
(ເນື່ອງໃນໂອກາດວັນຄ້າຍວັນເກີດຂອງເພິ່ນຄົບຮອບ 105 ປີ 13/12/1920-13/12/2025)
————————–
ປະທານ ໄກສອນ ພົມວິຫານ ເຄີຍເວົ້າໃນນິພົນເລືອກເຟັ້ນເຫຼັ້ມທີ 4 ຂອງເພິ່ນ, ສຳນັກພິມຈຳໜ່າຍໂຮງພິມແຫ່ງລັດ, ປີ 2005, ໜ້າ 509 ວ່າ: “ວຽກງານການເມືອງ-ແນວຄິດຂອງພັກ ແມ່ນວຽກທີ່ນຳເອົາທັດສະນະ, ແນວທາງ, ແຜນນະໂຍບາຍຂອງພັກລົງສູ່ມະຫາຊົນ, ເຮັດໃຫ້ກາຍເປັນການກະທຳຂອງມະຫາຊົນ”. ພັກປະຊາຊົນປະຕິວັດລາວ ນັບແຕ່ມື້ກຳເນີດໄດ້ຖືເອົາລັດທິມາກ-ເລນິນເປັນພື້ນຖານແນວຄິດ, ເປັນທິດສະດີ, ພັກເຮົາຍຶດໝັ້ນທັດສະນະທີ່ວ່າ: ບໍ່ມີທິັ້ດສະດີປະຕິວັດ ກໍບໍ່ມີຂະບວນການປະຕິວັດ; ມີແຕ່ພັກໃດທີ່ປະກອບອາວຸດ ໂດຍມີທິດສະດີປະຕິວັດເທົ່ານັ້ນ ຈຶ່ງສາມາດເຮັດສຳເລັດພາລະກຳປະຫວັດສາດຂອງຕົນ. ດັ່ງນັ້ນ ປະທານ ໄກສອນ ພົມວິຫານ ໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນພາຫະນະອັນແຫຼມຄົມ, ເປັນສ່ວນປະກອບໜຶ່ງທີ່ສຳຄັນຂອງວຽກງານກໍ່ສ້າງພັກ, ພະນັກງານ; ເປັນວຽກງານກົກ, ເປັນວຽກທີ່ຕ້ອງໄດ້ເຮັດເປັນປະຈຳ ແລະ ສອດຫ້ອຍໄປທຸກຂົງເຂດວຽກງານ.
ປະທານ ໄກສອນ ພົມວິຫານ ຍັງໄດ້ຊີ້ແຈງໃນນິພົນເລືອກເພັ້ນເຫຼັ້ມທີ 4, ໜ້າ 397 ຂອງເພິ່ນ ອີກວ່າ: “ແຕ່ໃດໆມາ, ພວກເຮົາໄດ້ຖືວ່າວຽກງານການເມືອງ-ແນວຄິດ ແລະ ທິດສະດີ ແມ່ນວຽກງານທີ່ມີຄວາມສຳຄັນ, ມັນເປັນເສັ້ນໄໝແດງທີ່ສອດຫ້ອຍໄປທຸກວຽກງານຂອງພັກທຸກຂັ້ນ ແລະ ໃນທຸກເວລາ”. ໃນໄລຍະໃໝ່ຂອງການປະຕິວັດຢູ່ປະເທດເຮົາ ກໍຄືໄລຍະແຫ່ງການສືບຕໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕປະຊາຊົນ, ສ້າງບັນດາປະຖົມປັດໄຈ ເພື່ອກ້າວຂຶ້ນສັງຄົມນິຍົມ; ວຽກງານດັ່ງກ່າວ ຍິ່ງມີບົດບາດສຳຄັນຢູ່ແຖວໜ້າ, ເພາະວ່າ ການສືບຕໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕປະຊາຊົນ ແມ່ນໜ້າທີ່ອັນຫຍຸ້ງຍາກ, ສັບສົນ, ເປັນໜ້າທີ່ອັນຍາວນານທີ່ຕ້ອງຜ່ານຜ່າຄວາມຫຍຸ້ງຍາກ ແລະ ການທົດສອບນາໆປະການ. ນັ້ນແມ່ນແນວທາງອັນຖືກຕ້ອງ ແລະ ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດເຮົາ, ແຕ່ຖ້າຫາກບໍ່ໄດ້ຮັບການເຊື່ອມຊຶມຢ່າງເລິກເຊິ່ງ ແລະ ເຂົ້າໃຈບໍ່ຖືກຕ້ອງແລ້ວກໍຈະບໍ່ໄດ້ຮັບການຈັດຕັ້ງປະຕິບັດໃຫ້ເປັນຈິງໄດ້.
