ໃນຂະບວນວິວັດແຫ່ງພັດທະນາຊັບພະຍາກອນມະນຸດ ມີບົດບາດສໍາຄັນໃນການປະກອບສ່ວນສ້າງບຸກຄະລາກອນທີ່ມີຄຸນນະພາບໃນການສ້າງສາພັດທະນາປະເທດຊາດ ຄູໝາຍເຖິງຜູ້ທີ່ມີຄວາມຮູ້ ແລະ ປະສົບການ ສູງໃນການຖ່າຍທອດຄວາມຮູ້ ແລະ ປະສົບການນັ້ນໄປສູ່ຜູ້ອື່ນໆ, ຮູບການຖ່າຍທອດຄວາມຮູ້ຈາກຜູ້ຮູ້ໄປສູ່ຜູ້ບໍ່ຮູ້ ເອີ້ນວ່າ: ການຮຽນ ແລະ ການສອນ.
ພາຍຫຼັງພວກລ່າເມືອງຂຶ້ນຝຣັ່ງ ເຂົ້າມາຍຶດຄອງປະເທດລາວ ໃນປີ ຄສ 1893 ລະບົບການສຶກສາຂອງພວກເຮົາບໍ່ໄດ້ຮັບການເສີມຂະຫຍາຍພໍທໍ່ໃດ ໂດຍສະເພາະແມ່ນໂຮງຮຽນຢູ່ໃນປະເທດລາວມີບໍ່ພໍເທົ່າໃດແຫ່ງ. ຈົນມາເຖິງປີ ຄສ 1905 ທົ່ວປະເທດມີໂຮງຮຽນພຽງແຕ່ສອງແຫ່ງຄື: ຫຼວງພະບາງ ແລະ ວຽງຈັນ, ຄົນລາວທີ່ໄດ້ເຂົ້າຮຽນແມ່ນມີໜ້ອຍ ໃນຈຳນວນດັ່ງກ່າວ ໄດ້ມີຄົນລາວຊື່ ທ້າວຄຳ ໄດ້ຮຽນຈົບຫ້ອງທີ I (ປ.6). ປີ ຄສ 1907 ທ້າວ ຄຳ ໄດ້ເຂົ້າຮ່ວມຮັບການອົບຮົມຄູ ຊຶ່ງຖືວ່າເປັນຄັ້ງທຳອິດໃນປະຫວັດສາດຂອງຊາດລາວ ທີ່ໄດ້ມີການຈັດອົບຮົມຄູ ພາຍຫຼັງການອົບຮົມສຳເລັດ ມາເຖິງວັນທີ 7 ຕຸລາ 1907 ທ້າວຄຳເລີ່ມເປັນຄູສອນ. ຍ້ອນພວກລ່າເມືອງຂຶ້ນຝຣັ່ງເຫັນອິດທິພົນຂອງພະສົງໃນວຽກງານການສຶກສາ ພວກເຂົາຈຶ່ງຫັນນະໂຍບາຍຂະຫຍາຍໂຮງຮຽນໃຫ້ກວ້າງອອກກ່ວາເກົ່າ ດ້ວຍຮູບການເປີດໃຫ້ມີໂຮງຮຽນສ້າງຄູສົງຂຶ້ນໃນປີ 1907 ທີ່ວັດຈັນ ຊຶ່ງປະກອບມີພະສົງ 50 ກວ່າອົງ ໄດ້ເຂົ້າຮຽນ ໂດຍ ທ້າວ ຄຳ ກໍເປັນຄູສອນຢູ່ໂຮງຮຽນປະຖົມແຫ່ງນີ້. ຍ້ອນຈິດໃຈຮັກຊາດຂອງນາຍ ຄູຄຳ, ໃນເວລາສິດສອນຢູ່ໂຮງຮຽນສ້າງຄູສົງ ນາຍຄູຄຳ ໄດ້ເອົາໃຈໃສ່ສຶກສາໃຫ້ພະສົງຜູ້ທີ່ຈະເປັນຄູໃຫ້ມີຄວາມຮັກຊາດລາວ ເພື່ອບໍ່ໃຫ້ຊາດລາວເຊື່ອມເສຍເປັນຊາດຝຣັ່ງ ພາຍຫຼັງທີ່ພວກເພິ່ນຈົບການອົບຮົມຄູແລ້ວ ກໍໄດ້ມີພະສົງຈໍານວນຫຼາຍອົງບໍ່ໄປເປັນຄູ ເພື່ອຮັບໃຊ້ນະໂຍບາຍການສຶກສາຂອງພວກລ່າເມືອງຂຶ້ນຝຣັ່ງ.
