ພິທີເປີດຊຸດຝຶກອົບຮົມເຜີຍແຜ່ການນໍາໃຊ້ລະບົບທັນສະໄໝເຂົ້າໃນວຽກງານໃນໄລຍະໃໝ່ ຢູ່ພາຍໃນຄະນະໂຄສະນາອົບຮົມສູນກາງພັກ.


ໃນຕອນເຊົ້າຂອງວັນທີ 26 ມັງກອນ 2026 ທີ່ ຫ້ອງປະຊຸມໃຫຍ່ ຄອສພ (ຫຼັກ6) ກົມຂໍ້ມູນຂ່າວສານ ໄດ້ຈັດຊຸດຝຶກອົບຮົມເຜີຍແຜ່ການນໍາໃຊ້ລະບົບທັນສະໄໝເຂົ້າໃນວຽກງານໃນໄລຍະໃໝ່ ໃຫ້ແກ່ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ນ. ວິລະວອນ ພັນທະວົງ ກໍາມະການປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາວຽກງານກົມຂໍ້ມູນຂ່າວສານ ເຂົ້າຮ່ວມມີ: ທ່ານ ສົມປະສົງ ພົງປະເສີດ ຫົວໜ້າກົມຂໍ້ມູນຂ່າວສານ, ທ່ານ ຄໍາຜາຍ ອິນທະຣາ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ ທີ່ຂຶ້ນກັບ ຄະນະໂຄສະນາອົບຮົມສູນກາງພັກ ແລະ ມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 53 ສະຫາຍ.



ໃນພິທີ ທ່ານ ນ. ອິດໄຊທອງ ສົມມະນີ ຫົວໜ້າພະແນກເຕັກໂນໂລຊີ-ຂໍ້ມູນຂ່າວສານ ຂຶ້ນກ່າວຈຸດປະສົງໃນການເປີດຊຸດຝຶກອົບຮົມຄັ້ງນີ້ແມ່ນ ເພື່ອຍົກລະດັບຄວາມຮູ້-ຄວາມສາມາດດ້ານວິຊາການໃຫ້ແກ່ພະນັກງານໃນການນຳໃຊ້ລະບົບທັນສະໄໝຂອງພາກລັດ ເພື່ອໝູນໃຊ້ເຂົ້າໃນວຽກ ງານໃນໄລຍະໃໝ່ໃຫ້ມີປະສິດທິພາບ ປະສິດທິຜົນສູງຂຶ້ນ, ເພື່ອສ້າງຄວາມຮັບຮູ້ເຂົ້າໃຈໃນການນໍາໃຊ້ລະບົບດີຈີຕອນ, ການຈັດການຂໍ້ມູນ ແລະ ການສື່ສານຢ່າງປະດິດສ້າງໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ທັນກັບສະພາບການຂອງວຽກງານໃນແຕ່ລະໄລຍະ; ນອກນັ້ນຍັງເປັນການເພີ່ມທັກສະດ້ານການນໍາໃຊ້ເຄື່ອງມືດີຈີຕອນ ແລະ ແຟັດຟອມຕ່າງໆເຂົ້າໃນການເຄື່ອນໄຫວວຽກງານໂຄສະນາອົບຮົມໃຫ້ມີຄວາມທັນສະໄໝເທື່ອລະກ້າວ.
ໃນພິທີທີ່ມີຄວາມໝາຍ ຄວາມສໍາຄັນດັ່ງກ່າວ ທ່ານ ນ. ວິລະວອນ ພັນທະວົງ ກໍາມະການປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາວຽກງານກົມຂໍ້ມູນຂ່າວສານ ໄດ້ໃຫ້ກຽດກ່າວເປີດຊຸດຝຶກອົບຮົມ ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບທີ່ໄດ້ກະກຽມໃນການຝຶກອົບຮົມຄັ້ງນີ້ ເຊິ່ງແມ່ນອີງໃສ່ຂໍ້ຕົກລົງ ແລະ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ຄະນະໂຄສະນາອົບຮົມສູນກາງພັກ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເພື່ອຜັນຂະຫຍາຍໃນການຫັນເປັນດີຈິຕອນ ໃນວຽກງານໂຄສະນາອົບຮົມ ໃຫ້ທັນກັບຍຸກສະໄໝໃໝ່; ໃນປັດຈຸບັນ ໂລກກໍາລັງກ້າວ ເຂົ້າສູ່ການນໍາໃຊ້ດີຈິຕອນໂດຍສະເພາະດ້ານເຕັກໂນໂລຊີດີຈິຕອນ ແລະ ປັນຍາປະດິດ. ພວກເຮົາຢູ່ໃນ ຍຸກທີ່ເຕັກໂນໂລຊີດີຈິຕອນ ແລະ ປັນຍາປະດິດ (AI) ໄດ້ເຂົ້າມາມີບົດບາດສໍາຄັນຢ່າງຫຼວງຫຼາຍ ໃນທຸກຂົງເຂດຂອງຊີວິດສັງຄົມ, ຕັ້ງແຕ່ການບໍລິຫານລັດ, ການສື່ສານ, ການສຶກສາ, ຈົນເຖິງການເຄື່ອນໄຫວວຽກ ງານຂອງພັກ-ລັດ; ສິ່ງເຫຼົ່ານີ້ປ່ຽນວິຖີຊີວິດຂອງປະຊາຊົນ ແລະ ການເຄື່ອນໄຫວວຽກງານຂອງພັກ-ລັດ ຢ່າງກວ້າງຂວາງ ເວົ້າລວມ, ເວົ້າສະເພາະວຽກງານການເມືອງ-ແນວຄິດ ກໍຄືວຽກງານໂຄສະນາອົບຮົມ ກໍ່ຕ້ອງຫັນປ່ຽນໃຫ້ທັນສະພາບການ. ສະນັ້ນ, ການຍົກລະດັບຄວາມຮູ້, ທັກສະ ແລະ ຄວາມສາມາດດ້ານດີຈິຕອນໃຫ້ແກ່ພະນັກງານ ແມ່ນເປັນວຽກງານທີ່ມີຄວາມສໍາຄັນ ຈຳເປັນຕໍ່ວຽກງານການເມືອງ-ແນວຄິດ ແລະ ໃນການຝຶກອົບຮົມຄັ້ງນີ້ ໄດ້ກຳນົດເນື້ອໃນທີ່ທັນສະໄໝ ແລະ ເໝາະກັບຄວາມຕ້ອງການຂອງວຽກງານໃນໄລຍະໃໝ່ ເຊັ່ນ: ການສ້າງ QR Code ສໍາລັບພາກລັດ, VCard QR Code, ລະບົບ G-Share, G-Drive, Gov-X, Lao Pedia, ລະບົບລົງຄະແນນສຽງເອເລັກໂຕຣນິກ, ການນໍາໃຊ້ AI ໃນວຽກງານພັກ-ລັດ. ລະບົບດັ່ງກ່າວແມ່ນການເຜີຍແຜ່ຂໍ້ມູນ, ເອກະສານ ແລະ ບໍລິການອອນໄລນ໌ ທີ່ສາມາດເຂົ້າເຖິງໄດ້ສະດວກ ແລະ ທັນສະໄໝ; ເປັນການປັບປຸງຮູບແບບການແລກປ່ຽນຂໍ້ມູນການຕິດຕໍ່ຂອງ ພະນັກງານໃຫ້ມີຄວາມທັນສະໄໝ ແລະ ປອດໄພ; ຊ່ວຍໃຫ້ການແບ່ງປັນເອກະສານ, ການເຮັດວຽກຮ່ວມກັນ ແລະ ການຈັດ ການຂໍ້ມູນເປັນລະບົບ; ເປັນພື້ນຖານສໍາຄັນໃນການເຊື່ອມໂຍງຂໍ້ມູນລະຫວ່າງໜ່ວຍງານ ພາກລັດ; ເປັນແຫຼ່ງຄວາມຮູ້ດີຈິຕອນ ທີ່ຊ່ວຍສົ່ງເສີມການຄົ້ນຄວ້າ ແລະ ການສຶກສາ; ຊ່ວຍໃຫ້ການຈັດກອງປະຊຸມ ແລະ ການຕັດສິນໃຈທີ່ມີຄວາມໂປ່ງໃສ; ເປັນທິດທາງໃໝ່ໃນການຍົກລະດັບປະສິດທິພາບຂອງວຽກງານ, ພ້ອມນັ້ນ ທ່ານໄດ້ກ່າວຕື່ມວ່າການຮຽນຮູ້ທາງດ້ານເທັກໂນໂລຊີດີຈິຕອນ ບໍ່ແມ່ນວຽກເສີມ ແຕ່ແມ່ນໜ້າທີ່ຈໍາເປັນຂອງພະນັກງານພັກ-ລັດໃນຍຸກໃໝ່ທີ່ຈະຕ້ອງພ້ອມກັນປັບປຸງວິທີການເຮັດວຽກເພື່ອຫັນເປັນທັນສະໄໝໃນຍຸກປັດຈຸບັນ ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ນັກສໍາມະກອນທຸກສະຫາຍຈົ່ງພ້ອມກັນເອົາໃຈໃສ່ໃນການປະຕິບັດໂມງເວລາໃນການເຂົ້າຮ່ວມດ້ວຍຈິດໃຈຍົກສູງຄວາມຮັບຜິດ ຊອບ, ຕັ້ງໃຈຮຽນຮູ້, ກ້າແລກປ່ຽນຄຳຄິດເຫັນ, ກ້າປະຍຸກໃຊ້ ເພື່ອນໍາເອົາຄວາມຮູ້ ແລະ ບົດຮຽນດັ່ງກ່າວນໍາໄປຜັນຂະຫຍາຍຜົນສູ່ວຽກງານຕົວຈິງໃນແຕ່ລະໄລຍະໃຫ້ມີປະສິດທິຜົນສູງສຸດ.