕ່າງປະເທດຂອງກອງທັບປະຊາຊົນລາວ 1945-2015