
ໃນຕອນເຊົ້າວັນທີ 26 ມິຖຸນາ 2026 ເວລາ 09:00 ໂມງ, ສະພາທິດສະດີສູນກາງພັກ, ໄດ້ຈັດພິທີມອບປື້ມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ; ໂຄງການເມືອງຂອງພັກ ແລະສະຫຼຸບ 40 ປີ ແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກການ ຂອງພັກປະຊາຊົນ ປະຕິວັດລາວ ໃຫ້ບັນ ດາກະຊວງ-ອົງການຂັ້ນສູນກາງ ຢູ່ທີ່ສະພາທິດສະດີສູນກາງພັກ, ຫ້ອງປະຊຸມຊັ້ນ II (ຫຼັກ 6), ໂດຍໃຫ້ກຽດເປັນປະທານ ແລະກ່າວມອບຂອງ ສະຫາຍ ປອ. ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ, ຜູ້ປະຈໍາການ.
ໃນພິທີມີບັນດາທ່ານຕາງໜ້າຈາກບັນດາກະຊວງ-ອົງການຂັ້ນສູນກາງ, ພ້ອມດ້ວຍພະນັກງານຂອງຫ້ອງ ການສະພາທິດສະດີສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ,


ຈຸດປະສົງຂອງການມອບປື້ມໃນເທື່ອນີ້ເປັນການປະ ກອບສ່ວນອັນສໍາຄັນເຂົ້າໃນການສະໜອງຄັງເອກະສານ, ເພື່ອຮັບໃຊ້ວຽກງານຄົ້ນຄວ້າວິທະຍາສາດ, ການຮຽນການສອນ ແລະການບໍາລຸງຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງ-ການປົກຄອງ, ທັງເປັນບ່ອນອີງໃນການຜັນຂະຫຍາຍມະຕິຄໍາສັ່ງຂອງພັກໃຫ້ແກ່ພະນັກງານ, ສະມາຊິກພັກ ໃຫ້ມີຄວາມອຸ່ນອ່ຽງທຸນທ່ຽງ ແລະໜັກ ແໜ້ນທາງດ້ານຄຸນທາດການເມືອງ.
ປື້ມທີ່ມອບໃນຄັ້ງນີ້ມີຈໍານວນທັງໝົດ 12,480 ຫົວ, ເຊິ່ງເປັນຜົນງານການຄົ້ນຄວ້າ ແລະຮີບໂຮມເອົາເນື້ອໃນຈິດໃຈທີ່ມີຄຸນຄ່າທາງດ້ານທິດສະດີ ແລະພຶດຕິກຳ, ແນ່ໃສ່ຮັບໃຊ້ເຂົ້າໃນການຄົ້ນຄວ້າ, ການຮຽນ-ການສອນ ແລະການຍົກລະດັບທາງດ້ານການເມືອງ-ການປົກຄອງໃຫ້ແກ່ພະນັກງານ, ສະມາຊິກພັກ ກໍຄືພາກສ່ວນທີ່ກ່ຽວຂ້ອງໃຫ້ມີຄວາມໜັກແໜ້ນຍິ່ງຂຶ້ນ ແລະນໍາໄປສຶກສາອົບຮົມ, ຜັນຂະຫຍາຍ ແລະຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງ.

ໃນຕອນທ້າຍຂອງພິທີ, ທ່ານປະທານກອງປະຊຸມຍັງໄດ້ມີຄຳເຫັນໂອ້ລົມ ແລະໄດ້ກ່າວວ່າ: “ການມອບປຶ້ມໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນ ເພື່ອເປັນການເປີດໂລກທັດໃໝ່ໃຫ້ແກ່ຜູ້ອ່ານໄດ້ຮັບຮູູ້, ເຂົ້າໃຈຕໍ່ແນວທາງຂອງພັກ ແລະຮັກການອ່ານ, ຫວັງຢ່າງຍິ່ງວ່າປຶ້ມເຫຼົ່ານີ້ຈະຖືກນຳໃຊ້ໃຫ້ເກີດປະໂຫຍດສູງສຸດ.” ແລະຕາງໜ້າພາກສ່ວນຮັບກໍ່ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງ ຕໍ່ສະພາທິດສະດີສູນກາງພັກ ທີ່ໄດ້ໃຫ້ຄວາມສໍາຄັນ ແລະສະໜອງຄັງປັນຍາອັນມີຄ່ານີ້, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າຈະປົກປັກຮັກສາ, ນໍາໃຊ້ ແລະແຈກຢາຍປື້ມດັ່ງກ່າວໃຫ້ເກີດປະໂຫຍດສູງສຸດໃນວຽກງານຕົວຈິງ. ພ້ອມນີ້, ທັງສອງຝ່າຍກໍ່ໄດ້ຖ່າຍຮູບຮ່ວມກັນເພື່ອເປັນຂີດໝາຍແຫ່ງຄວາມຮັດແໜ້ນຄວາມສາມັກຄີ ແລະການຮ່ວມມືທາງດ້ານວິ ຊາການ. ພິທີມອບປື້ມໃນຄັ້ງໄດ້ອັດລົງດ້ວຍໝາກຜົນອັນຈົບງາມ


ແຫຼ່ງຂ່າວ: ພະແນກແຜນການ ແລະ ສັງລວມການຄົ້ນຄວ້າ (ຫ້ອງສະພາທິດສະດີສູນກາງພັກ)
