
ໃນຕອນເຊົ້າ ຂອງວັນທີ 15 ທັນວາ 2025, ໜ່ວຍພັກກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບ ຮົມສູນກາງພັກ ຈັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຫນ່ວຍຕົນຂຶ້ນຢ່າງເປັນທາງການ ຢູ່ທີ່ຫ້ອງ ປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ ໂດຍການເປັນປະທານຂອງ ສະຫາຍ ສົມປະສົງ ພົງປະເສີດ ເລຂາໜ່ວຍພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ເປັນກຽດຢ່າງສູງຂອງການເຂົ້າຮ່ວມ ຂອງ ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ປະທານກວດກາພັກ, ຮອງຫົວໜ້າຄະ ນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາວຽກງານກົມຂໍ້ມູນຂ່າວສານ ມີບັນດາສະຫາຍເລຂາ, ຮອງເລຂາໜ່ວຍພັກອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ, ຕາງຫນ້າ 3 ອົງການຈັດຕັ້ງມະຫາ ຊົນ ແລະ ສະມາຊິກພັກສົມບູນ-ສໍາຮອງພາຍໃນໜ່ວຍເຂົ້າຮ່ວມທັງຫມົດ 37 ສະຫາຍ.


ກອງປະຊຸມໃຫຍ່ໄດ້ສຸມໃສ່ຄົ້ນຄ້ວາ ພິຈາລະນາ ຮັບຮອງເອົາບັນດາເນື້ອໃນທີ່ສຳຄັນດັ່ງນີ້:
1. ຄົ້ນຄວ້າ ແລະ ຮັບຮອງເອົາຮ່າງບົດລາຍງານການເມືອງຂອງໜ່ວຍພັກກົມຂໍ້ມູນຂ່າວສານ ເຊິ່ງເປັນ ເອກະສານສໍາຄັນກ່ຽວກັບການສະຫຼຸບຕີລາຄາຜົນງານການຊີ້ນໍາ-ນໍາພາໃນໄລຍະ 5 ປີຜ່ານມາ ແລະ ກໍານົດທິດທາງແຜນການໃນໄລຍະ 5 ປີໃນຕໍ່ໜ້າ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫ່ຍ ຄັ້ງທີ VI ຂອງອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ເຂົ້າສູ່ຊີວິດຕົວຈິງໃຫ້ບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
2. ຄົ້ນຄ້ວາ, ປະກອບຄຳເຫັນເຂົ້າໃສ່ບົດສຳຫຼວດການນໍາພາຂອງຄະນະໜ່ວຍພັກກົມໃນໄລຍະ 5 ປີ ຜ່ານມາ, ແນໃສ່ປັບປຸງ ແລະ ຍົກສູງບົດ ບາດການນໍາພາຂອງຄະນະໜ່ວຍພັກ ໃນຊຸມປີຕໍ່ໜ້າ ໃຫ້ສົມ ຄູ່ກັບໜ້າທີ່ການເມືອງ ທີ່ພັກໄດ້ມອບໝາຍໃຫ້.
3./ ດໍາເນີນການເລືອກຕັ້ງ ເອົາຄະນະໜ່ວຍພັກຊຸດໃໝ່ ເພື່ອສືບຕໍ່ຊີ້ນໍາ-ນໍາພາ, ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ III ຂອງໜ່ວຍພັກກົມຂໍ້ມູນຂ່າວສານ ໃນໄລຍະ 5 ປີຕໍ່ໜ້າ.
