ຜົນສຳເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ X ຂອງໜ່ວຍພັກ ວາລະສານອະລຸນໃໝ່

ຜົນສຳເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ X

ຂອງໜ່ວຍພັກ ວາລະສານອະລຸນໃໝ່

————————

ໃນວັນທີ 17 ທັນວາ 2025 ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະໂຄສະນາອົບຮົມສູນກາງພັກ ໜ່ວຍພັກວາລະສານອະລຸນໃໝ່ ໄດ້ເປີດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ X ຂອງຕົນຂຶ້ນຢ່າງເປັນທາງການ, ​ພາຍ​ໃຕ້​ຄຳ​ຂວັນ: “ເພີ່ມທະວີການ​ນຳ​ພາ ​ຂອງ​ໜ່ວຍ​ພັກ, ພັດທະນາວາລະສານອະລຸນໃໝ່ ສູ່ແຖວໜ້າໃນການຄົ້ນຄວ້າ, ເຜີຍແຜ່ທິດສະດີ-ພຶດຕິກຳ ແຫ່ງຍຸກສະໄໝ ໂດຍການເປັນປະທານຂອງ ສະຫາຍ ຫີນເພັດ ໄຊຍະສີພັນດອນ ເລຂາໜ່ວຍພັກວາລະສານອະລຸນໃໝ່, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ນາງ ວິລະວອນ ພັນທະວົງ ກຳມະການປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາສະຫາຍຜູ້ຕາງໜ້າຄະນະພັກຮາກຖານ ແລະ ໜ່ວຍພັກທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ, ສະມາຊິກພັກອາວຸໂສບຳນານ ພ້ອມດ້ວຍສະມາຊິກພັກພາຍໃນໜ່ວຍພັກວາລະສານອະລຸນໃໝ່ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດນີ້, ສະຫາຍ ຫີນເພັດ ໄຊຍະສີພັນດອນ ເລຂາໜ່ວຍພັກວາລະສານອະລຸນໃໝ່ ໄດ້ຂຶ້ນຜ່ານບົດລາຍງານການເມືອງ, ໂດຍສະຫາຍ ໄດ້ຍົກໃຫ້ເຫັນຜົນສໍາເລັດການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IX ຂອງໜ່ວຍພັກວາລະສານອະລຸນໃໝ່ ກໍຄືການເຄື່ອນໄຫວນໍາພາ-ຊີ້ນໍາວຽກງານຮອບດ້ານ ເຊິ່ງໄດ້ສ້າງໜໍ່ແໜງສໍາຄັນເພື່ອເປັນປັດໄຈຍູ້ການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງຂອງວຽກງານວາລະສານ ໃນຊຸມປີຕໍ່ໜ້າ. ໃນໄລຍະປີ 2021-2025 ໄດ້ຈັດພິມບົດລົງໃນວາລະສານອະລຸນໃໝ່ ໄດ້ທັງໝົດ 467 ບົດ; ໃນນັ້ນ ມີບົດຂຽນປະເພດຕ່າງໆ ຄື: ບົດການນໍາຂັ້ນຮອງລັດຖະມົນຕີຂຶ້ນໄປ ຈຳນວນ 81 ບົດ, ກວມ 17,34%; ບົດກອງບັນນາທິການ ແລະ ພະນັກງານພາຍໃນວາລະສານມີ 125 ບົດ, ກວມ 26,77%; ບົດເພື່ອນຮ່ວມງານ, ຜູ້ຊົງຄຸນວຸດທິ, ນັກຄົ້ນຄວ້າ, ຄູ-ອາຈານ, ເພື່ອນຜູ້ອ່ານຢູ່ສູນກາງ ແລະ ທ້ອງຖິ່ນ ທັງພາຍໃນ ແລະ ຕ່າງປະເທດ ຈຳນວນ 261 ບົດ, ກວມ 55,89%; ໄດ້ຍົກລະດັບວຽກງານວາລະສານໄປສູ່ທັນສະໄໝ ໄດ້ເປີດນຳໃຊ້ວາລະສານເອເລັກໂຕຼນິກ ແລະ ອື່ນໆ.

ໃນກອງປະຊຸມໃຫຍ່ ສະມາຊິກພັກໃນໜ່ວຍໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ໂດຍມີຜູ້ສະໝັກເປັນຄະນະໜ່ວຍພັກ 5 ສະຫາຍ, ຍິງ 2 ສະຫາຍ. ໃນກອງປະຊຸມຄັ້ງປະຖົມມະລືກໄດ້ເຫັນດີເປັນເອກະພາບເລືອກເອົາ: ສະຫາຍ ຫີນເພັດ ໄຊຍະສີພັນດອນ ເປັນເລຂາໜ່ວຍພັກ; ສະຫາຍ ນາງ ຈັນທະວົງ ຫຼວງລາດ ເປັນຮອງເລຂາໜ່ວຍພັກ; ສະຫາຍ ນາງ ສູນທອນ ວິໄລຄູນ ເປັນຄະນະໜ່ວຍພັກ ທັງເປັນປະທານກວດກາ, ພ້ອມກັນນັ້ນ ຍັງໄດ້ເລືອກເອົາ ສະຫາຍ ສຸກສະຫວາດ ຈິດລະພົນ ເປັນຜູ້ຊ່ວຍວຽກງານກວດກາໜ່ວຍພັກ.

ເພື່ອເປັນທິດໃຫ້ແກ່ການເຄື່ອນໄຫວວຽກງານຂອງໜ່ວຍພັກ ວາລະສານອະລຸນໃໝ່, ກອງປະຊຸມໃຫຍ່ຄັ້ງນີ້ໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ນາງ ວິລະວອນ ພັນທະວົງ ຊຶ່ງເຕັມໄປດ້ວຍເນື້ອໃນ ແລະ ມີຄວາມໝາຍສຳຄັນ ທັງເປັນທິດຊີ້ນຳໃຫ້ໜ່ວຍພັກ ກໍຄືສະມາຊິກພັກພວກເຮົາໄດ້ສູ້ຊົນບຸກບືນຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນສະມາຊິກພັກເຂັ້ມແຂງ. ໂດຍສະຫາຍໄດ້ເນັ້ນໜັກວ່າ: ຕ້ອງຍົກສູງຄວາມ​ສາມາດ​ໃນ​ການຈັດ​ຕັ້ງ​ນຳພາ​ວຽກ​ພັກ-ພະ​ນັກ​ງານ, ຮັບປະກັນ​ໃຫ້​ໜ່ວຍ​ພັກ​ເຮັດ​​ໄດ້ໃນ 3 ວຽກ​​ໄປ​ພ້ອມໆ​ກັນ ຄື: ໜຶ່ງ, ສູ້ຊົນສືບຕໍ່ສ້າງໜ່ວຍ​ພັກປອດ​ໃສ, ເຂັ້ມ​ແຂງ, ໜັກ​ແໜ້ນ ຕາມ​ມາດ​ຖານທີ່ການຈັດຕັ້ງກຳນົດໄວ້; ສອງ, ສ້າງຂະ​ບວນການມະຫາຊົນທີ່ພົ້ນເດັ່ນ, ຟົດຟື້ນ ແລະ ສາມ, ສ້າງ​ໃຫ້ໄດ້​ຖັນ​ແຖວ​ສະມາຊິກ​ພັກ, ພະນັກງານ 3 ​ເກັ່ງ ​ຄື: ​Œ ເກັ່ງ​ທາງ​ດ້ານ​ວຽກ​ງານ​ວິຊາ​ສະ​ເພາະ,  ​ເກັ່ງ​ທາງ​ດ້ານ​ການ​ປຸກລະດົມຂົນຂວາຍ, ການ​ເຕົ້າ​ໂຮມ​ຄວາມ​ສາມັກຄີພາຍໃນ ​ແລະ Ž ເກັ່ງ​​ໃນ​ການ​ນຳພາ​ເຮັດ​ວຽກ​ງານຕົວຈິງ.

