5ອົງການຕົ້ນຕໍທີ່ເຮັດໜ້າທີ່ສຶກສາອົບຮົມການເມືອງ-ແນວຄິດ

     
5ອົງການຕົ້ນຕໍທີ່ເຮັດໜ້າທີ່ສຶກສາອົບຮົມການເມືອງ-ແນວຄິດ
ເພື່ອນຜູ້ອ່ານຫຼາຍທ່ານອາດຍັງບໍ່ທັນຮັບຮູ້ ແລະ ເຂົ້າໃຈວ່າ ບັນດາອົງການທີ່ເຮັດວຽກໂຄສະນາສຶກສາອົບຮົມການເມືອງ-ແນວຄິດມີພາກສ່ວນໃດແດ່? ບັນດາອົງການທີ່ເຮັດວຽກດັ່ງກ່າວໂດຍກົງປະກອບມີ 5 ອົງການຄື:
ໜຶ່ງ: ຄະນະໂຄສະນາອົບຮົມສູນກາງພັກ ແລະ ຄະນະໂຄສະນາອົບຮົມຂັ້ນທ້ອງຖິ່ນ (ຄະນະໂຄສະນາອົບຮົມ ນະຄອນຫຼວງ, ແຂວງ ແລະ ເມືອງ) ເຊິ່ງອົງການເຫຼົ່ານີ້ ມີຄວາມຮັບຜິດຊອບໂດຍກົງ ແລະ ເປັນໃຈກາງ ໃນການເຮັດພາລະບົດບາດເປັນອົງການເສນາທິການໃນການຊີ້ນໍາການດໍາເນີນວຽກງານການເມືອງ-ແນວຄິດຂອງພັກທີ່ເຮັດໜ້າທີ່ ຄົ້ນຄວ້າທິດສະດີ ແລະ ສັງລວມພຶດຕິກໍາ, ໂຄສະນາ ປະຖະກະຖາ ແລະ ຈັດຕັ້ງການຄົ້ນຄວ້າເຊື່ອມຊຶມແນວທາງ ມະຕິເອກະສານຕ່າງໆຂອງພັກ; ອົບຮົມຄວາມຮູ້ດ້ານທິດສະດີ-ແນວທາງເພື່ອສ້າງທັດສະນະຄວາມຮັບຮູ້ທີ່ຖືກຕ້ອງເປັນເອະພາບ, ມີຄຸນທາດການເມືອງ-ຄຸນສົມບັດສິນທໍາທີ່ໜັກແໜ້ນ, ມີອຸດົມການ, ຄ່ານິຍົມ ແລະ ມານະຈິດໄປຕາມແນວທາງ ແລະ ຈຸດມຸ່ງໝາຍຂອງພັກ. ນອກນັ້ນຍັງຕໍ່ສູ້ຕ້ານກັບປະກົດການຫຍໍ້ທໍ້, ເສື່ອມຊາມ ທີ່ເກີດຂຶ້ນພາຍໃນພັກ ແລະ ຕໍ່ສູ້ຕ້ານແນວຄິດ-ຈິດຕະສາດກັບຝ່າຍກົງກັນຂ້າມ ໃນນັ້ນສື່ຕ່າງໆບໍ່ວ່າຈະເປັນສື່ສິ່ງພິມ (ໜັງສືພິມ, ວາລະສານ…) ແລະ ສື່ອິເລັກໂທຣນິກ (ວິທະຍຸ, ໂທລະພາບ, ອິນເຕີເນັດ…) ເຊິ່ງອົງການ ແລະ ສື່ເຫຼົ່ານີ້ເຮັດພາລະບົດບາດໜ້າທີ່ ເປັນກະບອກສຽງໂຄສະນາສຶກສາອົບຮົມຄົນໃນສັງຄົມໃຫ້ມີທັດສະນະ-ແນວຄິດທີ່ຖືກຕ້ອງ ແລະ ເປັນເອກະພາບຕໍ່ແນວທາງການນໍາພາຂອງພັກ-ການຄຸ້ມຄອງຂອງລັດດ້ວຍກົດ ໝາຍ. ນອກນັ້ນຍັງເປັນສື່ (ຂົວຕໍ່) ໃນການໂຄສະນາເຜີຍແຜ່ແນວທາງຂອງພັກ-ກົດໝາຍຂອງລັດ ອອກສູ່ສັງຄົມ ຂະນະທີ່ສື່ຍັງເຮັດບົດບາດສ່ອງແສງແນວຄິດຈິດໃຈ ຂອງປະຊາຊົນຂຶ້ນຫາພັກ-ລັດ.
ສອງ: ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ແລະ ໂຮງຮຽນພັກຢູ່ແຕ່ລະທ້ອງຖິ່ນ (ນະຄອນຫຼວງ, ແຂວງ ແລະ ເມືອງ) ເຊິ່ງສະຖາບັນການສຶກສາທີ່ ເຮັດພາລະບົດບາດໜ້າທີ່ເປັນເບົ້າຫຼອມການນຳ, ພະນັກງານຫຼັກແຫຼ່ງ (ສຶກສາອົບຮົມ, ສິດສອນ ຖ່າຍທອດ) ຄວາມຮູ້ທາງດ້ານທິດສະດີ-ການເມືອງ ແລະ ການປົກຄອງກໍຄືແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດໃຫ້ແກ່ຖັນແຖວນັກສຶກສາ-ປັນຍາຊົນຕະຫຼອດຮອດພະນັກງານ ທີ່ການຈັດຕັ້ງຂອງເຂົາເຈົ້າໄດ້ມອບໝາຍໃຫ້ໄປຍົກລະດັບຄວາມຮູ້-ຄວາມສາມາດຕື່ມ.
