ໄຊຍະບູລີ ອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງໃຫ້ພະນັກງານຂັ້ນຕາແສງ ຄັ້ງທີ

ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮ່ວມກັບ ຄະນະໂຄສະນາອົບຮົມແຂວງໄຊຍະບູລີ (ຄອຂ) ໄດ້ເປີດຊຸດຝຶກອົບນຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ກັບພະນັກງານຂັ້ນຕາແສງ ຊຸດທີ I ຂຶ້ນໃນວັນ 11 ສິງຫາຜ່ານມານີ້ ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ພາຍໃຕ້ການເປັນປະທານ ຂອງທ່ານ ສີສອນພັນ ບຸນສີ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກພະນັກງານ, ອົງການຈັດຕັ້ງມະຫາຊົນ ໂດຍການເຂົ້າຮ່ວມຂອງທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ, ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ, ມີບັນດາປະທານ, ຮອງປະທານ ,ຄະນະກຳມະການຕາແສງ ແລະ ບັນດາສໍາມະນາກອນຈາກຕາແສງທົ່ວແຂວງໄຊຍະບູລີ ທັງໝົດ 145 ທ່ານເຂົ້າຮ່ວມ.


ຊຸດຝຶກອົບຮົມຄັ້ງນີ້, ແມ່ນເປັນການຍົກລະດັບຄວາມຮັບຮູ້-ເຂົ້າໃຈ ໃຫ້ພະນັກງານຂັ້ນຕາແສງ ຍົກສູງຄວາມສາມາດນໍາພາ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ຊີ້ນໍາ-ນໍາພາພະນັກງານຂັ້ນຂອງຕົນ ໃຫ້ປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ, ສິດໜ້າທີ່ຂອງແຕ່ລະໜ່ວຍງານ ຢ່າງມີປະສິດທິພາບ. ສໍາລັບເອກະສານທີ່ນໍາມາຝຶກອົບຮົມປະກອບມີ 7 ບົດ ຄື: ບົດທີ 1 ຊາດລາວ, ຄົນລາວ ແລະ ມູນເຊື້ອອັນສະຫງ່າລາສີຂອງປະຊາຊົນລາວ; ບົດທີ 2 ສ້າງຄວາມຮັບຮູ້, ເຂົ້າໃຈກ່ຽວກັບການປົກຄອງຢູ່ ສປປ ລາວ ໃນປັດຈຸບັນ; ບົດທີ 3 ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃນໄລຍະໃໝ່; ບົດທີ 4 ເພີ່ມທະວີບົດບາດ, ຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າທີ່ ເຂັ້ມແຂງຂອງພັກ; ບົດທີ 5 ການພັດທະນາເສດຖະກິດຕິດພັນກັບການພັດທະນາ ວັດທະນະທໍາ-ສັງຄົມ ແລະ ສິ່ງແວດລ້ອມ; ບົດທີ 6 ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ແລະ ບົດທີ 7 ສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບຕາແສງ, ບ້ານ ແລະ ການຈັດຕັ້ງບ້ານ. ພ້ອມນັ້ນ. ບັນດາສໍາມະນາກອນ ກໍໄດ້ພ້ອມກັນຄົ້ນຄວ້າ ປະກອບຄໍາຄິດ, ຄໍາເຫັນ ແລກປ່ຽນຢ່າງກົງໄປກົງມາ ເຮັດໃຫ້ບັນຫາຕ່າງໆທີ່ຕັ້ງຂຶ້ນມີຄວາມກະຈ່າງແຈ້ງ ແລະ ເພື່ອສ້າງຄວາມເຂົ້າໃຈເປັນເອກະພາບໃນການ ຈັດຕັ້ງປະຕິບັດ ພ້ອມທັງນໍາເອົາເນື້ອໃນດັ່ງກ່າວ ໄປຜັນຂະຫຍາຍ ກໍຄື ສຶກສາອົບຮົມໃຫ້ປະຊາຊົນບັນດາເຜົ່າຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ທົ່ວເຖິງ ແລະ ເປັນເຈົ້າການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງປະຊາຊົນລາວບັນດາເຜົ່າ ແລະ ຕື່ນຕົວຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກໃຫ້ ປະກົດຜົນເປັນຈິງ ຊຸດອົບຮົມດັ່ງກ່າວແມ່ນໄດ້ດໍາເນີນເປັນເວລາ 2 ວັນ (11-12 ສິງຫາ 2026). ຂ່າວ-ພາບ: ພະແນກພະນັກງານ-ສະມາຊິກພັກ.

 

(ຂ່າວ: ກົມອົບຮົມ)