
ໃນວັນທີ 4 ກຸມພາ 2026 ທ່ານ ສົມປະສົງ ພົງປະເສີດ ຫົວໜ້າກົມຂໍ້ມູນຂ່າວສານ ພ້ອມດ້ວຍພະນັກງານພາຍໃນກົມ ໄດ້ພົບປະແລກປ່ຽນບົດຮຽນທາງດ້ານວຽກງານວິຊາສະເພາະ ຮ່ວມກັບວິທະຍຸກະຈາຍສຽງແຫ່ງຊາດລາວ ພາຍໃຕ້ຫົວຂໍ້: ການຫັນວຽກງານເປັນທັນສະໄໝ; ໃຫ້ກຽດຕ້ອນຮັບໂດຍທ່ານ ວຽງວັດທະນາ ຊະນະພານ ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ ພ້ອມດ້ວຍຄະນະ ແລະ ພະນັກ ງານຫຼັກແຫຼ່ງ.



ໃນໂອກາດດັ່ງກ່າວ, ທ່ານ ວຽງວັດທະນາ ຊະນະພານ ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ໃຫ້ກຽດນຳສະເໜີກ່ຽວ ກັບພາລະບົດບາດ ແລະ ທີ່ຕັ້ງ, ສະພາບການເຄື່ອນໄຫວວຽກງານຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໄລຍະຜ່ານມາ, ຫລັງຈາກນັ້ນ ທ່ານ ສົມປະສົງ ພົງປະເສີດ ໄດ້ລາຍງານກ່ຽວກັບພາລະບົດບາດ ແລະ ການເຄື່ອນໄຫວວຽກງານກົມຂໍ້ມູນຂ່າວສານໃນໄລຍະຜ່ານ ແລະ ທິດທາງແຜນ ການເຄື່ອນໄຫວ ໃນຕໍ່ຫນ້າ; ພ້ອມກັນນັ້ນ ສອງຝ່າຍກໍຍັງໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາທາງດ້ານວຽກງານວິຊາສະ ເພາະ ແລະ ເປັນເອກະພາບຮ່ວມກັນ ກ່ຽວກັບທິດທາງແຜນການຮ່ວມມືກັນໃນຕໍ່ໜ້າ ເພື່ອພ້ອມກັນປັບປຸງປ່ຽນແປງການເຄື່ອນໄຫວວຽກງານວິຊາສະເພາະໃຫ້ມີການຫັນປ່ຽນໄປສູ່ຄຸນນະພາບໃໝ່ ແລະ ຫັນໄປສູ່ຄວາມທັນສະໄຫມໃນຍຸກປັດຈຸບັນ ໂດຍສະເພາະ ການໂຄສະນາເຜີຍ ແຜ່ແນວທາງແຜນນະໂຍບາຍ ຂອງພັກ-ລັດ ໃຫ້ບັນດາຊັ້ນຄົນໃນສັງຄົມ, ໂດຍຜ່ານລະບົບເຕັກໂນໂລຊີຂໍ້ມູນຂ່າວສານ ເປັນຕົ້ນແມ່ນການໂຄສະນາທາງເອເລັກໂຕຣນິກ, ວຽກງານການພັດທະນາ ແລະ ຄຸ້ມຄອງບັນດາເຄື່ອງມື, ຂໍ້ມູນ ແລະ ພາຫະນະໂຄສະນາທີທັນສະໄໝ.
ພາຍຫຼັງສໍາເລັດການແລກປ່ຽນ ທ່ານ ຮອງຜູ້ອໍານວຍການວິທະຍຸກະຈາຍສຽງແຫ່ງຊາດລາວໄດ້ໃຫ້ກຽດນໍາພາຢ້ຽມຢາມເບິ່ງສະຖານທີ່ການເຮັດວຽກຕົວຈິງ ຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ເຊັ່ນ: ການຄຸ້ມຄອງເຊີເວີ, ຫ້ອງຄວບຄຸມສະຖານີຊ່ອງຕ່າງໆ; ວຽກງານພາຍໃນຫ້ອງສະຕູດີໂອການຖ່າຍທຳ-ຕັດຕໍ່.

