ພະນັກງານຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມຝຶກອົບຮົມ ໃນຫົວຂໍ້”ພັດທະນາຄວາມສາມາດດ້ານການຄຸ້ມຄອງປັນຍາປະດິດ (AI)”
ໃນລະຫວ່າງ ວັນທີ 02 – 03 ກັນຍາ 2025, ທີ່ຫ້ອງປະຊຸມ ໂຮງແຮມ Double Tree, ນະຄອນຫຼວງວຽງຈັນໄດ້ຈັດຝຶກອົບຮົມໃນຫົວຂໍ້: ພັດທະນາຄວາມສາມາດ ດ້ານການຄຸ້ມຄອງປັນຍາປະດິດ (AI)” (National Training on AI Governance), ຈັດໂດຍ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ສູນຝຶກອົບຮົມ ເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວສານ ເພື່ອການພັດທະນາອາຊີປາຊີຟິກ (APCICT/ESCAP). ໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມ ໂດຍ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກຕສ ແລະ Mr. Bakhodir Burkhanov, ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ. ເຂົ້າຮ່ວມມີ: Mr. Kiyoung Ko, ຫົວໜ້າສູນຝຶກອົບຮົມ ເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວສານ ເພື່ອການພັດທະນາອາຊີປາຊີຟິກ (APCICT/ESCAP); ບັນດາອົງການສູນກາງພັກ, ກະຊວງອົງການ, ຄະນະສູນ, ພະນັກງານພາຍໃນ ກຕສ, ມະຫາວິທະຍາໄລ ອຸດອນຣາດຊະພັດ (UDRU) ປະເທດໄທ ແລະ ແຂກທີ່ຖືກເຊີນ ຈຳນວນໜຶ່ງ.
ຈຸດປະສົງຂອງການຝືກອົບຮົມໃນຄັ້ງນີ້, ເພື່ອເປັນການຍົກລະດັບ ຄວາມຮັບຮູ້, ຄວາມເຂົ້າໃຈຂະບວນໃນການຫັນເປັນດິຈິຕອນ, ໂດຍສະເພາະ ປັນຍາປະດິດ ຫຼື AI ທີ່ກຳລັງປ່ຽນແປງທຸກດ້ານຂອງການດຳລົງຊີວິດມະນຸດ ແລະ ມີບົດບາດສຳຄັນຫຼາຍກວ່າເກົ່າ. ໂດຍເຫັນໄດ້ເຖິງການຂະຫຍາຍຕົວຢ່າງໄວວາ ແລະ ຕໍ່ເນື່ອງຂອງ Generative AI, Agentic AI ແລະ Physical AI ທີ່ກຳລັງປ່ຽນແປງຮູບແບບການເຮັດວຽກ ແລະ ການໃຊ້ຊີວິດປະຈຳວັນຂອງມະນຸດ. ໃນປັດຈຸບັນ ສປປ ລາວ ກໍ່ກໍາລັງຕັ້ງໜ້າຈັດຕັ້ງຜັນຂະຫຍາຍວິໄສທັດການພັດທະນາ ເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາ ເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາ ເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 05 ປີ (2021-2025) ໃຫ້ບັນລຸຜົນສໍາເລັດຢ່າງເປັນຮູບປະທຳ ເພື່ອແນ່ໃສ່ການຊຸກຍູ້ ສົ່ງເສີມການນຳໃຊ້ເຕັກໂນໂລຊີດິຈິຕອນ ໃນທົ່ວສັງຄົມ.
ກອງປະຊຸມ ຝຶກອົບຮົມຄັ້ງນີ້ໄດ້ດໍາເນີນໄປເປັນເວລາ 02 ວັນ, ປະກອບມີ 08 ຫົວຂໍ້ຫຼັກ ເຊິ່ງໃຫ້ການບັນຍາຍໂດຍ ທ່ານ Timothy Tay Huey En, ທີ່ປຶກສາດ້ານການຄຸ້ມຄອງ AI ຂອງ APCICT ແລະ ຜູ້ຝຶກອົບຮົມນຳຂອງ TÜV SÜD Singapore. ບັນດາຫົວຂໍ້ເນື້ອໃນຂອງແຕ່ລະບົດ ລ້ວນແລ້ວແຕ່ມີຄວາມສຳຄັນຫຼາຍ ແລະ ໄດ້ຖືກອອກແບບຢ່າງລະອຽດ ເພື່ອສ້າງຄວາມເຂົ້າໃຈທີ່ຄົບຖ້ວນ ກ່ຽວກັບປັນຍາປະດິດ (AI) ໂດຍເລີ່ມຕົ້ນຈາກພື້ນຖານ AI, ຕັ້ງແຕ່ Machine Learning ໄປເຖິງ Generative AI, ກອບຈັນຍາບັນ, ການຄຸ້ມຄອງຄວາມສ່ຽງ, ກໍລະນີສຶກສາໃນຂະແໜງຕ່າງໆ ແລະ ຮຽນຮູ້ວິທີການອອກແບບຍຸດທະສາດການຄຸ້ມຄອງ AI ລະດັບຊາດ.
ຕອນທ້າຍ, ປະທານຊຸດຝຶກອົບຮົມໄດ້ກ່າວເນັ້ນໜັກເຖິງຄວາມໝາຍ, ຄວາມສຳຄັນ ໃນການຊຸກຍູ້ ແລະ ສົ່ງເສີມການຫັນເປັນທັນສະໄໝ. ພ້ອມທັງເນັ້ນໜັກໃຫ້ຜູ້ເຂົ້າຮ່ວມ ຕັ້ງໜ້າເອົາໃຈໃສ່ໃນການຮຽນຮູ້, ແລກປ່ຽນ ແລະ ແບ່ງປັນປະສົບການ ກ່ຽວກັບການນຳໃຊ້ AI ໃນຂະແໜງຂອງຕົນ ຮ່ວມກັບຄະນະທີມງານຄູຝຶກ ໃນຄັ້ງນີ້ ແລະ ທີ່ສຳຄັນ ຄືການສ້າງເຄືອຂ່າຍການຮ່ວມມື ເຊິ່ງກັນ ແລະ ກັນ ຊ່ວຍກັນຂັບເຄື່ອນວຽກງານດັ່ງກ່າວ ໃຫ້ໄດ້ຮັບຜົນສຳເລັດຕາມເປົ້າໝາຍ ສາມາດນຳໄປຕໍ່ຍອດ ເປັນເຄື່ອງມືໃນການຈັດຕັ້ງປະຕິບັດວຽກງານຂອງຕົນ ເພື່ອກຽມຄວາມພ້ອມ ໃນການພັດທະນາໃນຍຸກດິຈິຕອນ ໃຫ້ເປັນລະບົບຕໍ່ເນື່ອງໃຫ້ທົ່ວເຖີງ ແລະ ມີຜົນສຳເລັດຢ່າງມີປະສິດທິພາບ ປະສິດທິຜົນສູງ