
ກອງປະຊຸມພົບປະສອງຝ່າຍ ລະຫວ່າງ
ສະພາທິດສະດີສູນກາງພັກປະຊາຊົນປະຕິວັດລາວ
ແລະສະພາທິດສະດີສູນກາງພັກກອມມູນິດຫວຽດນາມ
(ທີ່ແຂວງ ອຸດົມໄຊ, ວັນທີ 06/11/2026)
ໃນຕອນບ່າຍຂອງວັນທີ 06 ພະຈິກ 2026, ເວລາ 16:40 ໂມງ ທີ່ຫ້ອງປະຊຸມນ້ອຍ ສະໂມສອນໃຫຍ່, ຫ້ອງວ່າການແຂວງອຸດົມໄຊ, ຄະນະນໍາສະພາທິດສະດີສູນກາງພັກ ນໍາໂດຍ ສະຫາຍ ສຈ. ປອ. ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ປະທານສະພາທິດສະດີສູນກາງພັກ ໄດ້ຕ້ອນຮັບຄະນະຜູ້ແທນການນຳຂັ້ນສູງສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ນຳໂດຍ ສະຫາຍ ສຈ. ປອ. ຫງວຽນ ຊວນ ຖັງ, ກໍາມະການກົມການເມືອງສູນກາງພັກ ສະໄໝທີ XIII, ປະທານສະພາທິດສະດີສູນກາງພັກກອມມູນິດຫວຽດນາມ, ພ້ອມດ້ວຍຄະນະ.
ເນື່ອງໃນໂອກາດການມາເຄື່ອນໄຫວ ແລະ ເຂົ້າຮ່ວມກອງປະຊຸມສໍາມະນາທິດສະດີ ລະຫວ່າງ ສອງພັກ ລາວ-ຫວຽດນາມ ຄັ້ງທີ XIII ທີ່ຝ່າຍລາວ ເປັນເຈົ້າພາບ, ສອງສະພາທິດສະດີສູນກາງພັກ ລາວ ແລະ ຫວຽດນາມ ໄດ້ຈັດກອງປະຊຸມພົບປະສອງຝ່າຍ ເພື່ອສະຫລຸບຕີລາຄາ ແລະ ແລກປ່ຽນບົດຮຽນ ກ່ຽວກັບການຮ່ວມມື ລະຫວ່າງ ສະພາທິດສະດີສູນກາງພັກປະຊາຊົນປະຕິວັດລາວ ແລະ ສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ໃນໄລຍະຜ່ານມາ. ຕາມບົດບັນທຶກການຮ່ວມມື ໄລຍະ (2021-2026) ມີຜົນສຳເລັດໃນຫຼາຍດ້ານ, ໂດຍສະເພາະການຈັດຕັ້ງຜັດປ່ຽນກັນເປັນເຈົ້າພາບໃນການດຳເນີນກອງປະຊຸມສໍາມະນາທິດສະດີລະຫວ່າງສອງພັກ ລາວ-ຫວຽດນາມ. ສອງຝ່າຍໄດ້ຕີລາຄາສູງຕໍ່ບັນດາໝາກຜົນໃນການຈັດຕັ້ງປະຕິບັດບົດບັນທຶກການຮ່ວມມືສອງຝ່າຍ ແລະ ບັນລຸໄດ້ຕາມລະດັບຄາດໝາຍທີ່ວາງໄວ້.

ສອງຝ່າຍ ໄດ້ປຶກສາຫາລື ແລະ ເປັນເອກະພາບກ່ຽວກັບການຈັດຕັ້ງສະຫລຸບຕີລາຄາບົດບັນທຶກການຮ່ວມມືໄລຍະ (2021-2026) ໃນທ້າຍປີ 2026 ແລະ ເຊັນບົດບັນທຶກຮ່ວມມືສະບັບໃໝ່ຂອງສອງສະພາ ໄລຍະ (2027-2030). ສໍາລັບການຜັດປ່ຽນກັນເປັນເຈົ້າພາບຈັດກອງປະຊຸມສໍາມະນາໃນແຕ່ລະປີ, ສອງຝ່າຍເຫັນດີເປັນເອກະພາບໃຫ້ມີການແລກປ່ຽນຄະນະວິຊາການ ກ່ອນກອງປະຊຸມສໍາມະນາ ເພື່ອລົງເລິກຄົ້ນຄວ້າບັນຫາຕ່າງໆ ໃຫ້ເລິກເຊິ່ງ, ຖອດໃຫ້ໄດ້ບົດຮຽນທາງດ້ານທີດສະດີ ແລະ ພຶດຕິກໍາ. ພ້ອມກັນນີ້, ສອງຝ່າຍເຫັນເປັນເອກະພາບລົງເລິກແລກປ່ຽນບົດຮຽນນໍາກັນ ໃນບັນຫາທີ່ພົວພັນເຖິງການໃຫ້ຄໍາປຶກສາແກ່ສູນກາງພັກໃຫ້ຫລາຍຂຶ້ນ.
