
ໃນຕອນເຊົ້າຂອງວັນທີ 3 ກຸມພາ 2026 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປະກາດການຈັດຕັ້ງຂັ້ນຮອງຄະນະໂຄສະນາອົບຮົມສູນ ກາງພັກ ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຄອສພ; ພາຍໃຕ້ການເປັນປະທານຂອງ ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ເຂົ້າຮ່ວມມີ: ຄະນະປະຈໍາພັກ, ຄະນະບໍລິຫານງານພັກ, ຄະນະໂຄ ສະນາອົບຮົມສູນກາງພັກ, ທ່ານ ໂພໄຊ ໄຂຄໍາພິທູນ ກໍາມະການສູນກາງພັກ ຮອງເລຂາພັກແຂວງ ສະຫວັນນະເຂດ, ຕາງໜ້າຄະນະຈັດຕັ້ງສູນກາງພັກ, ບັນດາຫົວໜ້າກົມ, ທຽບເທົ່າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ.


ໃນພິທີ ທ່ານ ນາງ ກັນຍາ ແສງແກ້ວວົງພະຈັນ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ຂື້ນຜ່ານ ຄໍາສັ່ງເລກທີ 13/ກມສພ ລົງວັນທີ 23/1/2026 ວ່າດ້ວຍການຍົກຍ້າຍ ພະນັກງານການນໍາຂັ້ນສູງໄປຮັບໜ້າທີ່ໃໝ່ ແລະ ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 05/ຄລສພ, ລົງວັນທີ 23/1/2026 ຕົກລົງແຕ່ງຕັ້ງ ສະຫາຍ ໂພໄຊ ໄຂຄໍາພິທູນ ກໍາມະການສູນກາງພັກ ເປັນຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.

ໃນໂອກາດດັ່ງກ່າວ ທ່ານ ໂພໄຊ ໄຂຄໍາພິທູນ ກໍາມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຜູ້ໃໝ່ )ໄດ້ຂື້ນມີຄໍາເຫັນ ແລະ ກ່າວຮັບໜ້າທີ່ໃໝ່ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຂອບໃຈມາຍັງການນໍາພັກ-ລັດ ແລະ ຕີລາຄາສູງຕໍ່ການຈັດຕັ້ງພັກ-ລັດ ທີ່ໄດ້ໃຫ້ຄວາມໄວ້ວາງໃຈ ແລະ ມອບໜ້າທີ່ອັນມີກຽດ ພ້ອມນັ້ນທ່ານໄດ້ໃຫ້ຄໍາໝັ້ນສັນຍາວ່າຈະສືບຕໍ່ຊີ້ນຳ-ນຳພາວຽກໂຄສະນາອົບຮົມໃຫ້ມີບາດກ້າວອັນໃໝ່ໃຫຍ່ຫຼວງກວ່າເກົ່າ, ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຕາມການຈັດຕັ້ງມອບໝາຍໃຫ້ດ້ວຍຄວາມເອົາໃຈໃສ່ສູງ, ແລກປ່ຽນປະສົບ ການ, ແບບແຜນວິທີການນໍາພາ-ວິທີເຮັດວຽກໃຫ້ປະສົບຜົນສໍາເລັດ ແລະ ມີປະສິດທິພາບສູງ.

ຫຼັງຈາກນັ້ນ ທ່ານ ຄໍາພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ, ປະທານສະພາທິດສະດີສູນກາງພັກ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ສະມາຊິກພັກ-ພະນັກງານ ກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວຂອງ ທ່ານ ໂພໄຊ ໄຂຄໍາພິທູນ ກໍາມະການສູນກາງພັກ ຮອງເລຂາພັກແຂວງ ສະຫວັນນະເຂດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຜູ້ໃໝ່) ໃນໄລຍະຜ່ານມາ ແລະ ເນັ້ນໜັກໃຫ້ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຜູ້ໃໝ່ ຈົ່ງສືບຕໍ່ຮັກສາມູນເຊື້ອໃນການເຮັດວຽກງານການເມືອງ-ແນວຄິດໃນແຕ່ລະໄລຍະໃຫ້ມີຄວາມແຫຼມຄົມ ເລິກເຊິ່ງ ແລະ ກວ້າງຂວາງນໍາພາວຽກງານໂຄສະນາອົບຮົມໄປສູ່ຄຸນນະພາບໃໝ່, ພ້ອມນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ທັງໝົດພ້ອມກັນສືບຕໍ່ເອົາໃຈໃສ່ບາງວຽກ ງານດັ່ງນີ້:
1. ສືບຕໍ່ໃນການຈັດຕັ້ງເຊື່ອມຊຶມຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ ແລະ ຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໂດຍເນັ້ນໃສ່ໂຄສະນາຜ່ານສື່ມວນຊົນ ແລະ ໂຄສະນາຜ່ານສື່ອອນລາຍໃນຫຼາກຫຼາຍຊ່ອງທາງໃຫ້ມີຄວາມເຂັ້ມແຂງ, ວ່ອງໄວ ເລິກເຊິ່ງ ແລະ ທົ່ວເຖິງທຸກກຸ່ມເປົ້າໝາຍ.
2. ສືບຕໍ່ກະກຽມດໍາເນີນກອງປະຊຸມຂອງວຽກງານສື່ມວນຊົນທົ່ວປະເທດໃນນັ້ນຈະໄດ້ພ້ອມກັນສະຫຼຸບຕີລາຄາຄືນຜົນງານການເຄື່ອນໄຫວວຽກງານສື່ມວນຊົນໃນໄລຍະຜ່ານມາ ເພື່ອພ້ອມກັນບຸກທະລຸເຮັດໃຫ້ວຽກງານສື່ມວນຊົນກ້າວໜ້າຂຶ້ນເລື້ອຍໆ.
3. ສືບຕໍ່ຕິດຕາມ ຊຸກຍູ້ການເຄື່ອນໄຫວວຽກງານເລືອກຕັ້ງໂດຍການໂຄສະນາຜ່ານສື່ສັງຄົມອອນລາຍໃຫ້ມີຄວາມແຂງແຮງ ອຸດົມສົມບູນ ແລະ ໃຫ້ມີຄວາມພົ້ນເດັ່ນ.
4. ສືບຕໍ່ພ້ອມກັນກະກຽມຄວາມພ້ອມໃນການຈັດກອງປະຊຸມໃຫຍ່ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ສະໄຫມທີ 6 ທີ່່ຈະຈັດຂຶ້ນໃນມໍ່ໆນີ້.
