ເພີ່ມທະວີການຕິດຕາມ, ກວດກາພັກ-ລັດ ຮັບໃຊ້ການປະຕິບັດໜ້າທີ່ການເມືອງ ຢູ່ ຄອສພ


ໃນວັນທີ 20 ມັງກອນ 2026 ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ (ຫຼັກ 6) ພາຍໃຕ້ຫົວຂໍ້: ທິດສະດີ-ພຶດຕິກໍາໃນການປະຕິບັດບົດບາດ ໂຄສະນາອົບຮົມ ເປັນກະບອກສຽງໃຫ້ແກ່ພັກ; ກອງປະຊຸມໄດ້ໃຫ້ກຽດເປັນປະ ທານກ່າວເປີດໂດຍ ສະຫາຍ ຄໍາພັນ ເຜີຍຍະວົງ, ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ; ເຂົ້າຮ່ວມມີ ສະຫາຍ ປອ. ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບ ຮົມ, ຮອງປະທານຜູ້ປະຈໍາການ ສທພ; ມີບັນດາຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກ-ຮອງພະແນກ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມດັ່ງກ່າວ ສະຫາຍ ສະຫວ່າງ ດາລາແສນ, ຮອງປະທານກວດກາ, ເລຂາໜ່ວຍພັກ, ຫົວໜ້າກົມກວດກາ ໄດ້ຂຶ້ນນໍາສະເໜີບົດວິ ທະຍາສາດ ໃນຫົວຂໍ້: ເພີ່ມທະວີການຕິດຕາມ, ກວດກາພັກ-ລັດ ຮັບໃຊ້ການປະຕິບັດໜ້າທີ່ການເມືອງ ຢູ່ຄະນະໂຄສະນາອົບຮົມສູນກາງພັກ ໂດຍໄດ້ຍົກໃຫ້ເຫັນວ່າ: ວຽກງານຕິດຕາມ, ກວດກາຂອງພັກ-ລັດ ແມ່ນໜຶ່ງໃນພາລະບົດບາດການນໍາພາຂອງພັກ, ຄະນະພັກ ເປັນຜູ້ຊີ້ນໍາໂດຍກົງ, ວຽກງານຕິດຕາມ, ກວດກາພັກແມ່ນການໃກ້ຊິດຕິດແທດເພື່ອເກັບກໍາຂໍ້ມູນ ແລະ ຕີລາຄາການເຄື່ອນໄຫວນໍາພາຂອງການຈັດຕັ້ງພັກຂັ້ນລຸ່ມ ແລະ ສະມາຊິກພັກ ເພື່ອຮັບປະກັນການຈັດຕັ້ງພັກມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ໃນໄລຍະຜ່ານມາ ຄະນະກວດກາພັກ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເອົາໃຈໃສ່ຕິດຕາມການຂະຫຍາຍພັກ, ການຮ່ວມຊີວິດພັກ, ການຄຸ້ມຄອງເງິນສະຕິພັກ, ພ້ອມທັງການກວດກາວຽກລັດ ເປັນຕົ້ນແມ່ນການນໍາໃຊ້ງົບປະມານຂອງລັດ, ພາຫະນະ ແລະ ການຈັດຕັ້ງປະຕິບັດໂຄງການລົງທຶນຕ່າງໆ ໃຫ້ຖືກຕ້ອງຕາມກົດໝາຍ; ເຖິງຢ່າງໃດກໍ່ຕາມຍັງມີບາງບັນຫາທີ່ຍັງຄົງຄ້າງບາງດ້ານເຊັ່ນ: ແບບແຜນການນໍາພາບາງໜ່ວຍພັກຍັງບໍ່ທັນຮັດກຸມ, ລະບົບການ ລາຍງານຍັງຊັກຊ້າ, ການຕິດຕາມກວດກາບໍ່ທັນເປັນປົກກະຕິ ແລະ ບຸກຂະລາກອນທີ່ຮັບຜິດຊອບວຽກງານຍັງມີຈໍານວນຈໍາກັດທາງດ້ານປະລິ ມານ ແລະ ຄຸນນະພາບ. ນອກນີ້ການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການປະເມີນຜົນ ຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ; ເພື່ອແກ້ໄຂບັນ ຫາດັ່ງກ່າວຈໍາເປັນຕ້ອງໄດ້ຍົກສູງ ການນໍາພາຂອງພັກແຕ່ລະຂັ້ນ, ປັບປຸງກົງຈັກການຈັດຕັ້ງຂອງກົມກວດກາໃຫ້ສອດຄ່ອງກັບຕົວຈິງ, ເພີ່ມພະນັກ ງານທີ່ມີຄວາມຊໍານານທາງດ້ານກົດໝາຍ ແລະ ການເງິນ, ພ້ອມທັງສ້າງຊ່ອງທາງທີ່ປອດໄພໃນການສະໜອງຂໍ້ມູນກ່ຽວກັບຜູ້ກະທໍາຜິດ ເພື່ອຕອບສະໜອງໜ້າທີ່ການເມືອງໃນເງື່ອນໄຂໃໝ່ຢ່າງມີປະສິດທິຜົນ.
ສະຫາຍ ສະຫວ່າງ ດາລາແສນ ຍັງໄດ້ເນັ້ນຕື່ມອີກວ່າ: ວຽກງານກວດກາບໍ່ແມ່ນພຽງແຕ່ການຊອກຫາຂໍ້ຜິດພາດ, ແຕ່ຍັງແມ່ນການຊ່ວຍເຫຼືອການຈັດຕັ້ງ, ສະມາຊິກພັກ ໃຫ້ດໍາເນີນວຽກງານໄປຢ່າງຖືກຕ້ອງຕາມລະບຽບຂອງພັກ ແລະ ກົດໝາຍຂອງລັດ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ ແລະ ປົກປັອງຜົນປະໂຫຍດຂອງພັກ-ລັດຢ່າງແທ້ຈິງ.
ບົດຂ່າວ: ພວງເພັດ ຈັນທະລີວົງ ຮູບພາບ: ກົມຂໍ້ມູນຂ່າວສານ