ສຳລັບການກະກຽມ ແລະ ຈັດກອງປະຊຸມສຳມະນາທິດສະດີສອງພັກ ລາວ-ຫວຽດນາມ, ຄັ້ງທີ XIII ທີ່ລາວເປັນເຈົ້າພາບໃນປີ 2026 ນີ້, ໄດ້ເອກະພາບກັນໃນການຄົ້ນຄວ້າຫົວຂໍ້: “ບຸກທະລຸໃນການພັດທະນາ ແລະ ເພີ່ມທະວີການເຊື່ອມໂຍງ, ເຊື່ອມຕໍ່ຍຸດທະສາດດ້ານເສດຖະກິດ-ສັງຄົມ ໃນສະພາບການໃໝ່: ບົດຮຽນຂອງລາວ, ບົດຮຽນຂອງຫວຽດນາມ” ເຊິ່ງເປັນຫົວຂໍ້ສຳຄັນ ແລະສອດຄ່ອງກັບສະພາບເງື່ອນໄຂການພັດທະນາຂອງສອງປະເທດ, ລວມມີ 9 ຫົວຂໍ້ຍ່ອຍ: ຝ່າຍລາວ 5 ຫົວຂໍ້້ຍ່ອຍ, ຝ່າຍຫວຽດນາມ 4 ຫົວຂໍ້ຍ່ອຍ. ນອກຈາກນັ້ນ, ສອງສະພາທິດສະດີ ລາວ ແລະ ຫວຽດນາມ ໄດ້ມີການພົບປະແລກປ່ຽນຄະນະຜູ້ແທນ ແລະ ແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານ ທາງດ້ານທິດສະດີ ແລະ ພຶດຕິກໍາກ່ຽວກັບບັນຫາຕ່າງໆ, ເຊິ່ງໄດ້ກາຍເປັນພື້ນຖານ, ບ່ອນອີງສໍາຄັນໃຫ້ແກ່ການປັບປຸງບູລະນະແນວທາງນະໂຍບາຍ ຂອງພັກ.
ການມາເຄື່ອນໄຫວ ແລະ ເຂົ້າຮ່ວມກອງປະຊຸມຂອງຄະນະຜູ້ແທນຂັ້ນສູງຂອງສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ໃນຄັ້ງນີ້ ແມ່ນດຳເນີນໄປໃນທ່າມກາງບັນຍາກາດທີ່ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ກຳລັງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງຕົນເຂົ້າສູ່ຕົວຈິງ ຢ່າງເປັນຂະບວນການຟົດຟື້ນ. ເຊິ່ງໃນປີ 2027 ທີ່ຈະມາເຖິງນີ້ແມ່ນປີຄົບຮອບສຳຄັນຂອງສອງພັກ, ສອງລັດ ລາວ-ຫວຽດນາມ ຈະໄດ້ພ້ອມກັນຫ້າງຫາກະກຽມ ແລະປະສານສົມທົບກັນໃນການຈັດຕັ້ງສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວ.

ໃນໂອກາດນີ້, ສະຫາຍ ສຈ. ປອ. ກິແກ້ວ ໄຂຄໍາພິທູນ, ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ປະທານສະພາທິດສະດີສູນກາງພັກ ໄດ້ຕີລາຄາສູງຕໍ່ການພົບປະ ແລະ ຕ້ອນຮັບຄະນະຜູ້ແທນຂັ້ນສູງຈາກຝ່າຍ ສສ.ຫວຽດນາມ, ພ້ອມທັງຊົມເຊີຍບັນດາກົນໄກຂອງການຮ່ວມມືທີ່ມີປະສິດທິພາບ ແລະປະສິດທິຜົນ ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະພັກກອມມູນິດຫວຽດນາມ ທາງດ້ານທິດສະດີ ແລະພຶດຕິກໍາຕົວຈິງທີ່ໄດ້ຮ່ວມມືກັນຄົ້ນຄວ້າໃນໄລຍະຜ່ານມາ, ເພື່ອເປັນການແລກປ່ຽນບົດຮຽນ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ກ້າວເຂົ້າສູ່ລວງເລິກໃນທຸກຂົງເຂດວຽກງານ.

