ພະນັກງານຄະນະໂຄສະນາອົບຮົມສູນກາງພັກ ສໍາເລັດການເຂົ້າຮ່ວມສໍາມະນາ ກ່ຽວກັບ“ການປັບປຸງການປົກຄອງໃຫ້ທັນສະໄໝ ຂອງບັນດາປະເທດອາຊຽນ” ຢູ່ນະຄອນຫຼວງປັກກິ່ງ ສປ. ຈີນ

ພະນັກງານຄະນະໂຄສະນາອົບຮົມສູນກາງພັກ ໄດ້ເຂົ້າຮ່ວມສໍາມະນາ ພາຍໃຕ້ຫົວຂໍ້: “ການປັບປຸງການປົກຄອງໃຫ້ທັນສະໄໝ ຂອງບັນດາປະເທດອາຊຽນ” ຢູ່ນະຄອນຫຼວງປັກກິ່ງ, ສປ ຈີນ ໃຫ້ກຽດເຂົ້າຮ່ວມເປັນປະທານປິດໂດຍ ທ່ານ ນ. ປອ. ຈ້າວ ເຈີ້ນ (Dr. Zhao Zhen) ຮອງຫົວໜ້າສະຖາບັນການພັດທະນາຜູ້ບໍລິຫານ, ການຈັດສໍາມະນາຫົວຂໍ້ດັ່ງກ່າວໄດ້ຈັດຂຶ້ນນັບເເຕ່ວັນທີ 3-23 ກັນຍາ 2026 ທີ່ນະຄອນຫຼວງປັກກິ່ງ, ສປ ຈີນ, ເຊິ່ງຈັດໂດຍກະຊວງການຄ້າ ເເຫ່ງ ສປ ຈີນ ຮ່ວມກັບມະຫາວິທະຍາໄລເສດຖະກິດ ແລະ ທຸລະກິດສາກົນ (UIBE), ມີນັກສໍາມະນາກອນຈາກ 5 ປະເທດ ຄື: ສປປ ລາວ, ຣາຊະອານາຈັກກໍາປູເຈຍ, ຣາຊະອານາຈັກໄທ, ອິນໂດເນເຊຍ ແລະ ມາເລເຊຍ (ກອງເລຂານຸການອາຊຽນ) ເຂົ້າຮ່ວມທັງໝົດ 25 ທ່ານ, ຍິງ 9 ທ່ານ.

ໃນພິທີດັ່ງກ່າວ ທ່ານ ນາງ ສື໋ ສ້າວອີ້ ຄະນະຮັບຜິດຊອບ ໄດ້ລາຍງານຜົນສໍາເລັດຂອງການຈັດສໍາມະນາຄັ້ງນີ້ ວ່າ: ພາຍຫຼັງໄດ້ດໍາເນີນມາເປັນເວລາ 21 ວັນ, ໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ 16 ຫົວຂໍ້ ຄື:  ສະພາບການ, ຜົນສໍາເລັດນັບແຕ່ການປະຕິຮູບ ແລະ ການເປີດປະເທດຂອງ ສປ. ຈີນ; ລະບົບການເມືອງຂອງ ສປ. ຈີນ; ແນວຄິດການບໍລິຫານ-ປົກຄອງຂອງບັນດາຜູ້ນໍາຈີນ; ການປົກຄອງດ້ວຍກົດໝາຍຂອງ ສປ. ຈີນ, ເສດຖະກິດດິຈິຕອນ, ການທູດເສດຖະກິດ, ການເຊື່ອມໂຍງ-ເຊື່ອມຈອດ ການສ້າງແລວທາງເສດຖະກິດ ແລະ ເສັ້ນທາງຄົມມະນາຄົມຫຼັກ, ການບໍລິການພາກລັດອັດສະລິຍະ ເພື່ອສົ່ງເສີມການຫັນເປັນທັນສະໄໝດ້ານການບໍລິຫານ-ປົກຄອງ;    ບົດຮຽນຕົວຈິງຂອງ ສປ. ຈີນ ໃນການແກ້ໄຂຄວາມທຸກຍາກແບບມີຈຸດສຸມ, ການບໍລິຫານ-ປົກຄອງສັງຄົມ, ການບໍລິການສາທາລະນະ ແລະ ການມີສ່ວນຮ່ວມຂອງແມ່ຍິງໃນການເມືອງ ແລະ ຫົວຂໍ້ອື່ນໆ; ບັນດານັກສໍາມະນາກອນໄດ້ຮ່ວມກັນແລກປ່ຽນບົດຮຽນ, ຄວາມຮູ້ ແລະ ປະສົບການດ້ານການປັບປຸງການປົກຄອງໃຫ້ທັນສະໄໝ ຈາກພາກສ່ວນຂອງ ສປ ຈີນ ດ້ວຍຄວາມເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສູງ, ນອກຈາກນັ້ນ ຍັງໄດ້ໄປທັດສະນະຢ້ຽມຢາມພາກສ່ວນຕ່າງໆຂອງລັດຖະບານ ແລະ ບັນດາວິສາຫະກິດຫຼາຍເເຫ່ງ ຢູ່ນະຄອນຫຼວງປັກກິ່ງ, ນະຄອນຊຽງໄຮ້ ແລະ ເເຂວງຊູໂຈ ຕື່ມອີກ.

