ກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ


ໃນວັນທີ 17-18 ມີນາ 2026 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ບັນດາເອກະສານສໍາຄັນຕ່າງໆ ຂອງພັກ ແລະ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ ຂຶ້ນທີ່ຫ້ອງປະຊຸມໃຫຍ່ ຄອສພ (ຫຼັກ6) , ພາຍໃຕ້ການເປັນປະທານ ແລະ ເຜີຍແຜ່ເຊື່ອມຊຶມເອກະສານໂດຍ ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ເຂົ້າຮ່ວມຮັບຟັງມີ ຄະນະພັກ, ຄະນະນໍາ, ຫົວຫນ້າກົມ, ຮອງຫົວຫນ້າກົມ, ຫົວຫນ້າພະແນກ, ຮອງຫົວຫນ້າພະແນກ ພ້ອມດ້ວຍພະນັກງານວິຊາການ ທົ່ວຄອສພ ເຂົ້າຮ່ວມ.


ໃນກອງປະຊຸມ, ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ໃຫ້ກຽດເຜີຍແຜ່ເນື້ອໃນເອກກະສານທີ່ສໍາຄັນຄື: ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ໂຄງການການເມືອງ ຂອງພັກ ແລະ ບົດລາຍງານການເມືອງຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ເຊິ່່ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໄດ້ຮັບຮອງເອົາໂຄງການ ການເມືອງຂອງພັກ ສະບັບທີ 3 ຊຶ່ງເປັນເອກະສານສໍາຄັນ ທີ່ຊີ້ທາງເດີນໃຫ້ພັກ ແລະ ປວງຊົນລາວບັນດາເຜົ່າສືບຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນ ຊຶ່ງເປັນລະບອບການເມືອງ ທີ່ໄດ້ມາຈາກປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນນັ້ນ ໃຫ້ໜັກແໜ້ນເລິກເຊິ່ງ, ເຂັ້ມແຂງ ແລະ ຮອບດ້ານຍິ່ງໆຂຶ້ນ, ເຊິ່ງໃນນັ້ນໂຄງການການເມືອງ ສະບັບທີ 3 ໄດ້ວາງ 11 ແຜນນະໂຍບາຍໃຫຍ່ ຂອງການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ ຄື: ພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມໃຫ້ເປັນລະ ບົບ, ທັນສະໄໝ, ພັກເຮົາສືບຕໍ່ຢຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍ ບັນດາຫຼັກການ ແລະ ທັດສະນະພື້ນຖານ ໃນການຍູ້ແຮງການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ຂອງພັກເຮົາ ຄື: 1. ການປ່ຽນແປງໃໝ່, ການສະແຫວງຫາສັດຈະທຳ ໃນການນໍາພາຂອງພັກ ແມ່ນພາລະກິດປະຕິວັດອັນເລິກເຊິ່ງເຖິງຖອງ ທີ່ຕ້ອງດໍາເນີນການຢ່າງຮອບດ້ານ, ຕໍ່ເນື່ອງ ແລະ ຍາວນານ. ປວງຊົນລາວເນົາ ຕ້ອງຢຶດໝັ້ນໃນສິ່ງທີ່ພັກເຮົາຢຶດຖືເປັນຫຼັກການ, ທັງຕ້ອງປະດິດສ້າງ, ຕໍ່ຍອດໃຫ້ສູງຂຶ້ນ ແລະ ຫັນເຂົ້າສູ່ລວງເລິກກວ່າເກົ່າ, ຕັດສິນໃຈປະຕິບັດຢ່າງເດັດດ່ຽວໜຽວແໜ້ນ, 2. ເຊີດຊູນໍ້າໃຈຮັກຊາດອັນດູດດື່ມ, ມີສະຕິຊາດເອກະພາບອັນສູງສົ່ງ ແລະ ຮັກລະບອບໃໝ່ຢ່າງສຸດຊຶ້ງ, 3. ຕ້ອງຖືສໍາຄັນພັດທະນາຊັບພະຍາກອນມະ ນຸດ, ພູມປັນຍາ ຂອງຄົນໃນຊາດ, ຮັບປະກັນ ຄວາມສົມສ່ວນ ລະຫວ່າງພັດທະນາເສດຖະກິດ ກັບການພັດທະນາວັດທະນະທຳ-ສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ, ລະຫວ່າງ ພັດທະນາເສດຖະກິດ ກັບວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, 4. ຍົກສູງປະສິດທິພາບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຕາມທິດສ້າງລັດປະຊາທິປະໄຕປະຊາຊົນ ທີ່ປົກຄອງດ້ວຍກົດ ໝາຍທີ່ສັກສິດ ແລະ ສະເໝີພາບ ພາຍໃຕ້ການນໍາພາ ຂອງພັກ, 5. ເພີ່ມຄວາມສາມາດນໍາພາ ແລະ ກຳລັງແຮງສູ້ຮົບ ຂອງຄະນະພັກແຕ່ລະຂັ້ນ ໃນທຸກຂົງເຂດວຽກງານ; ໃນນັ້ນວຽກງານຕໍ່ຫນ້າແມ່ນສືບຕໍ່ສ້າງຮາກຖານພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ເປັນກຳລັງແຮງໃຫ້ແກ່ການຂັບເຄື່ອນການນໍາພາ-ຊີ້ນໍາ ຂອງຄະນະພັກໃນລະ ບົບການເມືອງ ຢູ່ແຕ່ລະຂັ້ນ, 6. ເພີ່ມທະວີການນໍາພາເດັດຂາດ, ໂດຍກົງ, ຮອບດ້ານຂອງພັກ ຕໍ່ກໍາລັງປະກອບອາວຸດປະຕິວັດ, ການປະຕິບັດແນວທາງ, ນະໂຍບາຍການຕ່າງປະ ເທດທີ່ສອດຄ່ອງ, ມີໄຫວພິບ ເພື່ອຮັບປະກັນຄວາມໝັ້ນຄົງຂອງຊາດ, ສ້າງເງື່ອນໄຂສະພາບແວດລ້ອມທີ່ສະດວກໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ.


ຫຼັງຈາກນັ້ນ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຂຶ້ນຜ່ານແຜນພັດທະ ນາເສດຖະກິດ-ສັງຄົມ ຄັ້ງທີ X ຂອງລັດ ແລະ ຜ່ານກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XII.

ໃນຕອນບ່າຍຂອງວັນດຽວກັນນັ້ນ ສະຫາຍ ຄໍາມອນ ຈັນທະຈິດ  ກຳມະການສໍາຮອງສູນກາງພັກ ຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ປະຈໍາການສະພາທິດສະດີສູນກາງພັກ ໄດ້ເຜີຍແຜ່ພາລະບົດບາດຂອງຄະນະໂຄສະນາອົບຮົມສູນກາງພັກ ແລະ ເອກະສານວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ຕໍ່ກອງປະຊຸມ.