ໃນສະພາບການສາກົນທີ່ມີການຜັນແປຢ່າງໄວວາ ແລະ ສັບສົນ, ບັນດາອິທິກຳລັງຈັກກະພັດ ແລະ ກຳລັງປໍລະປັກອື່ນໆພວມອອກແຮງໂຄສະນາບິດເບືອນ, ໃສ່ຮ້າຍປ້າຍສີ, ທັບຖົມໂຈມຕີລັດທິມາກ-ເລນິນ ແລະ ລັດທິສັງຄົມນິຍົມ; ຕັ້ງໜ້າແຜ່ຂະຫຍາຍລັດທິຫຼາຍພັກ, ຫຼາຍເຄົ້າ ຫວັງລົບລ້າງບົດບາດການນຳພາຂອງພັກ ແລະ ລະບອບໃໝ່ຂອງພວກເຮົາ, ຖ້າວຽກງານການເມືອງ-ແນວຄິດບໍ່ທັນການ, ບໍ່ແຫຼມຄົມ ແລະ ບໍ່ຕອບຕ້ານຕໍ່ຖ້ອຍທຳນອງຂອງສົງຄາມຈິດຕະສາດດັ່ງກ່າວຢ່າງມີປະສິດທິຜົນ ກໍຈະເຮັດໃຫ້ເກີດມີແນວຄິດທໍ້ຖອຍ, ລັງເລໃຈ ຫຼື ຍິ່ງໄປກວ່ານັ້ນກໍຈະເຂົ້າໃຈຜິດ, ສົງໄສຕໍ່ແນວທາງອັນຖືກຕ້ອງຂອງພັກ ເຊິ່ງໃນທີ່ສຸດກໍຈະເຮັດໃຫ້ການປະຕິບັດແນວທາງອັນຖືກຕ້ອງຂອງພັກເຮົາບໍ່ສາມາດບັນລຸຜົນໄດ້. ປະທານ ໄກສອນ ພົມວິຫານ ໄດ້ຍົກໃຫ້ເຫັນບັນຫາຂໍ້ຄົງຄ້າງຂອງພັກຕໍ່ການຊີ້ນຳ-ນຳພາ ແລະ ຍົກສູງຄວາມສາມາດຂອງວຽກງານການເມືອງ-ແນວຄິດ, ທິດສະດີຂອງພັກ ໃນນິພົນເລືອກເຟັ້ນເຫຼັ້ມທີ 4, ໜ້າ 398 ຂອງເພິ່ນ ວ່າ: “…ການນຳພາຂອງພັກຂັ້ນຕ່າງໆ, ສະມາຊິກພັກ, ພະນັກງານຈຳນວນຫຼວງຫຼາຍ ໄດ້ຖືວ່າວຽກງານການເມືອງ-ແນວຄິດ ເປັນວຽກຂອງຄະນະໂຄສະນາອົບຮົມ ແລະ ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳເທົ່ານັ້ນ, ຫາກຍັງບໍ່ເຫັນວຽກນີ້ແມ່ນວຽກຂອງພະນັກງານ-ສະມາຊິກພັກທຸກຄົນ (ທຸກຂັ້ນ, ທຸກຂະແໜງການ)…”. ຍິ່ງໄປກວ່ານັ້ນ ຍັງມີແນວຄິດວ່າ ຫາກແກ້ໄຂບັນຫາເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນໄດ້ດີ ກໍບໍ່ຈຳເປັນຕ້ອງເຮັດວຽກງານການເມືອງ-ແນວຄິດອີກ. ປະທານ ໄກສອນ ພົມວິຫານ ໄດ້ຕັກເຕືອນພັກ ໃນນິພົນເລືອກເຟັ້ນເຫຼັ້ມທີ 4, ໜ້າ 398-399 ຂອງເພິ່ນ ວ່າ: “…ພວກເຮົາຕ້ອງຕີຖອຍແນວຄິດຜິດພາດດັ່ງກ່າວນີ້ ເພາະວ່າ ຫາກບໍ່ໂຄສະນາ, ເຜີຍແຜ່ ແລະ ບໍ່ອະທິບາຍໃຫ້ປະຊາຊົນຮູ້ແນວທາງນະໂຍບາຍໃໝ່ ທາງດ້ານເສດຖະກິດຂອງພັກ ເຮັດແນວໃດພວກເຮົາຈະສາມາດຊຸກຍູ້ການຜະລິດ ແລະ ຂະຫຍາຍເສດຖະກິດໄດ້…”.
