
ຄະນະຜູ້ແທນ ຄະນະໂຄສະນາອົບຮົມສູນກາງພັກ ສຳເລັດການເຄື່ອນໄຫວຮ່ວມງານສັບປະດາອາຊຽນ-ຈີນ ປະຈໍາປີ 2026 ຢູ່ນະຄອນສົງຊິ້ງ, ສປ ຈີນ
ໃນລະຫວ່າງວັນທີ 21-25 ພະຈິກ 2026, ທ່ານ ປອ. ຄຳມອນ ຈັນທະຈິດ, ກຳມະການສຳຮອງສູນກາງ ພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າ ຮ່ວມ “ງານສັບປະດາອາຊຽນ-ຈີນ ປະຈຳປີ 2026” (2026 ASEAN-China Week) ທີ່ ນະຄອນສົງຊິ້ງ, ສປ ຈີນ, ເຊິ່ງຈັດຂຶ້ນໂດຍ ສູນອາຊຽນ-ຈີນ ຮ່ວມກັບອົງການປົກຄອງນະຄອນສົງຊິ້ງ ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍການເປັນຄູ່ຮ່ວມຍຸດທະສາດ ເພື່ອຮັບມືກັບສິ່ງທ້າທາຍ, ຊຸກຍູ້ການເຊື່ອມຈອດໃນພາກພື້ນ ເພື່ອຄວາມຈະເລີນຮຸ່ງເຮືອງຮ່ວມກັນ” ເນື່ອງໃນໂອກາດຄົບຮອບ 5 ປີ ແຫ່ງການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ-ຈີນ ແລະ ຄົບຮອບ 15 ປີ ສູນອາຊຽນ-ຈີນ.
ໃນວັນທີ 23 ພະຈິກ 2026, ພາຍຫຼັງເຂົ້າຮ່ວມການພົບປະແຂກລະດັບສູງ ແລະ ພິທີເປີດງານຢ່າງເປັນ ທາງການ ທີ່ ໂຮງແຮມຢູໂຈ່ວ, ທ່ານ ປອ. ຄຳມອນ ຈັນທະຈິດ ໄດ້ຕາງໜ້າຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນປະຕິວັດລາວ ແລະ ຄະນະຜູ້ແທນ ສປປ ລາວ ຂຶ້ນກ່າວຄຳປາໄສ ໃນວາລະການສົນທະນາຫົວຂໍ້ສະເພາະ ລະດັບສູງ ພາຍໃຕ້ຫົວຂໍ້: “ການສຳຫຼວດຂອບເຂດໃໝ່ສຳລັບການຮ່ວມມືດ້ານເສດຖະກິດ: ການຫັນປ່ຽນສູ່ດິຈິ ຕອນ ແລະ ສີຂຽວທີ່ຂັບເຄື່ອນດ້ວຍປັນຍາປະດິດ (AI)”. ໃນໂອກາດດັ່ງກ່າວ, ທ່ານໄດ້ຕີລາຄາສູງຕໍ່ຄວາມສອດ ຄ່ອງຂອງຫົວຂໍ້ສົນທະນາກັບທ່າອ່ຽງຍຸກການປະຕິວັດອຸດສາຫະກຳ ຄັ້ງທີ 4 ແລະ ຂໍ້ລິເລີ່ມ “ເຄືອຂ່າຍຄອມພິວເຕີ ອາຊຽນ-ຈີນ ເພື່ອສົ່ງເສີມ AI ຂັບເຄື່ອນການຫັນປ່ຽນພະລັງງານສີຂຽວ”. ທ່ານກ່າວວ່າ ລາວ ກຳລັງປັບຕົວເຂົ້າ ກັບອຸດສາຫະກຳ ຄັ້ງທີ 4, ເຊິ່ງພັກ ແລະ ລັດຖະບານ ໄດ້ກຳນົດການພັດທະນາເສດຖະກິດດິຈິຕອນເປັນວຽກບຸລິ ມະສິດປາຍແຫຼມ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ຂອງລັດ, ທ່ານ ໄດ້ເນັ້ນໜັກຕື່ມວ່າ: ການຫັນປ່ຽນສູ່ດິຈິຕອນ ແລະ ສີຂຽວ ຈະບັນລຸຜົນໄດ້ ບໍ່ແມ່ນພຽງແຕ່ໂຄງລ່າງພື້ນຖານ, ແຕ່ຕ້ອງ “ປ່ຽນຈິນຕະນາການ ແລະ ຍົກລະດັບທັກສະມະນຸດ”. ໃນຖານະອົງການ ເສນາທິການດ້ານແນວຄິດ ແລະ ວຽກງານສື່ມວນຊົນ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຍູ້ແຮງການຫັນເປັນ ດິຈິຕອນ 3 ດ້ານຫຼັກ ຄື: (1) ດ້ານເຕັກໂນໂລຊີ AI ຜ່ານການເປີດຕົວ “ສູນຮ່ວມມືນະວັດຕະກຳປັນຍາປະດິດ ຈີນ-ລາວ” ທີ່ ນະຄອນຫຼວງວຽງຈັນ ໃນຕົ້ນປີ 2025 ເພື່ອຍົກລະດັບໂຄງລ່າງ AI, ການຄຸ້ມຄອງ ແລະ ພັດທະນາຕົວ ແບບພາສາລາວຂະໜາດໃຫຍ່; (2) ດ້ານສື່ທັນສະໄໝ ແລະ ສື່ສານສີຂຽວ ຜ່ານການສ້າງຫ້ອງຂ່າວອັດສະລິຍະ ແລະ ນຳໃຊ້ AI ຜະລິດເນື້ອຫາສຳລັບແພລັດຟອມດິຈິຕອນ ເພື່ອໂຄສະນາການພັດທະນາສີຂຽວ ແລະ ໝາກຜົນການ ຮ່ວມມື ລາວ-ຈີນ ໃຫ້ເຂົ້າເຖິງປະຊາຊົນ; ແລະ (3) ດ້ານຄວາມປອດໄພ ແລະ ຈັນຍາບັນ ໂດຍຮັບມືກັບສິ່ງທ້າທາຍ ຈາກຂ່າວປອມ ຜ່ານການກະກຽມສ້າງຕັ້ງ “ສູນຕ້ານຂ່າວປອມແຫ່ງຊາດ (2026–2027)” ພ້ອມທັງປັບປຸງກົດ ໝາຍສື່ມວນຊົນ ເພື່ອຄຸ້ມຄອງ AI ຢ່າງມີຈັນຍາບັນ ແລະ ປົກປ້ອງຄວາມໝັ້ນຄົງທາງໄຊເບີ.
ເພື່ອເປີດກວ້າງຂອບເຂດການຮ່ວມມືເສດຖະກິດດິຈິຕອນ ແລະ ສີຂຽວ ລະຫວ່າງ ອາຊຽນ ແລະ ສປ ຈີນ ໃຫ້ມີໝາກຜົນຕົວຈິງ, ທ່ານຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຍັງໄດ້ສະເໜີ 4 ທິດທາງຈຸດສຸມ ຄື: ໜຶ່ງ, ເຊື່ອມໂຍງໂຄງລ່າງດິຈິຕອນຕິດພັນກັບພະລັງງານສີຂຽວ ໂດຍສະໜັບສະໜູນເຄືອຂ່າຍຄອມພິວເຕີ ອາຊຽນ-ຈີນ, ຊຸກຍູ້ການສ້າງສູນຂໍ້ມູນຂະໜາດໃຫຍ່ ພະລັງງານສະອາດ ແລະ ເຄືອຂ່າຍໂທລະຄົມຄວາມໄວສູງ ຕາມແລວ ທາງ ລົດໄຟ ລາວ-ຈີນ; ສອງ, ພັດທະນາຊັບພະຍາກອນມະນຸດ ແລະ ຫຼຸດຄວາມແຕກໂຕນ ໂດຍຂະຫຍາຍໂຄງການ ຝຶກອົບຮົມ, ຖ່າຍທອດເຕັກໂນໂລຊີ ແລະ ແລກປ່ຽນຊ່ຽວຊານ AI ໃຫ້ແກ່ພະນັກງານ, ຊາວໜຸ່ມ ແລະ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ (MSMEs); ສາມ, ສົ່ງເສີມການຮ່ວມມືດ້ານສື່ ແລະ ຄັງຄວາມຮູ້ ເພື່ອຊຸກຍູ້ສື່ມວນຊົນ ແລະ ສະຖາບັນຄົ້ນຄວ້ານຳໃຊ້ AI ຜະລິດເນື້ອຫາສ້າງສັນ, ໃຫ້ຄວາມຮູ້ເສດຖະກິດສີຂຽວ ແລະ ແລກປ່ຽນບົດຮຽນ ຕອບໂຕ້ຂ່າວປອມຂ້າມພົມແດນ; ແລະ ສີ່, ສ້າງມາດຕະຖານ ແລະ ກົນໄກຄຸ້ມຄອງ AI ທີ່ມີຈັນຍາບັນ, ຮ່ວມມືກັນ ຕໍ່ຕ້ານການຜູກຂາດເຕັກໂນໂລຊີ ແລະ ຄຸ້ມຄອງຂໍ້ມູນຂ້າມແດນທີ່ເຄົາລົບອະທິປະໄຕ ເພື່ອໃຫ້ AI ຮັບໃຊ້ສັນຕິພາບ ແລະ ຄວາມຍືນຍົງ. ພ້ອມນັ້ນ, ທ່ານໄດ້ຢືນຢັນຄວາມໝາຍໝັ້ນຂອງ ສປປ ລາວ ໃນການຮ່ວມມືຢ່າງໃກ້ຊິດກັບ ສປ ຈີນ, ສູນອາຊຽນ-ຈີນ ແລະ ບັນດາປະເທດສະມາຊິກ ເພື່ອຫັນວິໄສທັດດິຈິຕອນ ແລະ ສີຂຽວ ໃຫ້ກາຍເປັນ ຄວາມຈິງ.
