ສ້າງຕາໜ່າງນັກໂຄສະນາ-ປາຖະກະຖາ ແລະ ຜູ້ເຮັດວຽກງານເກັບກຳຫາງສຽງສັງຄົມ ໃຫ້ແກ່ພະນັກງານຫຼັກແຫຼ່ງພາຍໃນ ແຂວງສະຫວັນນະເຂດ
ຂ່າວໂດຍ: ຈິນດາວັນ ອິນສົມເພຍ
ເພື່ອຍົກລະດັບຄວາມຮູ້-ຄວາມສາມາດ ແລະ ເຕັກນິກ ໃຫ້ແກ່ພະນັກງານຜູ້ທີ່ເຮັດໂຄສະນາ-ປາຖະກະຖາ ແລະ ເກັບກຳຫາງສຽງສັງຄົມ ພາຍໃນແຂວງສະຫວັນນະເຂດ ໃຫ້ສາມາດນຳເອົາແນວທາງນະໂຍບາຍຂອງພັກ-ລັດ ໄປຈັດຕັ້ງເຜີຍແຜ່ ແລະ ຜັນຂະຫຍາຍເຂົ້າໃນໜ້າທີ່ຄວາມຮັບຜິດຊອບ ຂອງຕົນ ແລະ ທົ່ວສັງຄົມ ໃຫ້ກວ້າງຂວາງ, ທົ່ວເຖິງ ແລະ ເລິກເຊິ່ງ, ກົມໂຄສະນາ ແລະ ຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ຄະນະໂຄສະນາອົບຮົມ ແຂວງສະຫວັດນະເຂດ ໄດ້ຈັດຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ແລະ ວຽກງານເກັບກຳຫາງສຽງສັງຄົມ ຂຶ້ນໃນຕອນເຊົ້າ ຂອງວັນທີ 23 ກັນຍາ 2025 ທີ່ໂຮງຮຽນການເມືອງ ແລະ ການປົກຄອງ ຂອງແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງທ່ານ ອານົງສັກ ອິນທະວົງ ກຳມະການຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າກົມໂຄສະນາ, ທ່ານ ບຸນເພັງ ຈັນທະດາລາ ຫົວໜ້າຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ສຸດໃຈ ໄຊຍະວົງ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າ ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ບັນດາທ່ານ ຮອງເລຂາໜ່ວຍພັກ, ຮອງພະແນກການ-ຂະແໜງການອ້ອມຂ້າງແຂວງ, ຮອງປະທານຄະນະກຳມະການປົກຄອງເມືອງ 14 ເມືອງ, 1 ນະຄອນ; ຫົວໜ້າ, ຮອງຫົວໜ້າຫ້ອງການໂຄສະນາອົບຮົມເມືອງ, ພະນັກງານ ໂຄສະນາອົບຮົມແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ ຈຳນວນ 105 ທ່ານ,ຍິງ 30 ທ່ານ.
ໃນພິທີເປີດ, ທ່ານ ສຸດໃຈ ໄຊຍະວົງ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າ ຄະນະໂຄສະນາອົບຮົມແຂວງ ໄດ້ໃຫ້ກຽດເປັນປະທານກ່າວເປີດຊຸດຝຶກອົບຮົມ ໂດຍມີບາງຕອນທ່ານກ່າວວ່າ: ວຽກງານໂຄສະນາ-ປາຖະກະຖາ ແລະ ວຽກງານເກັບກຳຫາງສຽງສັງຄົມ ເປັນວຽກງານໜຶ່ງທີ່ສໍາຄັນ ຂອງວຽກງານການເມືອງ-ແນວຄິດ ໂດຍສະເພາະ ວຽກງານໂຄສະນາສຶກສາອົບຮົມ ຂອງພັກ. ສະນັ້ນ, ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງສະຫວັນນະເຂດ ໄດ້ຮັບຮູ້, ເຂົ້າໃຈ ບັນດາເຕັກນິກວິທີການເວົ້າ, ການໂຄສະນາ-ປາຖະກະຖາ, ການຂຽນເອກະສານຕ່າງໆຮັບໃຊ້ການໂຄສະນາ-ປາຖະກະຖາ ໃຫ້ດຶງດູດຜູ້ຟັງໄດ້ດີຂຶ້ນ ທັງເປັນການສ້າງຄວາມຮັບຮູ້, ເຂົ້າໃຈກ່ຽວກັບບັນດາຫຼັກການພື້ນຖານ ໃນການເກັບກຳສັງສຽງສັງຄົມ, ວິທີການເກັບກຳ, ການນຳພາຫາງສຽງສັງຄົມໄປຕາມແນວທາງຂອງພັກ ເຊິ່ງບັນດານັກສຳມະນາກອນ ຈະໄດ້ຄົ້ນຄວ້າ, ແລກປ່ຽນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກຳ ທີ່ກ່ຽວຂ້ອງກັບ 8 ບັນຫາ ຄື: ບັນຫາພື້ນຖານຂອງວຽກງານໂຄສະນາ-ປຸກລະດົມ; ຝຶກຝົນຄວາມສາມາດໃນການຂຽນເອກະສານ, ຄຸນລັກສະນະ ແລະ ສີລະປະໃນການປາກເວົ້າ ຂອງນັກປາຖະກະຖາ, ນິຕິກຳ ແລະ ບາງບົດຮຽນໃນການເຄື່ອນໄຫວໂຄສະນາ-ປາຖະກະຖາ; ຄວາມຮູ້ພື້ນຖານກ່ຽວກັບວຽກງານຫຽງສຽງສັງຄົມ, ວິທີການຕິດຕາມ, ເກັບກຳ ແລະ ນຳໃຊ້ຫຽງສຽງສັງຄົມ, ຕ່າງໜ່າງເພື່ອນຮ່ວມງານ ແລະ ວຽກງານຄົ້ນຄວ້າ-ສັງລວມ; ນອກຈາກນັ້ນ ຍັງຈະໄດ້ເຮັດຂຽນບົດ ແລະ ຂຶ້ນປາຖະກະຖາ ທົດລອງຕົວຈິງ.
ຊຸດຝຶກອົບຮົມຄັ້ງນີ້ ຈະໄດ້ດຳເນີນໄປຈົນຮອດວັນທີ 26 ກັນຍາ 2025 ຈິ່ງຈະປິດລົງ. ສະນັ້ນ, ຈິ່ງຮຽກຮ້ອງໃຫ້ບັນດານັກສຳມະນາກອນ ຈົ່ງສຸມສະຕິໃສ່ການຄົ້ນຄວ້າ, ແລກປ່ຽນບົດຮຽນນຳນັກວິທະຍາກອນທາງດ້ານທິດສະດີ ແລະ ພຶກຕິກຳ, ເສຍສະຫຼະເວລາເຂົ້າຮ່ວມການຝຶກອົບຮົມໃຫ້ສຸດກົກສຸດປາຍ ຮັບປະກັນໃຫ້ການຝຶກອົບຮົມໃນຄັ້ງນີ້ບັນລຸຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.