ໃນກອງປະຊຸມ, ໄດ້ພ້ອມກັນໃຊ້ສິດປ່ອນບັດເລືອກຕັ້ງຄະນະໜ່ວຍພັກ ກົມຂໍ້ມູນຂ່າວສານຊຸດໃໝ່, ຜ່ານການປ່ອນບັດສາມາດເລືອກໄດ້ບັນ ດາສະຫາຍດັ່ງນີ້: 1. ສະຫາຍ ສົມປະສົງ ພົງປະເສີດ ເປັນເລຂາໜ່ວຍພັກ, 2. ສະຫາຍ ນາງ ມອນສະຫວັນ ແສນໄຕ ເປັນຮອງເລຂາໜ່ວຍພັກ, 3. ສະຫາຍ ພູວັນ ສຸວັນ ເປັນຄະນະໜ່ວຍພັກ ພ້ອມທັງເປັນປະທານກວດກາໜ່ວຍພັກ, ພ້ອມກັນນີ້ ກອງປະຊຸມຫຍັງໄດ້ເລືອກເອົາ ສະຫາຍ ນາງ ອິດໄຊທອງ ສົມມະນີ ເປັນຜູ້ຊ່ວຍວຽກງານກວດ ກາໜ່ວຍພັກກົມຂໍ້ມູນຂ່າວສານ; ນອກນີ້ກໍ່ໄດ້ ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ 9 ສະຫາຍ ແລະ ສໍາຮອງ 2 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຄະນະໂຄສະນາ ອົບຮົມສູນກາງພັກທີ່ຈະຈັດຂຶ້ນໃນຕໍ່ໜ້າ.





ກອງປະຊຸມໄດ້ຮັບຟັງການໃຫ້ກຽດໂອ້ລົມຂອງ ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະ ປະຈໍາພັກ ປະທານກວດກາພັກ, ຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ ເຊິ່ງສະຫາຍໄດ້ ສະເເດງຄວາມຍ້ອງຍໍຊົມເຊີຍຕໍ່ການນໍາພາ-ຊີ້ນໍາຂອງຄະນະໜ່ວຍພັກຊຸດເກົ່າ ທີ່ໄດ້ນໍາພາສະມາ ຊິກພັກພາຍໃນໜ່ວຍປະຕິບັດໜ້າທີ່ການເມືອງຂອງຕົນ ແລະ ຍາດໄດ້ຜົນງານຫຼາຍດ້ານ. ພ້ອມນີ້ສະຫາຍ ຍັງຮຽກຮ້ອງໃຫ້ຄະນະໜ່ວຍພັກຊຸດໃໝ່ສືບຕໍ່ນໍາພາ-ຊີ້ນໍາປັບປຸງ, ແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງ, ເພີ່ມທະວີສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ສະມາຊິກ ພາຍໃນໜ່ວຍຮັກສາຄວາມສາມັກ ຄີເປັນເອກະພາບ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ໃຫ້ສູງຂຶ້ນ ຢ່າງບໍ່ຢຸດຢັ້ງ, ຍົກສູງບົດບາດການຊີນໍາ-ນໍາພາ ແລະ ສ້າງກົນໄກການປະສານງານນໍາບັນດາເພື່ອນຮ່ວມ ງານທັງພາຍໃນ ແລະ ພາຍນອກ ເພື່ອເຮັດໃຫ້ວຽກງານຂອງທຸກພາກສ່ວນເຄື່ອນໄຫວ ໄປໃນລວງ ດຽວກັນ, ເອົາໃຈໃສ່ປັບປຸງຍົກລະດັບຄວາມຮູ້, ຄວາມສາມາດ ແລະ ຄວາມເປັນເຈົ້າການໃນການປະຕິ ບັດໜ້າທີ່ວຽກງານ ຄຽງຄູ່ກັບການປະກອບສ່ວນວຽກງານຂອງອົງການຈັດຕັ້ງມະຫາຊົນໃຫ້ບັນລຸຜົນສໍາເລັດດ້ວຍປະສິດທິຜົນສູງທີ່ກອງປະຊຸມໃຫຍ່ຄັ້ງນີ້ໄດ້ຮັບຮອງເອົາແລ້ວ ເພື່ອສືບຕໍ່ສ້າງໜ່ວຍພັກໃຫ້ກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.