ໃນຕອນທ້າຍຂອງພິທີ ທ່ານ ນ. ປອ. ຈ້າວ ເຈີ້ນ (Dr. Zhao Zhen) ໄດ້ໂອ້ລົມວ່າ: ຈີນ ແລະ ບັນດາປະເທດອາຊຽນ ເປັນປະເທດເພື່ອນບ້ານທີ່ໃກ້ຊິດ ແລະ ເປັນຄູ່ຮ່ວມມືທີ່ໄວ້ວາງໃຈກັນ ໂດຍມີອະນາຄົດຮ່ວມກັນ, ທັງສອງຝ່າຍຕ່າງຢຶດໝັ້ນໃນການຫັນເປັນທັນສະໄໝຂອງປະເທດຕົນ ແລະ ການປັບປຸງການປົກຄອງ ໂດຍດຳເນີນເສັ້ນທາງການພັດທະນາທີ່ແທດເໝາະກັບສະພາບຕົວຈິງຂອງແຕ່ລະປະເທດ; ບໍ່ມີຮູບແບບການປົກຄອງທັນສະໄໝໃດໜຶ່ງທີ່ສາມາດນຳໃຊ້ໄດ້ກັບທຸກປະເທດ, ພວກເຮົາຮ່ວມກັນຄົ້ນຫາແນວທາງການປົກຄອງທີ່ກວມລວມ, ຍືນຍົງ ແລະ ຖືເອົາປະຊາຊົນເປັນໃຈກາງ ພ້ອມທັງພະຍາຍາມສ້າງປະຊາຄົມຈີນ-ອາຊຽນທີ່ມີອະນາຄົດຮ່ວມກັນໃຫ້ແໜ້ນແຟ້ນຍິ່ງຂຶ້ນ ໂດຍມີສັນຕິພາບ, ຄວາມຮຸ່ງເຮືອງ ແລະ ມິດຕະພາບເປັນພື້ນຖານ. ທ່ານຍັງກ່າວຕື່ມວ່າ: ການສຳມະນາໃນຄັ້ງນີ້ໄດ້ກາຍເປັນເວທີອັນມີຄຸນຄ່າ ສຳລັບການແລກປ່ຽນປະສົບການ ແລະ ແນວຄິດ, ຂ້າພະເຈົ້າຫວັງວ່າ ການສໍາມະນາໃນຄັ້ງນີ້ຈະຊ່ວຍສົ່ງເສີມໃຫ້ແຕ່ລະປະເທດນຳເອົາບົດຮຽນໄປປັບໃຊ້ໃຫ້ເເທດເໝາະກັບສະພາບຕົວຈິງຂອງຕົນ, ຮັດເເໜ້ນສາຍພົວພັນມິດຕະພາບ ແລະ ຊຸກຍູ້ການຮ່ວມມືທີ່ເປັນຮູບປະທຳໃນຂົງເຂດຕ່າງໆ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ. ຜ່ານການຮ່ວມມືດັ່ງກ່າວ ຈີນ ແລະ ອາຊຽນຈະສາມາດປະກອບສ່ວນດ້ວຍແນວທາງສະເພາະຂອງອາຊີ ແລະ ສະຕິປັນຍາແບບຕາເວັນອອກ ເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຮ່ວມກັນທັງໃນພາກພື້ນ ແລະ ສາກົນ.

ພາບ-ຂ່າວ: ທອງໄຊ ຈັນທະຄໍາ