ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຈັດກອງປະຊຸມສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີ-ຂໍ້ມູນຂ່າວສານ (ເວັບໄຊ) ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ ປະຈຳໄຕມາດ III (7.8.9/2025).


ໃນຕອນເຊົ້າຂອງ ວັນທີ 04 ກັນຍາ 2025, ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຈັດກອງປະຊຸມສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີ-ຂໍ້ມູນຂ່າວສານ(ເວັບໄຊ)ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ ປະຈຳໄຕມາດ III (7.8.9/2025) ທີ່ຫ້ອງປະ ຊຸມທາງໄກ ຊັ້ນ 4 ໂດຍການເປັນປະທານ ແລະ ກ່າວເປີດກອງປະຊຸມຂອງ ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວ ສານ ແລະ ຝຶກອົບຮົມ, ເຂົ້າຮ່ວມມີ: ທ່ານ ນາງ ພວງມະນີ ອັກຄະມຸນຕີ ກໍາມະການຄະນະພັກ ຫົວໜ້າກົມຈັດຕັ້ງພະນັກງານ, ທ່ານ ພູວັນ ສຸວັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ມີຄະນະນໍາ, ຮອງຫົວໜ້າຄະນະໂຄສະນາອົບຮົມບັນດາແຂວງ, ຜູ້ຊີ້ນໍາວຽກງານເວັບໄຊສ, ຫົວຫນ້າຂະແໜງການ, ຮອງຫົວຫນ້າຂະແໜງການ, ຄະນະຮັບຜິດຊອບວຽກງານເວັບໄຊສ ຂອງ ຄອຮ.ຂ ແລະ ພະນັກງານພາຍໃນພະແນກເຕັກໂນໂລຊີ-ຂໍ້ມູນຂ່າວສານ ຄອສພ.

ໃນພິທີ ທ່ານ ພູວັນ ສຸວັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ກ່າວຈຸດປະສົງຂອງກອງປະຊຸມຄັ້ງນີ້ຫຼັງຈາກນັ້ນໄດ້ສະເໜີໃຫ້ຄະນະໂຄສະນາອົບຮົມແຕ່ລະແຂວງສ່ອງແສງລາຍງານສະພາບລວມໃນການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ (ເວັບໄຊ) ປະຈໍາໄຕມາດ III ແລະ ທິດທາງແຜນການໃນຕໍ່ໜ້າແນ່ໃສ່ເພື່ອເຮັດໃຫ້ການເຄື່ອນໄຫວປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊ) ຂອງຄະນະໂຄສະນາອົບຮົມແຂວງໃນທົ່ວປະເທດກາຍເປັນເສນາທິການໃນການໂຄສະນາເຜີຍແຜ່ແນວທາງຂອງພັກ, ມະຕິ, ຄໍາສັ່ງທັງສະໜອງຂໍ້ມູນຂ່າວສານທີ່ສໍາຄັນໃຫ້ແກ່ການນໍາຂັ້ນແຂວງ, ຂັ້ນເມືອງຂອງຕົນ ໃຫ້ມີຄວາມວ່ອງໄວທັນກັບສະພາບການສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານການເມືອງ-ແນວຄິດໃນໄລຍະໃໝ່, ນອກນັ້ນ ຍັງໄດ້ພ້ອມກັນປຶກສາຫາລືແລກປ່ຽນບົດຮຽນໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານເວັບໄຊຂອງ ບັນດາຄະນະໂຄສະນາອົບຮົມແຂວງ ທົ່ວປະເທດໃຫ້ມີຄວາມສະຖຽນລະພາບ, ວ່ອງໄວ ແລະ ມີຄຸນນະພາບສູງ; ແລກປ່ຽນ ແລະ ຮັບຟັງການລາຍງານສະພາບການປັບປຸງກົງຈັກການຈັດຕັ້ງ ຂອງບັນດາຄະນະໂຄສະນາອົບຮົມແຂວງ ທົ່ວປະເທດ ເພື່ອແນ່ໃສ່ຄວາມ ຄວາມເປັນເອກະພາບໃນການປັບປຸງຊັບຊ້ອນໃຫ້ແທດເໝາະກັບຕົວຈິງ.

ໃນໂອກາດດັ່ງກ່າວ ທ່ານ ນາງ ພວງມະລີ ອັກຄະມຸນຕີ ກໍາມະການຄະນະພັກ ຫົວໜ້າກົມຈັດຕັ້ງພະນັກງານ ໄດ້ອະທິບາຍ ແລະ ເນັ້ນໜັກຕື່ມໃນການປັບປຸງກົງຈັກການຈັດຕັ້ງ ຂອງບັນດາຄະນະໂຄສະນາອົບຮົມແຂວງທົ່ວປະເທດ ເປັນຕົ້ນແມ່ນການກຳນົດຕໍາແໜ່ງງານໃນຂັ້ນທ້ອງຖິ່ນ, ການຈັດແບ່ງຂະແໜງການພາຍໃນ ຄອຮ.ຂ, ການປັບປຸງສັບຊ້ອນບຸກຄະລາກອນໃນແຕ່ລະຂະແໜງ ໃຫ້ມີຄວາມເໝາະສົມ ແທດໝາະກັບໜ້າວຽກຕົວຈິງ.
ໃນຕອນທ້າຍ ຂອງກອງປະຊຸມ ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ (ເວັບໄຊ ) ຂອງຄະນະໂຄສະນາອົບຮົມແຂວງໃນໄລຍະຜ່ານມາ ແລະ ເພື່ອແນ່ໃສ່ຍົກສູງວຽກງານໂຄສະນາອົບຮົມໃຫ້ກ້າວສູ່ຄວາມທັນສະໄໝ, ສ້າງໃຫ້ຄອຮ.ຂ ບັນດາແຂວງມີຄວາມເຂັ້ມແຂງ ແລະ ກາຍເປັນເສນາທິການໃຫ້ແກ່ຄະນະພັກ ຄະນະນໍາໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ ຂອງພັກ-ລັດ ລວມເຖີງການເຄື່ອນໄຫວຂອງ ຄະນະນໍາຂອງແຂວງຢ່າງທົ່ວເຖິງ ຕິດພັນກັບການເຄື່ອນໄຫວວຽກງານວິຊາສະເພາະຂອງຕົນໃຫ້ມີບາດກ້າວໃໝ່; ພ້ອມນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ບັນດາຄະນະພັກ ຄະນະນໍາຂອງ ຄອຮ.ຂ ເອົາໃຈໃສ່ໃນການເຮັດວຽກງານການເມືອງແນວຄິດຕໍ່ການປັບປຸງຊັບຊ້ອນໃນຄັ້ງນີ້ເພື່ອເຮັດໃຫ້ບັນດາສະມາຊິກພັກ-ພະນັກງານໃນຂັ້ນຄຸ້ມຄອງຂອງຕົນໃຫ້ມີຄວາມອຸ່ນອ່ຽງທຸ່ນທ່ຽງ, ຮັກສາໄດ້ຄວາມສາມັກຄີພາຍໃນຢ່າງແໜ້ນແຟ້ນ, ມີຄວາມເປັນເອກະພາບ ເພື່ອພ້ອມກັນປະຕິບັດໜ້າທີ່ວຽກງານໄປສູ່ເປົ້າໝາຍອັນດຽວກັນຢ່າງສໍາເລັດຜົນ.