ຫ້ອງການຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບຄະນະໂຄສະນາອົບຮົມແຂວງຈໍາປາສັກ ຈັດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ຄະນະຮັບຜິດຊອບ ແລະ ເພື່ອນຮ່ວມງານທົ່ວແຂວງຈໍາປາສັກ.
ເພື່ອຍົກລະດັບຄວາມຮູ້ຄວາມເຂົ້າໃຈ ແລະ ເພີ້ມຂີດຄວາມສາມາດ ໃຫ້ແກ່ຖັນແຖວພະນັກງານຜູ້ຮັບຜິດຊອບວຽກງານຄົ້ນຄວ້າສັງລວມ ແລະ ຫາງສຽງສັງຄົມໃຫ້ມີຄວາມເຂັ້ມແຂງ, ທັນສະໄໝ ແລະ ສາມາດຕອບສະໜອງໄດ້ກັບການເຄື່ອນໄຫວວຽກງານການເມືອງ-ແນວຄິດໃນເງື່ອນໄຂປັດຈຸບັນ. ເມື່ອບໍ່ດົນມານີ້, ຫ້ອງການຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບຄະນະໂຄສະນາອົບຮົມແຂວງຈໍາປາສັກ ໄດ້ຈັດຊຸດຝຶກອົບຮົມວຽກງານດັ່ງກ່າວຂຶ້ນໃນລະຫວ່າງ ຢູ່ແຂວງຈໍາປາສັກໃນວັນທີ 02-03 ພະຈິກ 2026 ທີ່ສະໂມສອນແຂວງຈໍາປາສັກ (ຫຼັກ 4), ພິທີເປີດຊຸດຝຶກອົບຮົມຈັດຂຶ້ນພາຍໃຕ້ການເປັນປະທານ ແລະ ກ່າວເປີດ-ປິດຊຸດຝຶກອົບຮົມ ຂອງສະຫາຍ ສຸພາບ ທຳມະຮັກສາ ຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ; ໃຫ້ ໂອ້ລົມຕໍ່ຊຸດຝືກອົບຮົມ ຂອງສະຫາຍ ປອ ອະລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ; ມີສະຫາຍ ປະດິດ ວັນນະລັດສະໝີ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ; ໃຫ້ກຽດເປັນວິທະຍາກອນ ຂອງສະຫາຍ ບຸນເພັງ ຈັນທະດາລາ ກໍາມະການພັກ, ຫົວໜ້າຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍທີມງານ; ມີນັກສໍໍາມະນາກອນທີ່ມາຈາກບັນດາພະແນກການ, ກົມກອງອ້ອມຂ້າງ, ຄະນະໂຄສະນາອົບຮົມ 09 ເມືອງ […]
