
ປະຕິບັດຕາມເນື້ອໃນຈິດໃຈແຈ້ງການຂອງຂອງຫ້ອງວ່າການສູນກາງພັກ, ສະບັບເລກທີ 47/ຫສພ, ລົງວັນທີ 20 ເມສາ 2026 ແລະແຜນການຄົ້ນຄວ້າ ແລະຮັບຮອງຮ່າງມະຕິ ຂອງຄະນະບໍລິຫານງານສູນກາງພັກ, ສະໄໝທີ XII, ສະບັບເລກທີ 22/ຫສພ, ລົງວັນທີ 1 ເມສາ 2026 ໃຫ້ຮັບປະກັນສໍາເລັດທັນຕາມກໍານົດເວລາທີ່ວາງໄວ້.
ໃນຕອນເຊົ້າວັນທີ 29 ກໍລະກົດ 2026 ເວລາ 08:30 ໂມງ, ສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມຄະນະປະຈໍາສະພາທິດສະດີສູນກາງພັກ ຮ່ວມກັບຄະນະຮັບຜິດຊອບຮ່າງມະຕິຂອງກະຊວງ ປກຊ, ກະຊວງ ປກສ ແລະ ຄະນະຮັບຜິດຊອບຮ່າງມະຕິຂອງກະຊວງອຸດສາຫະກໍາ ແລະການຄ້າທີ່ຫ້ອງປະຊຸມໃຫຍ່ຊັ້ນ II (ຫຼັກ 6) ຂອງສໍານັກງານສະພາທິດສະດີສູນກາງພັກ. ໂດຍການເປັນປະທານຂອງ ສະຫາຍ ສຈ. ປອ. ກິແກ້ວ ໄຂຄໍາພິທູນ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ປະທານສະພາທິດ ສະດີສູນກາງພັກ.
ເຂົ້າຮ່ວມກອງປະຊຸມປະກອບດ້ວຍຄະນະປະຈໍາຂອງສະພາທິດສະດີສູນກາງພັກ, ຄະນະຮັບຜິດຊອບຮ່າງມະຕິຂອງກະຊວງ ປກຊ, ກະຊວງ ປກສ ແລະຄະນະຮັບຜິດຊອບຮ່າງມະຕິຂອງກະຊວງອຸດສາຫະກໍາ ແລະການຄ້າ ພ້ອມດ້ວຍພະນັກງານຂອງຫ້ອງການສະພາທິດສະດີສູນກາງພັກ. ຈຸດປະສົງຂອງການດໍາເນີນກອງປະຊຸມໃນຄັ້ງນີ້ເພື່ອຄົ້ນຄວ້າ, ປະກອບຄໍາເຫັນໃສ່ຮ່າງມະຕິ 02 ສະບັບຂອງຄະນະບໍລິຫານງານສູນກາງພັກ, ສະ ໄໝທີ XII ຄື: ໜຶ່ງ: ການສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຕິດພັນກັບການພັດທະນາຊົນນະ ບົດ ແລະແກ້ໄຂຄວາມທຸກຍາກຂອງປະຊາຊົນ; ສອງ: ການຍຸກຍູ້, ສົ່ງເສີມ ແລະພັດທະນາເສດຖະກິດໃນເງື່ອນໄຂໃໝ່.


ກອງປະຊຸມໄດ້ໄຂຂຶ້ນພາຍໃຕ້ບັນຍາກາດແຫ່ງຄວາມຮັບຜິດຊອບສູງ, ເຊິ່ງຜູ້ຕາງໜ້າຄະນະຮັບຜິດຊອບກະກຽມຮ່າງມະຕິຂອງກະຊວງປ້ອງກັນປະເທດ, ກະຊວງ ປກສ ແລະກະຊວງອຸດສາຫະກໍາ ແລະການຄ້າ ໄດ້ສະເໜີເນື້ອໃນສໍາຄັນຂອງຮ່າງມະຕິ ໂດຍໄດ້ຊີ້ແຈງຈຸດປະສົງ, ຄວາມຈໍາເປັນ, ພື້ນຖານທາງທິດສະດີ ແລະພຶດຕິກໍາ, ເພື່ອໃຫ້ຮ່າງມະຕິມີຄວາມຮັດກຸມ, ເປັນວິທະຍາສາດ, ມີຄວາມສອດຄ່ອງສູງກັບແນວທາງຂອງພັກ ແລະ ຕອບສະໜອງຄວາມຮຽກຮ້ອງຂອງການພັດທະນາປະເທດໃນຍຸກໃໝ່.
ຕໍ່ຮ່າງມະຕິວ່າດ້ວຍ ການສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຕິດພັນກັບການພັດທະນາຊົນນະບົດ ແລະການແກ້ໄຂຄວາມທຸກຍາກຂອງປະຊາຊົນແມ່ນມະຕິທີ່ມີຄວາມສຳຄັນທາງຍຸດທະສາດ ເພາະເປັນການວາງທິດທາງໃນກາປະສານສອງພາລະກິດຍຸດທະສາດຂອງຊາດຄື: ການປ້ອງກັນປະເທດ ແລະການພັດທະນາປະເທດໃຫ້ເປັນເອກະພາບຢ່າງແໜ້ນແຟ້ນ. ເຊິ່ງການສ້າງທ່າສະ ໜາມປ້ອງກັນຊາດທົ່ວປວງຊົນ ແລະທ່າສະໜາມຄວາມສະຫງົບທົ່ວປວງຊົນ ຈະຕ້ອງຖືເອົາປະຊາຊົນເປັນຮາກຖານ, ເອົາການສ້າງຄວາມເຂັ້ມແຂງທາງການເມືອງ, ເສດຖະກິດ, ວັດທະນະທຳ ແລະ ສັງຄົມເປັນຮາກຖານສຳຄັນ, ເພື່ອສ້າງ “ທ່າແຮງຈາກພາຍໃນ” ໃຫ້ມີຄວາມເຂັ້ມແຂງ, ສາມາດຮັບມືກັບຄວາມສ່ຽງ ແລະຄວາມທ້າທາຍໃນທຸກດ້ານ.

