ກົມອົບຮົມ ສໍາເລັດການບັນຍາຍເອກະສານ, ພາຍໃຕ້ຫົວຂໍ້: “ວຽກງານການນໍາພາ-ຊີ້ນໍາ ຕາມທິດຊີ້ນໍາຂອງພັກ-ລັດ” ໃຫ້ພະນັກງານນໍາພາ-ຄຸ້ມຄອງຫຼັກແຫຼ່ງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ

ໃນວັນທີ 6 ມິຖຸນາ 2026, ທີ່ສະຖາບັນການທະນາຄານ, ກົມອົບຮົມ ໄດ້ເຄື່ອນໄຫວບັນຍາຍເອກະສານ ພາຍໃຕ້ຫົວຂໍ້: “ວຽກງານການນໍາພາ-ຊີ້ນໍາ ຕາມທິດຊີ້ນໍາຂອງພັກ-ລັດ”

 
      ໃຫ້ພະນັກງານນໍາພາ-ຄຸ້ມຄອງຫຼັກແຫຼ່ງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ໂດຍການເປັນປະທານຂອງ ທ່ານ ນັນທະລາດ ເເກ້ວປະເສີດ ຮອງຜູ້ອໍານວຍການທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ເປັນກຽດເຂົ້າຮ່ວມຂອງທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ, ຫົວໜ້າກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍສໍາມະນາກອນ ເຂົ້າຮ່ວມທັງໝົດ 362 ສະຫາຍ, ຍິງ 162 ສະຫາຍ. ຈຸດປະສົງຂອງການບັນຍາຍເອກະສານໃນຄັ້ງນີ້ ເພື່ອຍົກລະດັບວຽກງານການເປັນຜູ້ນໍາພາ-ຊີ້ນໍາ ໂດຍສະເພາະ ແບບແຜນ ວິທີນໍາພາ ແລະ ວິທີເຮັດວຽກ ທີ່ຖືກຕ້ອງກັບແນວທາງນະໂຍບາຍຂອງພັກ-ລັດ.
ໃນພິທີດັ່ງກ່າວ, ທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ, ຫົວໜ້າກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ບັນຍາຍ 3 ເອກະສານ ຄື: (. ຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ ຂອງພະນັກງານ-ສະມາຊິກພັກ; (. ພະນັກງານນໍາພາຄຸ້ມຄອງ ຕ້ອງກໍາແໜ້ນແບບເເຜນນໍາພາ ແລະ ວິທີເຮັດວຽກທີ່ຖືກກັບແນວທາງຂອງພັກ ແລະ ກົດໝາຍຂອງລັດ; (. ສັງຄົມສາມັກຄີປອງດອງແມ່ນບໍ່ ເກີດເເຫ່ງກໍາລັງແຮງ ຂອງການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ເຊິ່ງເຮັດໃຫ້ພະນັກງານນໍາພາ-ຄຸ້ມຄອງຫຼັກແຫຼ່ງ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໄດ້ສ້າງຄວາມຮັບຮູ້, ເຂົ້າໃຈ ແລະ ເພື່ອເປັນການເພີ່ມທະວີບົດບາດການນໍາພາ-ຊີ້ນໍາວຽກງານຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດຢ່າງໜັກແໜ້ນ; ຈົງຮັກພັກດີຕໍ່ອຸດົມການສັງຄົມນິຍົມ, ປະຕິບັດໜ້າທີ່ການເມືອງຂອງຕົນ ຢ່າງບໍລິສຸດສັດຊື່; ມີຄວາມສາມັກຄີເປັນປຶກເເຜ່ນ, ມີຄວາມເຊື່ອໝັ້ນ ຕໍ່ການນໍາພາຂອງພັກ; ເປັນເຈົ້າການປະກອບສ່ວນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ພາບ-ຂ່າວ: ທອງໄຊ ຈັນທະຄໍາ