ປະທານ ໄກສອນ ພົມວິຫານ ຖືວຽກງານການເມືອງ-ແນວຄິດ ແມ່ນວຽກພົວພັນກັບຄົນ, ແມ່ນວຽກເພື່ອເອົາຊະນະຈິດໃຈຄົນ. ດັ່ງນັ້ນ ວຽກງານການເມືອງ-ແນວຄິດ ຕ້ອງຕົວຈິງ, ພາວະວິໄສ, ມີລັກສະນະຊວນເຊື່ອ, ຕ້ອງເຮັດຢ່າງມີຈຸດສຸມ, ມີແຜນການ, ມີການສະຫຼຸບຖອດຖອນບົດຮຽນ, ມີຄວາມສະດຸ້ງໄວ ແລະ ດັດແປງແກ້ໄຂຢ່າງທັນການ; ເຊີດຊູລັກສະນະສຶກສາອົບຮົມ, ຕໍ່ສູ້ ແລະ ມະຫາຊົນ ເພື່ອເຮັດໃຫ້ວຽກງານນີ້ມີຫຼາຍຮູບ, ຫຼາຍສີ, ມີຊີວິດຊີວາ, ສອດຄ່ອງກັບແຕ່ລະເປົ້າໝາຍ, ແຕ່ລະຈຸດ, ແຕ່ລະເວລາ ແລະ ດັດແປງແກ້ໄຂວິທີການໂຄສະນາສຶກສາອົບຮົມແບບເກົ່າທີ່ມີແຕ່ຍ້ອງຕົນເອງ, ເວົ້າແຕ່ແນວດີ, ເວົ້າແຕ່ຄວາມສະດວກ, ຂາດລັກສະນະຕຳນິວິຈານຢ່າງກົງໄປກົງມາ ແລະ ຖືກຕ້ອງກັບຄວາມເປັນຈິງ. ການເຮັດວຽກງານການເມືອງ-ແນວຄິດ ຕ້ອງມີເນື້ອໃນທີ່ແທດເໝາະກັບແຕ່ລະເປົ້າໝາຍ, ເນື້ອໃນຕ້ອງຈະແຈ້ງ, ເຂົ້າໃຈງ່າຍ, ຈັບອົກຈັບໃຈ, ບໍ່ແຫ້ງກະດ້າງ, ບໍ່ເວົ້າຍືດຍາວ… ປະທານ ໄກສອນ ພົມວິຫານ ຍັງຊີ້ແຈງ ໃນນິພົນເລືອກເຟັ້ນເຫຼັ້ມທີ 4, ໜ້າ 509 ຂອງເພິ່ນ ວ່າ: “ວຽກງານການເມືອງ-ແນວຄິດ ຕ້ອງຕິດພັນກັບຕົວຈິງ, ຕິດພັນກັບການແກ້ໄຂບັນຫາຕ່າງໆຂອງຂະແໜງການ, ທ້ອງຖິ່ນ ແລະ ຮາກຖານ, ຫາກບໍ່ໄດ້ເຮັດຄືແນວນັ້ນ ວຽກງານການເມືອງ-ແນວຄິດ ກໍຈະບໍ່ຕິດພັນກັບການກະທຳ, ເປັນທິດສະດີນໍ້າເຕົ້າເປົ່າຊື່ໆ…”. ນອກຈາກນີ້ ການດໍາເນີນວຽກງານການເມືອງ-ແນວຄິດ ຕ້ອງເລີ່ມຈາກການກຳສະພາບແນວຄິດຈິດໃຈຂອງມະຫາຊົນ, ຊັ້ນຄົນຕ່າງໆ, ເຜົ່າຕ່າງໆ, ຫຼັງຈາກນັ້ນ ຈຶ່ງປະສານສົມທົບກັບຂະແໜງການ, ອົງການຈັດຕັ້ງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອກຳນົດວິທີການ, ຮູບການ ແລະ ບາດກ້າວຕົວຈິງຂອງການສຶກສາອົບຮົມ. ປະທານ ໄກສອນ ພົມວິຫານ ໄດ້ຊີ້ແຈງ ໃນນິພົນເລືອກເຟັ້ນເຫຼັ້ມທີ 4, ໜ້າ 511 ຂອງເພິ່ນ ວ່າ: “… ວິທີການທີ່ສັກສິດກວ່າໝູ່ ແລະ ມີຜົນກວ່າໝູ່ ຂອງການດຳເນີນວຽກງານການເມືອງ-ແນວຄິດ ແມ່ນການສື່ສານສຳພັນໂດຍກົງ, ການພົບປະໂອ້ລົມ, ການໂຄສະນາໂດຍກົງໃຫ້ປະຊາຊົນ…”.