ຕະຫຼອດໄລຍະການເຄື່ອນໄຫວຢູ່ນະຄອນສົງຊິ້ງ, ຄະນະຜູ້ແທນ ຄະນະໂຄສະນາອົບຮົມສູນກາງພັກ ຍັງໄດ້ ເຂົ້າຮ່ວມເປັນສັກຂີພິຍານໃນພິທີເປີດຕົວບັນດາໂຄງການຮ່ວມມືສຳຄັນ ອາຊຽນ-ຈີນ ເປັນຕົ້ນແມ່ນ ຂໍ້ລິເລີ່ມເຄືອ ຂ່າຍຄອມພິວເຕີ ອາຊຽນ-ຈີນ, ບົດລາຍງານການຮ່ວມມືດ້ານສື່ມວນຊົນ ອາຊຽນ-ຈີນ (2021–2026) ແລະ 10 ແຜນການຮ່ວມມື ສົງຊິ້ງ-ອາຊຽນ; ເຂົ້າຮ່ວມພົບປະແລກປ່ຽນບ ທ່ານ ຈາງ ລີ່ຈົງ, ເລຂາທິການໃຫຍ່ ສູນອາຊຽນ-ຈີນ ຮ່ວມກັບຄະນະຜູ້ແທນຂັ້ນສູງຈາກກະຊວງຕ່າງໆ ຂອງ ສປປ ລາວ ໃນວັນທີ 24 ພະຈິກ, ເຂົ້າຮ່ວມກອງປະຊຸມຄູ່ຂະໜານດ້ານວິທະຍາສາດ ແລະເຕັກໂນໂລຊີອາຊຽນ-ຈີນ (ສົງຊິ້ງ) 2026, ພ້ອມທັງ ເຂົ້າຮ່ວມຊົມການສະແດງໂດຣນພິເສດສະເຫຼີມສະຫຼອງງານສັບປະດາອາຊຽນ-ຈີນ 2026 ແລະ ຄົບຮອບ 15 ປີ ສູນອາຊຽນ-ຈີນ ທີ່ ລານດ້ານໜ້າຫໍວາງສະແດງຜັງເມືອງນະຄອນສົງຊິ້ງ.
ນອກຈາກນີ້, ຄະນະຍັງໄດ້ລົງຢ້ຽມຊົມ ແລະ ທັດສະນະສຶກສາພື້ນທີ່ຕົວຈິງໃນ 3 ສະຖານທີ່ສຳຄັນ ຄື: ໂຮງໝໍແພດແຜນຈີນ ນະຄອນສົງຊິ້ງ ເພື່ອສຶກສາການພັດທະນາພູມປັນຍາການແພດພື້ນເມືອງ ແລະ ຢາສະໝຸນ ໄພສູ່ການບໍລິການສຸຂະພາບສາກົນ; ຖານການຜະລິດ ບໍລິສັດ ຫຸ່ນຍົນ ຊີເຖິງ ຈຳກັດ ທີ່ຜະລິດຫຸ່ນຍົນອຸດສາຫະກຳ ປ້ອງກັນການລະເບີດ ແລະ ຫຸ່ນຍົນດັບເພີງອັດສະລິຍະ; ແລະ ກຸ່ມບໍລິສັດ ວິທະຍາສາດ ແລະ ເຕັກໂນໂລຊີ ຈິນຊານ ສົງຊິ້ງ ທີ່ນຳໜ້າດ້ານອຸປະກອນການແພດດິຈິຕອນ, ຫຸ່ນຍົນຜ່າຕັດ ແລະ ລະບົບສຸຂະພາບຄົບວົງຈອນ “Cloud + ຂໍ້ມູນໃຫຍ່ + AI”. ການເຂົ້າຮ່ວມງານໃນຄັ້ງນີ້ໄດ້ສຳເລັດລົງດ້ວຍໝາກຜົນອັນຈົບງາມ, ປະກອບສ່ວນສຳຄັນເຂົ້າ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສປ ຈີນ ກໍຄື ອາຊຽນ-ຈີນ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ເຂົ້າສູ່ລວງເລິກຍິ່ງຂຶ້ນ.


