ເພື່ອເປັນການຈັດຕັ້ງຜັນຂະຫຍາຍຄໍາຂວັນຂອງກົມທີ່ວ່າ: “ສ້າງ, ປັບປຸງປ່ຽນແປງວຽກງານອົບຮົມໄປສູ່ຄຸນນະພາບໃໝ່” ແລະ ພ້ອມທັງເປັນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ຂອງອົງ ຄະນະພັກຄະນະໂຄະສະນາອົບຮົມສູນກາງພັກ ທີ່ຈະມາເຖິງ. ໃນຕອນບ່າຍຂອງວັນທີ 19 ມີນາ 2026 ນີ້ກົມອົບຮົມໄດ້ຈັດຕັ້ງເປີດບັ້ນແຂ່ງຂັນວຽກງານວິຊາສະເພາະພາຍໃນກົມຂຶ້ນ ຢູ່ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະໂຄສະ ນາອົບຮົມສູນກາງພັກ ໂດຍການເປັນປະທານຂອງ ສະຫາຍ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ ຫົວໜ້າກົມອົບຮົມ, ມີຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມດ້ວຍພະນັກງານວິຊາການ ເຂົ້າຮ່ວມທັງໝົດ 18 ສະຫາຍ, ຍິງ 8 ສະຫາຍ.

ຈຸດປະສົງຂອງການຈັດຕັ້ງການແຂ່ງຂັນວຽກງານວິຊາສະເພາະໃນຄັ້ງນີ້ ແມ່ນເປັນການຍົກລະດັບຄວາມຮູ້, ຄວາມເຂົ້າໃຈຂອງພະນັກງານ ກ່ຽວກັບແນວທາງແຜນນະໂຍບາຍ, ມະຕິ, ຄໍາສັ່ງ ຂອງພັກ ແລະ ກົດໝາຍຂອງລັດ, ເພື່ອເປັນການຝຶກທັດສະໃນການຂຶ້ນຫ້ອງບັນຍາຍເອກະສານ, ເປັນການແລກປ່ຽນບົດຮຽນເຊິ່ງກັນແລະກັນ, ທັງເປັນການສ້າງພະນັກງານວິຊາການໃຫ້ມີຄວາມຊໍານານງານ ແລະເປັນມືອາຊີບ, ເພື່ອເປັນພະນັກງານສືບທອດປ່ຽນແທນໃນຕໍ່ໜ້າ, ຮູບແບບ ແລະວິທີແມ່ນການບັນຍາຍເອກະສານເປັນຫຼັກ, ການແຂ່ງຂັນແມ່ນແບ່ງອອກເປັນ 2 ຂັ້ນຄື: ຂັ້ນພະແນກ ແລະຂັ້ນວີຊາການ ໂດຍການນໍາໃຊ້ເອກະສານອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ແນວຄິດ ໃຫ້ພະນັກງານຂັ້ນຕາແສງ ຊຶ່ງປະກອບມີ 6 ເນື້ອໃນ ດັ່ງນີ້: ຊາດລົດ, ຄົນລາວ ແລະ ມູນເຊື້ອອັນສະຫງ່າລາສີຂອງຊາດລາວ, ຄົນລາວ; ສ້າງຄວາມຮັບຮູ້, ເຂົ້າໃຈກ່ຽວກັບການປົກຄອງຢູ່ ສປປ ລາວ ໃນປັດຈຸບັນ; ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໄລຍະໃໝ່; ເພີ່ມທະວີບົດບາດ, ຍົກສູງຄວາມສາມາດນໍາພາ ແລະຄວາມເປັນແບບຢ່າງນໍາໜ້າທີ່ເຂັ້ມແຂງຂອງພັກ; ການພັດທະນາເສດຖະກິດຕິດພັນກັບການພັດທະນາວັດທະນະທໍາ ແລະ ສິ່ງແວດລ້ອມ ແລະແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ການແຂ່ງຂັນດັ່ງກ່າວແມ່ນຈະໄດ້ດໍາເນີນໄປຕັ້ງແຕ່ເດືອນມີນາ ຫາເດືອນທັນວາ ປີ 2026 ຈຶ່ງຈະໄດ້ປິດລົງ.

@ພາບ-ຂ່າວ: ກິຕ້ອມ ພັນທະວົງ.
