ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຊົມງານວາງສະແດງຮູບພາບ ໂຮ່ຈີ່ມິນ ພາບເໝືອນຂອງບຸກຄົນໜຶ່ງ

ສະຖານທູດ ສສ ຫວຽດນາມ ປະຈໍາ ສປປ ລາວ ຮ່ວມກັບ ຫໍພິພິທະພັນວິຈິດສິນ ຫວຽດນາມ ແລະ ສູນວັດທະນະທໍາຫວຽດນາມ ປະຈໍາ ລາວ ຈັດງານວາງສະແດງຮູບພາບ ໂຮ່ຈີ່ມິນ ພາບເໝືອນຂອງບຸກຄົນໜຶ່ງ ໃນວັນທີ 27 ສິງຫາ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ຄໍາພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າໂຄສະນາສະນາອົບຮົບສູນກາງພັກ, ທ່ານ ຫງວຽນ ມິງເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຊານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ຫງວຽນ ແອງ ມິ່ງ ຜູ້ອໍານວຍການຫໍພິພິທະພັນວິຈິດສິນ ຫວຽດນາມ ໄດ້ກ່າວວ່າ: ໃນໂອກາດສະເຫຼີມສະຫຼອງ ວັນສະຖາປານາ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (02/9/1945-02/9/2026), ຫໍພິພິທະພັນວິຈິດສິນ ຫວຽດນາມ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ ແລະ ສູນວັດທະນະທໍາຫວຽດນາມ ປະຈໍາລາວ ໄດ້ຈັດວາງສະແດງ “ໂຮຈີ່ມິນ-ພາບເໝືອນຂອງບຸກຄົນໜຶ່ງ” ຊຶ່ງເປັນໂອກາດໃຫ້ພວກເຮົາທຸກຄົນ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ຜົນງານອັນໃຫຍ່ຫຼວງ ຂອງປະທານໂຮ່ຈີ່ມິນ ວິລະບຸລຸດແຫ່ງ ການປົດປ່ອຍຊາດຫວຽດນາມ, ມິດສະຫາຍທີ່ສັດຊື່, ເພື່ອນມິດທີ່ໃຫຍ່ຫຼວງຂອງ ປະຊາຊົນລາວບັນດາເຜົ່າ, ເພິ່ນໄດ້ອຸທິດໝົດຊີວິດໃຫ້ແກ່ປະຊາຊົນຫວຽດນາມ, ເພື່ອສາຍພົວພັນ ມິດຕະພາບອັນສັດຊື່ ແລະ ໝັ້ນຄົງລະຫວ່າງ ຫວຽດນາມ – ລາວ.

ທ່ານ ຫງວຽນ ມິງ ເຕີມ ໄດ້ກ່າວວ່າ: ການຈັດງານວາງສະແດງດັ່ງກ່າວ ຢູ່ນະຄອນຫຼວງວຽງຈັນ ພ້ອມກັບໂອກາດ ສະເຫຼີມສະຫຼອງ ວັນຊາດຫວຽດນາມ ຄົບຮອບ 81 ປີ ແມ່ນມີຄວາມໝາຍ ສໍາຄັນຍິ່ງຂຶ້ນ ຊຶ່ງບໍ່ພຽງແຕ່ແມ່ນການສະແດງຄວາມຮູ້ບຸນຄຸນຕໍ່ ປະທານ ໂຮ່ຈີ່ມິນ ເທົ່ານັ້ນ, ແຕ່ຍັງເປັນໂອກາດໃຫ້ພວກເຮົາຫວນຄືນຕະຫຼອດເສັ້ນທາງ ທີ່ຫວຽດນາມໄດ້ຜ່ານພົ້ນມາ ຕັ້ງແຕ່ລະດູຮ່ວງໂຮຍຂອງປີ 1945 ມາຮອດປັດຈຸບັນ, ປະທານ ໂຮ່ຈີ່ມິນ ບໍ່ພຽງແຕ່ໄດ້ຈາລຶກໄວ້ຢູ່ ໃນຄວາມຊົງຈໍາຂອງ ປະຊາຊົນຫວຽດນາມເທົ່ານັ້ນ, ແຕ່ຄຸນງາມຄວາມດີຂອງເພິ່ນ ເປັນທີ່ຍອມຮັບໃນທົ່ວໂລກ. ອົງການ UNESCO ໄດ້ຮັບຮອງເພິ່ນໃຫ້ເປັນ “ວິລະຊົນຜູ້ປົດປ່ອຍຊາດ, ນັກວັດທະນະທຳດີເດັ່ນ’’. ໃນ 50 ຜົນງານຂອງ ທ່ານ ດ່າວ ຈ້ອງ ລີ ອະດີດຈິດຕະກອນ ທີ່ນໍາມາວາງສະແດງໃນຄັ້ງນີ້ ໄດ້ຊ່ວຍໃຫ້ຜູ້ຊົມມີຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບປະທານ ໂຮ່ຈີ່ມິນ ຢ່າງໃກ້ຊິດ ແລະ ລຽບງ່າຍ. ແຕ່ລະຮູບແຕ້ມແມ່ນມຸມມອງໜຶ່ງ, ແມ່ນຊ່ວງເວລາໜຶ່ງ, ແຕ່ເມື່ອໄດ້ຈັດວາງຢູ່ໃກ້ກັນ ເຮັດໃຫ້ຜູ້ຊົມຮັບຮູ້ໄດ້ຢ່າງຊັດເຈນ ແລະ ລະອຽດຍິ່ງຂຶ້ນເຖິງພາບເໝືອນຊີວິດຂອງເພິ່ນ, ເປັນຜູ້ນຳທີ່ຍິ່ງໃຫຍ່ແຕ່ຍັງມີຊີວິດແບບລຽບງ່າຍ; ເປັນນັກປະຕິວັດຜູ້ມີອຸດົມການຢ່າງໜັກແໜ້ນ, ເປັນບຸກຄົນໜຶ່ງທີ່ມີຄວາມຄິດເພື່ອປະຊາຊົນ, ເພື່ອປະເທດຊາດ ແລະ ເພື່ອສາຍພົວພັນມິດຕະພາບລະ ຫວ່າງບັນດາຊາດໃນຕະຫຼອດຊີວິດຂອງຕົນ.

ພາບ-ຂ່າວ: ປະຊາຊົນ