
ໃນວັນທີ 5 ກຸມພາ 2026 ຄະນະໂຄສະນາອົບຮົມສູນກາງພັກ ຈັດປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949-20 ມັງກອນ 2026) ທີ່ຫ້ອງປະຊຸມໃຫຍ່ ຄອສພ(ຫລັກ6) ໃຫ້ກຽດປາຖະກະຖາໂດຍ ສະຫາຍ ພົນໂທ ສາຍໃຈ ກົມມະສິດ ກຳມະການສູນກາງພັກ ຮອງລັດຖະມົນຕີ ຫົວຫນ້າກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ, ມີຄະນະປະຈໍາພັກ, ຄະນະບໍລິຫານງານພັກ, ຄະນະໂຄສະນາອົບຮົມສູນກາງພັກ,ບັນດາຫົວໜ້າກົມ, ທຽບເທົ່າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວ ໜ້າພະແນກ ທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຂອງການປາຖະກະຖາຄັ້ງນີ້ ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານຮຸ່ນສືບທອດໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງຕໍ່ປະຫວັດແຫ່ງການກຳເນີດ, ຜົນງານ, ການເຕີບໃຫຍ່ຂະຫຍາຍຕົວ, ການສູ້ຮົບມີໄຊທີ່ຫງ່າອົງອາດຂອງ ກອງທັບປະຊາຊົນລາວ ຕະຫຼອດໄລຍະ 77 ປີຜ່ານມາ ແລະ ຮັບຮູ້ເຂົ້າໃຈຕໍ່ສະພາບການພົ້ນເດັ່ນໃນພາກພຶ້ນແລະ ສາກົນໃນປັດຈຸບັນ ເພື່ອນໍາໄປຜັນຂະຫຍາຍ ແລະ ໂຄສະນາສຶກສາອົບຮົມການເມືອງ-ແນວຄິດໃຫ້ເປົ້າໝາຍຕ່າງໆ ແລະ ປະຊາຊົນບັນດາເຜົ່າໄດ້ຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງໄປໃນທາງດຽວກັນ.

ໃນພິທີ ສະຫາຍ ພົນໂທ ສາຍໃຈ ກົມມະສິດ ກຳມະການສູນກາງພັກ ຮອງລັດຖະມົນຕີ ຫົວຫນ້າກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງ ກັນປະເທດ ໄດ້ຫວນຄືນເຖີງປະຫວັດມູນເຊື້ອແຫ່ງການກຳເນີດເຕີບໃຫຍ່ຂະ ຫຍາຍຕົວ ລວມທັງຜົນງານ ແລະ ໄຊຊະນະ ທີ່ກອງທັບປະຊາຊົນລາວຍາດມາໄດ້ໃນ ຕະຫລອດໄລຍະ 77 ປີຜ່ານມາ, ເຊິ່ງກອງທັບປະຊາຊົນລາວ ໄດ້ກຳເນີດຂຶ້ນໃນທ່າມກາງທີ່ປະເທດຊາດຖືກພວກລ່າເມືອງຂຶ້ນແບບເກົ່າເຂົ້າມາຮຸກຮານ ແລະ ຄອບຄອງ ໂດຍພາຍໃຕ້ການນໍາພາຂອງ ພັກປະຊາຊົນປະຕິວັດລາວ ໄດ້ລຸກຮືຂຶ້ນຕໍ່ສູ້ຕ້ານການຮຸກຮານຢ່າງເປັນຂະບວນຟົດຟື້ນໃນທົ່ວປະເທດ, ມາໃນວັນທີ 20 ມັງກອນ 1949 ກອງທັບລາວອິດສະຫລະໄດ້ຮັບການປະກາດສ້າງຕັ້ງຂຶ້ນ (ຊຶ່ງເປັນຕົ້ນກຳເນີດຂອງກອງທັບປະ ຊາຊົນລາວເຮົາໃນປັດຈຸບັນ) ຢູ່ເຂດລາວຮຸ່ງພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ ໂດຍແມ່ນ ປະທານ ໄກສອນ ພົມ ວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ຊີ້ນຳບັນຊາໂດຍກົງ, ນັບແຕ່ກອງທັບໄດ້ຮັບການສ້າງຕັ້ງຂຶ້ນ ກໍໄດ້ຮັບພາລະອັນໜັກໜ່ວງຕໍ່ສູ້ຕ້ານກັບຈັກກະພັດຜູ້ຮຸກຮານທັງແບບເກົ່າ ແລະ ໃໝ່ທີ່ມີອາວຸດ, ພາຫະນະສົງຄາມ ແລະ ກຳລັງພົນທີ່ເໜືອກວ່າ, ແຕ່ເພື່ອປົກປັກຮັກສາປະເທດຊາດດ້ວຍນໍ້າໃຈຮັກຊາດອັນເດັດດ່ຽວໜຽວແໜ້ນ, ຕໍ່ສູ້ບໍ່ຍອມຈຳນົນ ກອງທັບໄດ້ຮ່ວມກັບປະຊາຊົນລາວບັນດາ ເຜົ່າ ສືບຕໍ່ດໍາເນີນການຕໍ່ສູ້ຢ່າງອົງອາດກ້າຫານ, ຍິ່ງຕີຍິ່ງໄດ້ຮັບໄຊຊະນະ, ຍິ່ງຕີຍິ່ງເຕີບໃຫຍ່ເຂັ້ມແຂງ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສ້າງຕັ້ງລະບອບໃໝ່ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975, ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍແລ້ວ ກອງທັບກໍໄດ້ປະຕິບັດສອງໜ້າທີ່ຍຸດທະສາດໄປພ້ອມໆກັນ ຄື: ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ, ສືບຕໍ່ເສີມຂະຫຍາຍທາດແທ້ມູນເຊື້ອຂອງກອງທັບ, ປັບປຸງກໍ່ສ້າງກຳລັງ, ອົບຮົບ-ຫັດແອບ, ປັບປຸງລະບຽບແບບແຜນວິທີເຮັດໃຫ້ກອງທັບນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໜຂຶ້ນເທື່ອລະກ້າວ.
ໃນໂອກາດດຽວກັນ, ທ່ານ ໄຊຍະການ ສີສຸວົງ ປະທານສະໂມສອນນັກການທູດລາວ ກະຊວງການຕ່າງປະເທດ ໄດ້ຂຶ້ນເຜີຍແຜ່ສະພາບການພົ້ນເດັ່ນ ຂອງພາກພື້ນ ແລະ ສາກົນ ໃນປັດຈຸບັນ ໃຫ້ ຄະນະພັກ, ຄະນະນຳ, ຫົວໜ້າກົມ, ຮອງກົມ, ພະນັກງານຫລັກແຫລ່ງ ພາຍໃນ ແລະ ອ້ອມຂ້າງ ຄອສພ ໄດ້ຮັບຮູ້ຕື່ມອີກ.