ການສ້າງຊົນນະບົດໃຫ້ຈະເລີນ, ການແກ້ໄຂຄວາມທຸກຍາກແບບຍືນຍົງ, ການຫຼຸດຜ່ອນຊ່ອງຫວ່າງການພັດທະນາລະຫວ່າງເຂດຕ່າງໆ ແລະການຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ ບໍ່ພຽງແຕ່ເປັນເປົ້າໝາຍດ້ານການພັດທະນາເທົ່ານັ້ນ, ແຕ່ຍັງເປັນພື້ນຖານທີ່ສຳຄັນທີ່ສຸດໃນການຮັກສາສະຖຽນລະພາບທາງການເມືອງ, ຄວາມສະຫງົບຮຽບຮ້ອຍຂອງສັງຄົມ ແລະເສີມສ້າງຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ການນຳພາຂອງພັກ.
ສຳລັບຮ່າງມະຕິວ່າດ້ວຍ ການຊຸກຍູ້, ສົ່ງເສີມ ແລະພັດທະນາເສດຖະກິດໃນເງື່ອນໄຂໃໝ່, ແມ່ນການພັດທະນາເສດຖະກິດໃນໄລຍະໃໝ່ທີ່ຈຳ ເປັນຕ້ອງມີການປ່ຽນແປງແນວຄິດຈາກ “ການເຕີບໂຕທາງດ້ານປະລິມານ” ສູ່ “ການເຕີບໂຕທາງຄຸນນະພາບ”, ຖືເອົາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະການຫັນເປັນດິຈິຕອນ ເປັນປັດໄຈຂັບເຄື່ອນໃໝ່. ພ້ອມກັນນັ້ນ, ຕ້ອງສືບຕໍ່ປັບປຸງກົນໄກ ແລະນະໂຍບາຍໃຫ້ເປັນເອກະ ພາບ, ໂປ່ງໃສ, ສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການລົງທຶນ, ການປະກອບທຸລະກິດ ແລະການແຂ່ງຂັນຢ່າງເປັນທຳ.
ການພັດທະນາເສດຖະກິດຕ້ອງຄວບຄູ່ໄປກັບການຮັກສາສະຖຽນລະພາບມະຫາພາກ, ການບໍລິຫານຊັບພະຍາກອນຢ່າງມີປະສິດທິຜົນ, ການປົກປ້ອງສິ່ງແວດລ້ອມ, ການປັບຕົວຕໍ່ການປ່ຽນແປງສະພາບອາກາດ ແລະການຮັບປະກັນຄວາມສົມດຸນລະຫວ່າງການເຕີບໂຕທາງເສດຖະກິດກັບຄວາມກ້າວໜ້າທາງສັງຄົມ. ນອກຈາກນັ້ນ, ຍັງຄວນຍົກສູງບົດບາດຂອງວິສາຫະກິດພາຍໃນປະ ເທດ, ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ, ພ້ອມທັງສ້າງຂີດຄວາມສາມາດໃນການເຊື່ອມໂຍງໃນລະດັບພາກພື້ນ ແລະສາກົນ.
ໃນຕອນທ້າຍປະທານກອງປະຊຸຸມໄດ້ເນັ້ນໜັກວ່າ ບັນດາຄຳຄິດຄໍາເຫັນຂອງສະພາທິດສະທິດສະດີສູນກາງພັກ ມີເນື້ອໃນທີ່ເລິກເຊິ່ງ, ອີງໃສ່ແນວທາງຂອງພັກ, ຫຼັກການ ແລະ ພຶດຕິກຳຕົວຈິງ. ບັນດາຄຳເຫັນດັ່ງກ່າວຈະເປັນຂໍ້ມູນສຳຄັນໃຫ້ຄະນະຮ່າງມະຕິນຳໄປສັງລວມ, ຄົ້ນຄວ້າ ແລະ ປັບປຸງຮ່າງມະຕິໃຫ້ມີຄວາມສົມບູນຍິ່ງຂຶ້ນ ເພື່ອເຮັດໃຫ້ຮ່າງມະຕິດັ່ງກ່າວ ໄດ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ່ ຢ່າງມີຄຸນນະພາບສູງ. ກອງປະຊູມໃນຄັ້ງນີ້ໃຊ້ເວລາ 01 ຕອນດ້ວຍບັນຍາກາດທີ່ຟົດຟື້ນ, ມີຄວາມຮັບຜິດຊອບສູງ ແລະປະສົບຜົນສໍາເລັດຢ່າງຈົບງາມ.
ແຫຼ່ງຂ່າວ: ພະແນກແຜນການ ແລະ ສັງລວມການຄົ້ນຄວ້າ (ຫ້ອງສະພາທິດສະດີສູນກາງພັກ)