ສາມ: ສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ ແລະ ສະຖາບັນຄົ້ນຄວ້າອື່ນໆທັງທາງດ້ານສັງຄົມສາດ ແລະ ມະນຸດວິທະຍາເຊິ່ງສະຖາບັນເຫຼົ່ານີ້ນອກຈາກຈະເຮັດພາລະບົດບາດໜ້າທີ່ຄົ້ນຄວ້າບັນດາບັນຫາໃນແງ່ຂອງວິທະຍາສາດເສດຖະກິດ-ສັງຄົມທີ່ສໍາຄັນຂອງຊາດ, ເປັນຕົ້ນແມ່ນ: ຄົ້ນຄວ້າບັນຫາກ່ຽວກັບພາສາສາດ (ພາສາລາວ), ຄົ້ນຄວ້າກ່ຽວກັບບັນຫາຊື່ເອີ້ນຊົນເຜົ່າຕ່າງໆໃນ ສປປ ລາວ ແລະ ບັນຫາອື່ນໆແລ້ວ, ບັນດາສະຖາບັນເຫຼົ່ານີ້ຍັງເຮັດພາລະບົດບາດໜ້າທີ່ໂຄສະນາ-ສຶກສາອົບຮົມແນວຄິດຂອງຄົນໃນສັງຄົມໃຫ້ມີທັດສະນາຖືກຕ້ອງ ແລະ ເປັນເອກະພາບກັນ ຕໍ່ບັນດາບັນຫາທີ່ສະຖາບັນດັ່ງກ່າວໄດ້ຄົ້ນຄວ້າ ແລະ ສັງລວມອອກມາສູ່ສັງຄົມ. ຍົກຕົວຢ່າງ: ໃນມໍ່ໆມານີ້ສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ ກໍໄດ້ສໍາເລັດການຄົ້ນຄວ້າ-ສັງລວມປຶ້ມວັດຈະນານຸກົມພາສາລາວອອກມາສູ່ສັງຄົມ ເພື່ອແນໃສ່ສ້າງຄວາມເປັນເອກະພາບໃນການນໍາໃຊ້ພາສາລາວໄປລວງດຽວກັນ (ໜ້າປົກສີຂຽວ).
ສີ່: ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ (ກໍາມະບານ, ແມ່ຍິງ ແລະ ຊາວໜຸ່ມ) ເຊິ່ງອົງການເຫຼົ່ານີ້ເຮັດບົດບາດເຕົ້າໂຮມຄວາມສາມັກຄີຂອງປວງຊົນລາວທັງຊາດ ຕາມຄວາມຮັບຜິດຊອບຂອງອົງການຕໍ່ສະມາຊິກຕົນເຊັ່ນ: ສະມາຊິກກໍາມະບານ ກໍມີຖັນແຖວກໍາມະກອນ-ຊາວຜູ້ອອກແຮງງານ, ສະມາຊິກແມ່ຍິງກໍມີຖັນແຖວເອື້ອຍນ້ອງແມ່ຍິງ ຂະນະທີ່ສະມາຊິກຊາວໜຸ່ມ ປະກອບດ້ວຍຖັນແຖວຄົນຮຸ່ນໜຸ່ມ-ໄວໜຸ່ມ ແລະ ສຶກສາອົບຮົມໃຫ້ເຂົາເຈົ້າມີນໍ້າໃຈຮັກຊາດຕິດພັນກັບການຮັກລະບອບໃໝ່, ເຊື້ອໝັ້ນຕໍ່ການນໍາພາຂອງພັກເຂົ້າຮ່ວມໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ.
ຫ້າ: ກົມໃຫຍ່ການເມືອງກອງທັບ ແລະ ປ້ອງກັນຄວາມສະຫງົບເຊິ່ງ ເພື່ອນຜູ້ອ່ານຫຼາຍທ່ານອາດຍັງບໍ່ຮູ້ ແລະ ສົງໄສວ່າທະຫານ-ຕໍາຫຼວດ ນອກຈາກເຮັດໜ້າທີ່ປ້ອງກັນຊາດ ປ້ອງກັນຄວາມສະຫງົບສຸກຂອງສັງຄົມແລ້ວ ຍັງເຮັດພາລະບົດບາດໂຄສະນາ-ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ຖັນແຖວນັກຮົບຂອງຕົນຢ່າງເປັນປະຈຳເພາະວ່າ 2 ກະຊວງ ທັງກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ພວກເພິ່ນກໍປະກອບມີກົມໂຄສະນາ ແລະ ມີສື່ສານມວນຊົນ (ໜັງສືພິມ, ວາລະສານ, ວິທະຍຸ,ໂທລະພາບ ແລະ ສື່ອິເລັກໂທຣນິກຕ່າງໆ) ເຮັດພາລະບົດບາດໜ້າທີ່ໂຄສະນາ, ສຶກສາອົບຮົມແນວທາງຂອງພັກຄືກັນກັບ 4 ພາກສ່ວນທີ່ກ່າວມາຂ້າງເທິງຄືກັນ.