ສຳລັບຖັນແຖວສະມາຊິກພັກທຸກສະຫາຍ ກໍຕ້ອງເອົາ​ໃຈ​ໃສ່​ຕໍ່​ການ​ສ້າງ​ທັດສະນະ​, ແນວ​ຄິດ​ທີ່ເປັນ​ເອກະ​ພາບ, ການ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນແລະ​ກັນ, ການ​ຊ່ວຍ​ເຫຼືອ​ກັນ​ແລະ​ກັນ. ພ້ອມ​ນັ້ນ, ກໍ​ເອົາ​ໃຈ​ໃສ່​ຕໍ່​ການ​ສ້າງ​ຈິດ​ສຳນຶກ​​ໃນ​ການ​ຕ້ານ​ປະ​ກົດ​ການຫຍໍ້ທໍ້ຕ່າງໆ ໂດຍສະເພາະຕ້ານກັບປະກົດການ 3 ບໍ່ ຄື: ໜຶ່ງ, ບໍ່​ມາ​ການ (ໂດຍບໍ່ມີເຫດຜົນ); ສອງ, ບໍ່​ຮູ້ (ບໍ່ຮູ້ວຽກວິຊາສະເພາະ, ບໍ່ຮັບຜິດຊອບ); ສາມ, ບໍ່​ລົງມືເຮັດຕົວຈິງ ແລະ ສຸມໃສ່ເສີມ​ຂະຫຍາຍ 3 ມັກ ຄື: Œ ມັກ​ຊອກ​ຮູ້ຄົ້ນຄວ້າ​ຮ່ຳຮຽນ, ສະ​ແຫວ​ງຫາ​ຄວາມ​ຮູ້​ອັນ​ໃໝ່ທີ່ກ້າວໜ້າ;  ມັກ​ອ່ານ, ຂຽນ ແລະ ສະຫຼຸບຖອດ​ຖອນ​ບົດຮຽນ; Ž ມັກ​ການສະ​ເໜີ​ແນວ​ຄິດ​ຕ່າງໆ​ທີ່​ສ້າງສັນ ​ເພື່ອ​ປັບປຸງ ​ແລະ ພັດທະນາຕົນ​ເອງ, ເພື່ອນ​ສະ​ຫາຍ ແລະ ​ການຈັດ​ຕັ້ງໜ່ວຍພັກ. ໃນນີ້ ຢາກເຮັດໄດ້ຢ່າງມີຜົນສຳເລັດ, ບັນດາສະຫາຍ ກໍຕ້ອງສູ້ຊົນສ້າງທັດສະນະທີ່ຖືກຕ້ອງ ແລະ ສຸມໃສ່ໃນການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ ໂດຍຍືດຖືການເຮັດວຽກ 4 ເຕັມ ຄື: ໜຶ່ງ, ເຕັມໃຈ; ສອງ, ເຕັມກຳລັງແຮງ; ສາມ, ເຕັມຄວາມສາມາດ ແລະ ສີ່, ເຕັມເວລາ.

ກອງປະຊຸມໃຫຍ່ໄດ້ຮຽກຮ້ອງມາຍັງສະມາຊິກພັກພາຍໃນໜ່ວຍພັກ ວາລະສານອະລຸນໃໝ່ ທຸກສະຫາຍຈົ່ງເພີ່ມທະວີຄວາມສາມັກຄີເປັນເອກະພາບ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ, ເອົາໃຈໃສ່ປັບປຸງຍົກລະດັບຄວາມຮູ້, ຄວາມສາມາດ ແລະ ຄວາມເປັນເຈົ້າການໃນການປະຕິບັດໜ້າທີ່ວຽກງານທີ່ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ຮັບຮອງເອົາໃຫ້ບັນລຸຜົນສຳເລັດດ້ວຍປະສິດທິຜົນສູງ ເພື່ອສ້າງໜ່ວຍພັກວາລະສານອະລຸນໃໝ່ສືບຕໍ່ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.
ຂ່າວ: ວາລະສານອະລຸນໃໝ່