ໃນຕອນບ່າຍຂອງ ວັນທີ 12 ມີນາ 2026 ທີ່ ຫ້ອງຝຶກອົບຮົມ ຊັ້ນ 3 ກົມຂໍ້ມູນຂ່າວສານ ໄດ້ຈັດພິທີປິດຊຸດຝຶກອົບຮົມວິທີນໍາໃຊ້ລະບົບຫ້ອງການທັນສະໄໝ (E-Office) ໃຫ້ແກ່ພະນັກງານ ພາຍໃນກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານຂອງ ທ່ານ ນາງ ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ, ຜູ້ຊີ້ນໍາວຽກງານພະແນກເຕັກໂນໂລຊີ-ຂໍ້ມູນຂ່າວສານ ເຂົ້າຮ່ວມມີ: ທ່ານ ພູວັນ ສຸວັນ ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມດ້ວຍພະນັກງານພາຍໃນກົມຂໍ້ມູນຂ່າວສານເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ນາງ ມອນສະຫວັນ ແສນໄຕ ໄດ້ຂຶ້ນມີຄໍາເຫັນ ແລະ ລາຍງານຜົນສໍາເລັດຂອງຊຸດຝຶກອົບຮົມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮຽນຮູ້ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ກ່ຽວກັບນໍາໃຊ້ລະບົບຫ້ອງການທັນສະໄໝ, ການຈໍລະຈອນເອກະສານ, ການຕິດຕັ້ງ, ການກຳນົດຄ່າ, ການບໍລິຫານຜູ້ໃຊ້, ການຮັກສາຄວາມປອດໄພຂໍ້ມູນ ແລະ ການນໍາໃຊ້ຟັງຊັນຕ່າງໆ ຂອງລະບົບ E-Office ເຊິ່ງຜ່ານການຝຶກອົບຮົມຕົວຈິງເຮັດໃຫ້ນັກສຳມະນາກອນທີ່ເຂົ້າຮ່ວມຝຶກອົບຮົມ ມີຄວາມ ເອົາໃຈໃສ່ຕິດຕາມໃນການບັນຍາຍຂອງອາຈານ, ມີຄວາມກ້າຫານຄົ້ນຄ້ວາສົນທະນາແລກປ່ຽນບົດຮຽນ ປະກອບຄໍາຄິດ, ຄໍາເຫັນໃນການຖາມ-ຕອບ ສາມາດກໍາໄດ້ເນື້ອໃນບົດຮຽນໃນດ້ານຕ່າງໆ. ພ້ອມນັ້ນ ທ່ານຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະຮັບຜິດຊອບ, ອາຈານທີ່ຂື້ນຫ້ອງສອນ ທີ່ໄດ້ກະກຽມພ້ອມທາງດ້ານເນື້ອໃນບົດສອນ ແລະ ເອົາໃຈໃສ່ໃນການສົ່ງຄວາມຮູ້, ແນະນໍາອະທິບາຍຊີ້ແຈງ ເຮັດໃຫ້ນັກຝຶກອົບຮົມສາມາດຈັດຕັ້ງປະຕິບັດຕາມຂັ້ນຕອນຕົວຈິງໄດ້ ແລະ ໄດ້ຮັບຜົນສຳເລັດຕາມຄາດໝາຍ; ຕໍ່ກັບຜົນສໍາເລັດດັ່ງກ່າວ ເຖິງວ່າຈະເປັນໄລຍະສັ້ນ ແຕ່ດ້ວຍຄວາມເອົາໃຈໃສ່ ຂອງນັກ ຝຶກອົບຮົມໃນການປະຕິບັດໂມງ-ເວລາ ແລະ ເຫັນໄດ້ບົດບາດຄວາມສໍາຄັນໃນການເຂົ້າຮ່ວມຝຶກອົບຮົມ ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ຊຶ່ງເປັນການຍົກລະດັບຄວາມຮູ້, ຄວາມສາມາດ, ຖອດຖອນບົດຮຽນ ອັນສໍາຄັນທີ່ຈະຕ້ອງໄດ້ສືບຕໍ່ຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດຫນ້າທີ່ວຽກງານຂອງຕົນ ໃຫ້ວ່ອງໄວ ທັນສະພາບການກັບວຽກງານໃນແຕ່ລະໄລຍະນັ້ນ ທ່ານໄດ້ຮຽກຮ້ອງມາຍັງນັກສໍາມະນາກອນທຸກສະຫາຍ ພ້ອມກັນນໍາເອົາຄວາມຮູ້ ແລະ ປະສົບການທີ່ໄດ້ຝຶກອົບຮົມມານັ້ນໄປປະຍຸກໃຊ້ໃນວຽກງານຕົວຈິງ ພ້ອມທັງຊ່ວຍເຫຼືອແນະນໍາເພື່ອນຮ່ວມງານໃນການສືບຕໍ່ຜັນຂະຫຍາຍແນະນໍາວິທີການນໍາໃຊ້ລະບົບດັ່ງກ່າວນີ້ ໃຫ້ທົ່ວເຖິງທຸກເປົ້າໝາຍຢູ່ບັນດາກົມ ທົ່ວຄະນະໂຄສະນາອົບຮົມສູນກາງພັກໃຫ້ສາມາດນໍາໃຊ້ລະບົບຫ້ອງການທັນສະໄໝໄດ້ຢ່າງຖືກຕ້ອງ ແລະ ມີປະສິດທິຜົນສູງສຸດ.