ເພື່ອໝູນໃຊ້ແນວຄິດຂອງ ປະທານ ໄກສອນ ພົມວິຫານ ວຽກງານການເມືອງ-ແນວຄິດ, ທິດສະດີຂອງພັກໃນສະພາບການໃໝ່ ໃຫ້ໄດ້ຮັບຜົນດີກວ່າເກົ່າ ຄວນໄດ້ເອົາໃຈໃສ່ ສືບຕໍ່ປະຕິບັດການປ່ຽນແປງໃໝ່ ວຽກງານດັ່ງກ່າວ ໂດຍຖືບັນດາວຽກງານທີ່ເປັນໃຈກາງສຳຄັນ ຄື:
ດ້ານດ້ານເນື້ອໃນ ຕ້ອງເພີ່ມຄວາມສາມາດໃນການຄົ້ນຄວ້າທິດສະດີ ແລະ ສັງລວມພຶດຕິກຳ ເພື່ອເປັນບ່ອນອີງສຳລັບການດຳເນີນວຽກງານການເມືອງ-ແນວຄິດ, ເປັນຕົ້ນແມ່ນ: ທິດສະດີກ່ຽວກັບສັງຄົມນິຍົມ ແລະ ສະຫຼຸບພຶດຕິກຳໃນການສ້າງບັນດາປະຖົມປັດໄຈກ້າວຂຶ້ນສັງຄົມນິຍົມ ໂດຍບໍ່ຜ່ານລະບອບທຶນນິຍົມຢູ່ປະເທດເຮົາ; ສ້າງເສດຖະກິດຕະຫຼາດຕາມທິດສັງຄົມນິຍົມພາຍໃຕ້ການຄຸ້ມຄອງຂອງລັດໃນລະບອບປະຊາທິປະໄຕປະຊາຊົນ; ການຂະຫຍາຍກຳລັງການຜະລິດ ແລະ ສ້າງການພົວພັນການຜະ ລິດໃໝ່; ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ; ການເຊື່ອມໂຍງເສດຖະກິດຂອງປະເທດເຮົາກັບເສດຖະກິດໂລກ, ການກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ; ການສ້າງພັກໃນເງື່ອນໄຂໃໝ່; ການຕອບຕ້ານຍຸດທະສາດຫັນປ່ຽນໂດຍສັນຕິ ແລະ ບັນຫາອື່ນໆທີ່ສັງຄົມໃຫ້ຄວາມສົນໃຈ. ຖືສຳຄັນ ແລະ ເອົາໃຈໃສ່ໂຄສະນາ-ສຶກສາອົບຮົມມູນເຊື້ອຮັກຊາດ ຕິດພັນກັບການຮັກລະບອບປະຊາທິປະໄຕ ປະຊາຊົນ; ນໍ້າໃຈເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ນໍ້າໃຈປະຢັດຊື່ສັດ; ຕັ້ງໜ້າສຶກສາອົບຮົມພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນຄົນເປັນເຈົ້າການຕ້ານລັດທິເອກະຊົນ, ແນວຄິດສວຍໂອກາດ; ສະກັດກັ້ນການເສື່ອມຄຸນປ່ຽນທາດ, ການທົດຖອຍດ້ານຄຸນສົມບັດ, ແບບແຜນການດຳລົງຊີວິດທີ່ຫຼ້າຫຼັງ ແລະ ຄ່ານິຍົມທີ່ບໍ່ຖືກຕ້ອງ.
