ຝຶກອົບຮົມ “ວຽກງານການນໍາພາ-ຊີ້ນໍາ ຕາມທິດຊີ້ນໍາຂອງພັກ-ລັດ” ໃຫ້ພະນັກງານນໍາພາ-ຄຸ້ມຄອງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຢູ່ 2 ແຂວງພາກເໜືອ


ຄະນະໂຄສະນາອົບຮົມສູນກາງພັກ (ກົມອົບຮົມ) ຮ່ວມກັບ ທະນາຄານການຄ້າຕ່າງປະເທດລາວມະຫາ ຊົນ (ສໍານັກງານໃຫຍ່) ໄດ້ລົງຈັດຕັ້ງຝຶກອົບຮົມ ໃຫ້ພະນັກງານນໍາພາ-ຄຸ້ມຄອງຫຼັກແຫຼ່ງ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຢູ່ແຂວງຊຽງຂວາງ ໃນຫົວຂໍ້: “ວຽກງານການນໍາພາ-ຊີ້ນໍາ ຕາມທິດຊີ້ນໍາຂອງພັກ-ລັດ” ຊຶ່ງມີພະນັກງານ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ 2 ແຂວງພາກເໜືອເຂົ້າຮ່ວມ (ແຂວງຊຽງຂວາງ ແລະ ແຂວງຫົວພັນ).



ການຝຶກອົບຮົມ ໄດ້ຈັດຂຶ້ນໃນວັນທີ 29 ສິງຫາ 2026 ຢູ່ທີ່ຫ້ອງປະຊຸມ ຂອງທະນາຄານການຄ້າຕ່າງປະ ເທດລາວ ມະຫາຊົນ ສາຂາແຂວງຊຽງຂວາງ ໂດຍການເປັນປະທານຂອງ ທ່ານ ຄຳສະຫວັນ ອຸດທະຈັກ ຫົວໜ້າທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາແຂວງຊຽງຂວາງ ແລະ ເປັນກຽດເຂົ້າຮ່ວມ, ພ້ອມທັງບັນຍາຍເອກະສານຂອງ ທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ, ຫົວໜ້າກົມອົບຮົມ, ໃນພິທີດັ່ງກ່າວ ທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ, ຫົວໜ້າກົມອົບຮົມ, ຄະນະໂຄ ສະນາອົບຮົມສູນກາງພັກ ໄດ້ບັນຍາຍເອກະສານ 3 ຫົວຂໍ້ ຄື: 1. ຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ ຂອງພະນັກງານ-ສະມາຊິກພັກ; 2. ພະນັກງານນໍາພາຄຸ້ມຄອງ ຕ້ອງກໍາແໜ້ນແບບເເຜນນໍາພາ ແລະ ວິ ທີເຮັດວຽກທີ່ຖືກກັບແນວທາງຂອງພັກ ແລະ ກົດໝາຍຂອງລັດ; 3. ສັງຄົມສາມັກຄີປອງດອງ ແມ່ນບໍ່ເກີດເເຫ່ງກໍາລັງແຮງຂອງການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ຈຸດປະສົງຂອງການຈັດຝຶກອົບຮົມນີ້ແມ່ນເພື່ອເຮັດໃຫ້ພະນັກງານນໍາພາ-ຄຸ້ມຄອງຫຼັກແຫຼ່ງ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໄດ້ຮັບຮູ້, ເຂົ້າໃຈ ກ່ຽວກັບແບບແຜນວິທີນໍາພາ ແລະ ວິທີເຮັດວຽກ ທີ່ຖືກຕ້ອງກັບແນວທາງນະໂຍບາຍຂອງພັກ-ລັດ ແລະ ເພື່ອເປັນການເພີ່ມທະວີບົດບາດການນໍາພາ-ຊີ້ນໍາວຽກງານຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ; ມີຄຸນທາດການເມືອງ, ຄຸນສົມບັດສິນ ທໍາປະຕິວັດຢ່າງໜັກແໜ້ນ, ຈົງຮັກພັກດີຕໍ່ອຸດົມການສັງຄົມນິຍົມ, ປະຕິບັດໜ້າທີ່ການເມືອງຂອງຕົນ ຢ່າງບໍລິສຸດສັດຊື່; ມີຄວາມສາມັກຄີເປັນປຶກເເຜ່ນ, ມີຄວາມເຊື່ອໝັ້ນ ຕໍ່ການນໍາພາຂອງພັກ; ເປັນເຈົ້າການປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.