
ໃນຕອນເຊົ້າຂອງ ວັນທີ 28 ມັງກອນ 2026 ທີ່ ຫ້ອງປະຊຸມໃຫຍ່ ຄອສພ (ຫຼັກ6) ກົມຂໍ້ມູນຂ່າວສານ ໄດ້ຈັດປິດຊຸດຝຶກອົບຮົມເຜີຍແຜ່ການນໍາໃຊ້ລະບົບທັນສະໄໝເຂົ້າໃນວຽກງານໃນໄລຍະໃໝ່ ໃຫ້ແກ່ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ນ. ວິລະວອນ ພັນທະວົງ ກໍາມະການປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາວຽກງານກົມຂໍ້ມູນຂ່າວສານ ເຂົ້າ ຮ່ວມມີ: ທ່ານ ສົມປະສົງ ພົງປະເສີດ ຫົວໜ້າກົມຂໍ້ມູນຂ່າວສານ, ທ່ານ ຄໍາຜາຍ ອິນທະຣາ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ, ບັນດາຫົວ ໜ້າກົມ, ຮອງຫົວໜ້າກົມ ທີ່ຂຶ້ນກັບ ຄະນະໂຄສະນາອົບຮົມສູນກາງພັກ ແລະ ມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 48 ສະຫາຍ.

ໃນພິທີ ທ່ານ ນ. ມອນສະຫວັນ ໄດ້ຂຶ້ນຜ່ານບົດລາຍງານຜົນສໍາເລັດຂອງຊຸດຝຶກອົບຮົມ ຄັ້ງນີ້ເປັນການສ້າງຄວາມເຂັ້ມແຂງໃຫ້ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ ໃນການພັດທະນາທັກສະທາງດ້ານຄວາມຮູ້, ຄວາມສາມາດ ໃນການນໍາໃຊ້ລະບົບເຕັກໂນໂລຊີທີ່ທັນສະໄໝ ເພື່ອໝູນໃຊ້ເຂົ້້າໃນວຽກງານໂຄສະນາອົບຮົມໃນແຕ່ລະໄລຍະ ກໍຄືການຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງໃຫ້ເກີດປະໂຫຍດສູງສຸດ ພ້ອມນັ້ນຍັງປະເມີນໄດ້ເຖິງຄວາມຮັບຮູ້ຂອງນັກສໍາມະນາກອນ ແລະ ຕີລາຄາໄດ້ດ້ານດີ, ດ້ານອ່ອນຂໍ້ຄົງຄ້າງທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃນຕໍ່ໜ້າ.

ໃນໂອກາດທີ່ມີຄວາມໝາຍ ຄວາມສໍາຄັນດັ່ງກ່າວ ທ່ານ ນ. ວິລະວອນ ພັນທະວົງ ກໍາມະການປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາວຽກງານກົມຂໍ້ມູນຂ່າວສານ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ແລະ ກ່າວປິດຊຸດຝຶກອົບຮົມ ກ່ອນອື່ນທ່ານໄດ້ຍ້ອງຍໍຕໍ່ບັນດາວິທະຍາກອນ, ຄະນະຮັບຜິດຊອບ ແລະ ທຸກ ພາກສ່ວນກ່ຽວຂ້ອງ ທີ່ໄດ້ຮ່ວມແຮງຮ່ວມໃຈກັນໃນການເອົາໃສ່ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະ ສຳເລັດຜົນຕາມຄາດໝາຍທີ່ວາງໄວ້. ທ່ານກ່າວຕື່ມວ່າ ການຫັນເປັນທັນສະໄໝ ແມ່ນປັດໃຈສໍາຄັນໃນການຄັບເຄື່ອນວຽກງານໃຫ້ມີຄວາມສະດວກ, ວ່ອງໄວ, ມີຄຸນນະພາບ ຈໍາເປັນຕ້ອງໄດ້ພັດທະນາທາງດ້ານບຸກຄະລາກອນທາງດ້ານທັກສະ, ຄວາມຮູ້, ຄວາມສາມາດໄປຄຽງຄູ່ກັນຢ່າງເປັນລະບົບຕໍ່ເນື່ອງ ເພື່ອຮອງຮັບໜ້າທີ່ວຽກງານດັ່ງກ່າວໃຫ້ມີຜົນສຳເລັດ ແລະ ມີປະສິດທິຜົນສູງຂຶ້ນ ພ້ອມນັ້ນທ່ານຍັງໄດ້ເນັ້ນໜັກໃຫ້ນັກສໍາມະນາກອນທຸກ ສະຫາຍ ພ້ອມກັນນໍາຄວາມເອົາຮູ້ທີ່ໄດ້ຝຶກອົບຮົມມາແລ້ວນັ້ນ ຂະຫຍາຍຜົນໄປສູ່ການຈັດຕັ້ງປະຕິບັດວຽກງານໃນການເຄື່ອນໄຫວວຽກງານໃຫ້ເກີດຜົນເປັນຮູບປະທຳ ແລະ ສອດຄ່ອງກັບສະພາບການໃໝ່ ເພື່ອພ້ອມກັນພັດທະນາວຽກ ງານໂຄສະນາອົບຮົມໃຫ້ທັນສະໄໝເທື່ອລະກ້າວ; ສືບຕໍ່ຄົ້ນຄວ້າຊອກຮຽນຮູ້ ພັດທະນາທັກສະຂອງຕົນເອງຢ່າງຕໍ່ເນື່ອງ ແລະ ເພີ່ມທະວີການນໍາໃຊ້ລະບົບດີຈິຕອນ ແລະ ເຄື່ອງມື AI ເພື່ອນໍາມານໍາໃຊ້ໃນວຽກງານວິຊາສະເພາະຂອງຕົນໃນຕ່ລະໄລຍະ, ສືບຕໍ່ເພີ່ມທະວີການປະສານງານຢ່າງກົມກຽວລະຫວ່າງກະຊວງເຕັກໂນໂລຊີ ແລະ ການສື່ສານ ກ່ຽວກັບວຽກງານການນໍາໃຊ້ເຕັກໂນໂລຊີທັນສະໄໝຕ່າງໆ; ເປັນເຈົ້າການໃນການຊ່ວຍເຫຼືອຖ່າຍຖອດບົດຮຽນທີ່ໄດ້ຝຶກມານັ້ນໃຫ້ແກ່ເພື່ອນຮ່ວມງານພາຍໃນກົມຂອງຕົນ ເພື່ອພ້ອມກັນຈັດຕັ້ງປະຕິບັດໃນການນໍາໃຊ້ເທັກໂນ ໂລຊີ ແລະ ລະບົບທີ່ທັນສະໄໝເຂົ້າໃນວຽກງານຕົວຈິງໃຫ້ນັບມື້ມີປະສິດທິພາບສູງຂຶ້ນເລື້ອຍໆ.
