ໃນວັນທີ 6 ກຸມພາ 2025 ສະຫາຍ ວັນລາຕີ ຄໍາວານວົງສາ ກໍາມະການຄະນະພັກ-ຄອສພ, ຫົວໜ້າບັນນາທິການວາລະສານອະລຸນໃໝ່ ພ້ອມດ້ວຍນັກຄົ້ນຄວ້າ ແລະ ທີມງານຂອງວາລະສານ ໄດ້ເດີນ ທາງ ແລະ ລົງເຄື່ອນໄຫວວຽກງານວາລະສານອະລຸນໃໝ່ ຢູ່ແຂວງວຽງຈັນ. ພາຍຫຼັງເດີນທາງຮອດແຂວງວຽງຈັນ ໄດ້ເຂົ້າລາຍງານແຈ້ງຈຸດປະສົງຂອງການມາເຄື່ອນໄຫວ ແລະ ເຮັດວຽກຄັ້ງນີ້ຕໍ່ການນໍາແຂວງວຽງຈັນ ຕົ້ນຕໍເພື່ອຕິດຕາມຜົນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ, ເມືອງ ແລະ ແຜນພັດທະນາເສດ ຖະກິດ-ສັງຄົມ ຂອງແຂວງ, ຂອງເມືອງ ກໍຄືການກະກຽມກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ; ການກະ ກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດ; ການເຄື່ອນໄຫວວຽກງານໂຄສະນາອົບຮົມຂອງພັກ; ເວົ້າສະ ເພາະ ກໍເພື່ອນໍາສະເໜີກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງວາລະສານອະລຸນໃໝ່ ເຊິ່ງເປັນວາລະສານທິດສະດີ ແລະ ພຶດຕິກຳຂອງພັກປະຊາຊົນປະຕິວັດລາວ ເປັນຕົ້ນແມ່ນການປະຕິບັດບົດບາດ, ໜ້າທີ່ຄົ້ນຄວ້າທິດສະດີ, ສັງລວມພຶດຕິກໍາ ພາຍໃຕ້ການນໍາພາ-ຊີ້ນໍາຂອງພັກ, ຂອງອົງຄະນະພັກແຕ່ລະຂັ້ນ ແລະ ນໍາມາເຜີຍແຜ່ໂຄສະນາສຶກສາອົບຮົມ, ສ້າງຄວາມຮັບຮູ້, ເຂົ້າໃຈ ໃຫ້ສະມາຊິກພັກ, ພະນັກງານ ແລະ ສັງຄົມ. ພ້ອມກັນນັ້ນ ກໍເປັນການປຸກລະດົມ, ສ້າງກົນໄກຂະຫຍາຍຕາໜ່າງເພື່ອນຮ່ວມງານ ເພື່ອນຜູ້ອ່ານ ແລະ ແນະນໍາການແລກປ່ຽນຂໍ້ມູນຂ່າວສານປະກອບສ່ວນປັບປຸງ ແລະ ພັດທະນາວາລະສານ ໃຫ້ດີຂຶ້ນເປັນລໍາດັບ; ດ້ານໜຶ່ງກໍເປັນການສ້າງເງື່ອນໃຫ້ພະນັກງານວາລະສານອະລຸນໃໝ່ ໄດ້ຮັບຮູ້ ແລະ ໄດ້ສຳພັດຕົວຈິງ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ທ້ອງຖິ່ນຮາກຖານ ເພື່ອສາມາດສະຫຼຸບສັງລວມ ແລະ ທ້ອນໂຮມຂໍ້ມູນ ໃນການຄົ້ນຄວ້າຂຽນບົດລົງວາລະສານອະລຸນໃໝ່ ໃຫ້ແທດກັບຕົວຈິງ.
ຫຼັງຈາກນັ້ນ ກໍໄດ້ຮ່ວມເຮັດວຽກກັບຄະນະໂຄສະນາອົບຮົມແຂວງ, ໂດຍມີການນໍາ, ພະນັກງານທົ່ວຄະນະໂຄສະນາອົບຮົມແຂວງ, ມີຕາງໜ້າຜູ້ທີ່ຮັບຜິດຊອບໃນວຽກງານການເມືອງ-ແນວຄິດ, ວຽກໂຄ ສະນາ, ຖະແຫຼງຂ່າວ-ສື່ມວນຊົນ, ວາລະສານ, ຄົ້ນຄວ້າສັງລວມຈາກ: ຄະນະຈັດຕັ້ງແຂວງ, ຄະນະກວດ ກາແຂວງ, ໂຮງຮຽນການເມືອງ-ການປົກຄອງ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ໃນກອງປະຊຸມບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມ ໄດ້ມີຄວາມເຫັນແລກປ່ຽນຢ່າງກົງໄປກົງມາ, ຍົກໃຫ້ເຫັນສະພາບພົ້ນເດັ່ນທັງດ້ານຕັ້ງໜ້າ, ຂໍ້ຫຍຸ້ງຍາກ-ຄົງຄ້າງ ແລະ ທິດທາງເຄື່ອນໄຫວໃນຕໍ່ໜ້າ ໂດຍສະເພາະໃນວຽກງານສື່ມວນຊົນຂອງພັກ ກໍຄືວຽກງານວາລະສານ ດ້ວຍບັນຍາກາດຟົດຟື້ນ ແລະ ຄວາມເປັນເຈົ້າການລະອຽດສົມຄວນ ແນໃສ່ປັບປຸງວຽກງານສື່ມວນຊົນຂອງພັກສ້າງການຫັນປ່ຽນໄປສູ່ຄຸນນະ ພາບໃໝ່.
ນອກຈາກນັ້ນ, ທີມງານວາລະສານ ອະລຸນໃໝ່ ຍັງໄດ້ລົງເຄື່ອນໄຫວວຽກງານຢູ່ເມືອງທຸລະຄົມ, ແຂວງວຽງຈັນ ຕື່ມອີກ.