ໃນປີ ຄສ 1913 ນາຍຄູຄຳ ໄດ້ສອນຢູ່ໂຮງຮຽນຕັບໂຟແລງ (ບີເອ ຕັບໂຟແລງ) ເຊິ່ງລວມມີຄູທີ່ເປັນຄົນລາວ 3 ຄົນ. ມາເຖິງກາງເດືອນພະ ຈິກ ປີ ຄສ 1920 ຂະບວນການຕໍ່ສູ້ຂອງປະຊາຊົນລາວ ເຊິ່ງນຳໂດຍນາຍຄູຄຳໄດ້ລະເບີດຂຶ້ນຢູ່ວຽງຈັນ, ການຕໍ່ສູ້ໄດ້ດຳເນີນໄປຢ່າງຮຸນແຮງ ຄູຄຳໄດ້ຖືກພວກຝຣັ່ງຈັບ ແລະ ນຳຕົວໄປຂັງຄຸກ. ພາຍຫຼັງຖືກຄຸມຂັງໄດ້ໄລຍະໜຶ່ງ ນາຍຄູຄຳໄດ້ໂຕນອອກຈາກຄຸກ ແລ້ວຂ້າມແມ່ນ້ຳຂອງໄປອາໄສຢູ່ນຳພີ່ນ້ອງທີ່ບາງກອກ (ປະເທດໄທ). ປີ 1949 ນາຍຄູຄຳໄດ້ເຈັບປ່ວຍ ແລະ ໄດ້ເສຍຊີວິດຍ້ອນພະຍາດຂອງເພິ່ນຢູ່ທີ່ວັດສີທາລາມ (ປະເທດໄທ). ພາຍຫຼັງປະຊາຊົນລາວ ໄດ້ລຸກຮື້ຂຶ້ນຍຶດອໍານາດ ໃນວັນທີ 12 ຕຸລາ 1945 ເປັນຕົ້ນມາ ລະບົບການສຶກສາ ຈຶ່ງຄ່ອຍໆປະກົດຕົວເປັນຮູບເປັນຮ່າງຂຶ້ນມາ. ການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ເພື່ອຕ້ານກັບລັດທິລ່າເມືອງຂຶ້ນແບບໃໝ່ຂອງຈັກກະພັດຜູ້ຮຸກຮານ ໄດ້ຮັບໄຊຊະນະ ແລະ ໄດ້ຮັບການສະຖາປານາ ສປປ ລາວ ຂຶ້ນໃນວັນທີ 2 ທັນວາ 1975. ເຫດການປະຫວັດສາດດັ່ງກ່າວໄດ້ເປັນເງື່ອນໄຂເອື້ອອຳນວຍໃຫ້ແກ່ການສຶກສາຂອງລາວ ໄດ້ຮັບການພັດທະນາ, ບັນດາໂຮງຮຽນໄດ້ຂະຫຍາຍຕົວຢ່າງໄວວາຈາກຕົວເມືອງໄປສູ່ຊົນນະບົດ. ລູກຫຼານຂອງປະຊາຊົນບັນດາເຜົ່າໄດ້ເຂົ້າຮຽນຢູ່ຕາມໂຮງຮຽນບ່ອນຕ່າງໆ, ຖັນແຖວຄູ ຜູ້ທີ່ມີນ້ຳໃຈຮັກຫອມປະເທດຊາດ, ມີຄວາມຮູ້ຄວາມສາມາດ ຊຶ່ງໄດ້ຜ່ານການອົບຮົມມາຈາກຫຼາຍປະເທດ ໃນໂລກຕາເວັນຕົກ, ຕາເວັນອອກ ແລະ ຈາກການກໍ່ສ້າງຢູ່ພາຍໃນປະເທດຢ່າງຫຼວງຫຼາຍ ເຂົາເຈົ້າເຫຼົ່ານັ້ນໄດ້ນຳເອົາຄວາມຮູ້ຄວາມສາມາດໄປສິດສອນໃຫ້ແກ່ນັກຮຽນນັບມື້ນັບເພີ່ມຂຶ້ນ ນຳເອົາຄວາມສົມບູນພູນສຸກມາສູ່ປະຊາຊົນບັນດາເຜົ່າ, ຊື່ ສຽງຂອງຄູໄດ້ຕິດພັນກັບຂະບວນການຕໍ່ສູ້ເພື່ອປົດປ່ອຍຊາດ ແລະ ສ້າງສາພັດທະນາປະເທດຊາດ ຂອງພວກເຮົາຕະຫຼອດມາ, ສະນັ້ນເພື່່ອລະ ນຶກເຖິງຄຸນງາມຄວາມດີຂອງຄູໃນສັງຄົມ ພັກ-ລັດຂອງພວກເຮົາໄດ້ກຳນົດໃຫ້ມີວັນຄູແຫ່ງຊາດລາວ ເຊິ່ງກຳນົດເອົາວັນເຂົ້າເປັນລັດຖະກອນ ຂອງນາຍຄູຄຳ ຊຶ່ງແມ່ນຄູຜູ້ທີ່ມີສັນຊາດລາວຄົນທຳອິດ ໃນວັນທີ 7 ຕຸລາ 1907ມາເປັນວັນຄູແຫ່ງຊາດລາວຈົນເຖິງປັດຈຸບັນນີ້.
ການຈັດຕັ້ງໃຫ້ມີວັນຄູແຫ່ງຊາດລາວ ແມ່ນມີຈຸດປະສົງເພື່ອໃຫ້ພົນລະເມືອງລາວທຸກເຜົ່າ, ທຸກຊັ້ນຄົນໃນວົງສາຄະນາຍາດແຫ່ງຊາດລາວ ໄດ້ທົບທວນຂະບວນວິວັດທະນາການແຫ່ງຊີວິດ ໂດຍເລີ່ມຈາກຊີວິດໃນຍາມເປັນເດັກຢູ່ໃນການລ້ຽງດູຂອງພໍ່ແມ່, ຊີວິດຂອງຕົນທີ່ເຄື່ອນໄຫວສຶກສາຮ່ຳຮຽນຈາກຄູ-ອາຈານ ແລະ ອື່ນໆ. ວັນຄູແຫ່ງຊາດ ເປັນວັນໜຶ່ງທີ່ສຳຄັນທີ່ຕິດພັນກັບປະຫວັດສາດຂອງຊາດລາວ ເພາະວ່າ ຄູບໍ່ພຽງແຕ່ໄດ້ປະກອບສ່ວນເຂົ້າໃນວຽກງານສຶກສາທໍ່ນັ້ນ, ຄູຍັງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດແຫ່ງການຕໍ່ສູ້ເພື່ອຄວາມເປັນເອກະລາດ ແລະ ຄວາມວັດທະນາຖາວອນ ຂອງປະເທດຊາດ; ຍົກສູງບົດບາດ, ຄວາມເອກອ້າງທະນົງໃຈຕໍ່ກຽດສັກສີໃນອາຊີບຄູ ແລະ ເປັນວັນແຫ່ງການເສີມຂະຫຍາຍມູນເຊື້ອຂອງຄູຄຳ ຜູ້ທີ່ມີຄວາມດຸໝັ່ນຂະຫຍັນພຽນ ແລະ ໄດ້ອຸທິດໝົດສະຕິປັນຍາ, ເລືອດເນື້ອ ແລະ ເຫື່ອແຮງຂອງຕົນ ເຂົ້າໃນພາລະກິດການສຶກສາແຫ່ງຊາດ ເພື່ອຈາລຶກໄວ້ໃຫ້ຄົນຮຸ່ນຫຼັງໄດ້ຮໍ່າຮຽນເອົາແບບຢ່າງຄຸນງາມຄວາມດີຂອງຄູຄໍາຕະຫຼອດໄປ.