
ຄະນະນັກສຳມະນາຈາກບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ ຂອງ ສປປ ລາວ ໄດ້ສະຫຼຸບຜົນການເຂົ້າຮ່ວມສຳມະນາ ຫົວຂໍ້ “ການເລັ່ງລັດສ້າງຂີດຄວາມສາມາດຂອງບຸກຄະລາກອນ ດ້ານປັນຍາປະດິດ (AI) ຂອງ ສປປ ລາວ” ທີ່ຈັດຂຶ້ນໂດຍກະຊວງການຄ້າ ສປ ຈີນ ແລະ ມອບໃຫ້ວິທະຍາໄລເຕັກນິກວິຊາຊີບການຄ້າສາກົນກວາງຊີ ເປັນເຈົ້າການ ໃນລະຫວ່າງວັນທີ 9-24 ກໍລະກົດ 2026 ຢູ່ແຂວງກວາງຊີ ສປ ຈີນ.
ການສຳມະນາດັ່ງກ່າວ ມີນັກສຳມະນາກອນຈາກຝ່າຍລາວ 25 ທ່ານ ທີ່ມາຈາກຫຼາຍກະຊວງ, ອົງການ ແລະ ທ້ອງຖິ່ນ ໂດຍໄດ້ເຂົ້າຮ່ວມການບັນຍາຍວິຊາການ, ແລກປ່ຽນປະສົບການ ແລະ ທັດສະນະສຶກສາຢູ່ບັນດາສະຖາບັນ, ບໍລິສັດ ແລະ ສູນນະວັດຕະກຳຂອງ ສປ ຈີນ ທີ່ປະສົບຜົນສຳເລັດໃນການນຳໃຊ້ AI ແລະ ເຕັກໂນໂລຊີດິຈິຕອນ.
ໃນໄລຍະການສຳມະນາ ຄະນະນັກສຳມະນາໄດ້ຮັບຟັງການບັນຍາຍ 8 ຫົວຂໍ້ສຳຄັນ ປະກອບມີ ພາບລວມການພັດທະນາຂອງ ສປ ຈີນ, ຄວາມທັນສະໄໝແບບຈີນ, ໂອກາດຄວາມຮ່ວມມື ລາວ-ຈີນ, ການພັດທະນາບຸກຄະລາກອນໃນຍຸກອັດສະລິຍະ, ການນຳ AI ໄປປະຍຸກໃຊ້ໃນການບໍລິຫານລັດ, ການຄົ້ນຄວ້າ, ການຜະລິດ, ການແພດ, ການສຶກສາ ແລະ ການຄຸ້ມຄອງເມືອງດ້ວຍເຕັກໂນໂລຊີດິຈິຕອນ.
ນອກນັ້ນ ຄະນະຍັງໄດ້ໄປທັດສະນະສຶກສາຢູ່ສູນທົດລອງເຕັກໂນໂລຊີກະສິກຳ, ບໍລິສັດ China Unicom ສາຂາກວາງຊີ, ສູນເຕັກໂນໂລຊີອະນາຄົດເວີນຊານ ນະຄອນຫາງໂຈວ, ຮ້ານຫຸ່ນຍົນ 6S ແຫ່ງທຳອິດຂອງໂລກ ແລະ ບໍລິສັດນະວັດຕະກຳອື່ນໆ ຢູ່ນະຄອນເຊິນເຈີ້ນ ເພື່ອສຶກສາຮູບແບບການນຳ AI ໄປໃຊ້ຕົວຈິງໃນຂະແໜງຕ່າງໆ.
ຈາກຜົນການສຳມະນາ ຄະນະນັກສຳມະນາເຫັນວ່າ ສປ ຈີນ ໄດ້ນຳ AI ມາໝູນໃຊ້ຢ່າງກວ້າງຂວາງ ໃນການຄຸ້ມຄອງລັດ, ພັດທະນາອຸດສາຫະກຳ, ການແພດ, ການສຶກສາ, ການກະສິກຳ ແລະ ການບໍລິການ ຊຶ່ງເປັນປະສົບການອັນມີຄຸນຄ່າ ທີ່ສາມາດນຳມາປະຍຸກໃຊ້ໃນການພັດທະນາ ສປປ ລາວ ໃນອະນາຄົດ.
ພ້ອມກັນນີ້ ຄະນະໄດ້ສະເໜີໃຫ້ບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ ສືບຕໍ່ສົ່ງບຸກຄະລາກອນເຂົ້າຮ່ວມການຝຶກອົບຮົມດ້ານ AI ເພີ່ມຂຶ້ນ ພ້ອມທັງສະເໜີໃຫ້ຝ່າຍຈີນ ສືບຕໍ່ສະໜັບສະໜູນທຶນການສຶກສາ ແລະ ຂະຫຍາຍການຮ່ວມມືໃນການພັດທະນາຊັບພະຍາກອນມະນຸດດ້ານ AI ເພື່ອສ້າງກຳລັງຄົນທີ່ມີຄຸນນະພາບ ແລະ ຮອງຮັບການພັດທະນາດິຈິຕອນຂອງ ສປປ ລາວ.
ພາບ-ຂ່າວ:ດາວທະວີສຸກ ສິນຕະນາກ