ດ້ານຮູບການ ຕ້ອງປັບປຸງຮູບການ-ວິທີການດຳເນີນວຽກງານການເມືອງ-ແນວຄິດ ໃຫ້ມີຫຼາຍຮູບ, ຫຼາຍສີ, ມີຊີວິດຊີວາ ແລະ ສອດຄ່ອງກັບຈຸດພິເສດ, ສອດຄ່ອງກັບແຕ່ລະເປົ້າໝາຍໃນແຕ່ລະໄລຍະ. ໃນນັ້ນ ຕ້ອງເອົາໃຈໃສ່ບາງຮູບການໂຄສະນາທີ່ສຳຄັນ ເຊັ່ນ: ຮູບການໂຄສະນາປາກເປົ່າ (ປາຖະກະຖາ); ຮູບການໂຄສະນາ, ຊີ້ແຈງ, ອະທິບາຍຜ່ານສື່ມວນຊົນ; ຮູບການໂຄສະນາຜ່ານການ ສະແດງສິລະປະ-ວັນນະຄະດີ; ຮູບການໂຄສະນາຜ່ານການຈັດກອງປະຊຸມສະຫຼຸບຕີລາຄາວຽກງານປະຈຳປີ, ປະຈຳໄຕມາດ, ຖືກຕ້ອງ ແລະ ເໝາະສົມ; ຮູບການຈັດກອງປະຊຸມສຳມະນາໃນຫົວຂໍ້ຕ່າງໆ; ຮູບການພົບປະສົນທະນາກັບປະຊາຊົນ, ຊັ້ນຄົນຕ່າງໆ ເພື່ອກຳໃຫ້ໄດ້ແນວຄິດຈິດໃຈ, ຄວາມມຸ່ງມາດປາຖະໜາ, ຄວາມຂັດຂ້ອງໝອງໃຈຂອງເຂົາເຈົ້າ ແລະ ຮູບການໂຄສະນາສຶກສາອົບຮົມຜ່ານຄວາມເປັນແບບຢ່າງນຳພາທີ່ດີຂອງພະນັກງານ, ສະມາຊິກພັກ ໂດຍສະເພາະແມ່ນຜູ້ທີ່ມີຖານະ, ຕຳແໜ່ງສູງເທົ່າໃດຍິ່ງຕ້ອງໄດ້ເປັນແບບຢ່າງໃນການເຄົາລົບ ແລະ ປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ; ຄວາມເປັນແບບຢ່າງໃນການເສຍສະຫຼະ ເພື່ອສ່ວນລວມ ເຊິ່ງເປັນເນື້ອໃນພື້ນຖານຄຸນສົມບັດຂອງພະ ນັກງານນຳພາ; ຄວາມເປັນແບບຢ່າງໃນການຮັບໃຊ້ຊາດ, ຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດໃຈ ແລະ ອື່ນໆ.
(ຮຽບຮຽງ: ມີໄຊ ພູນວິໄຊ)
