ກອງໂຄສະນາເຄື່ອນທີ່ ຄອສພ ລົງເຄື່ອນໄຫວວຽກ ຢູ່ແຂວງຈໍາປາສັກ

ກອງໂຄສະນາເຄື່ອນທີ່ ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ລົງເຄື່ອນໄຫວເກັບກໍາຂໍ້ມູນ ໂດຍສະເພາະ ຄອບຄົວຕົວແບບທີ່ພົ້ນເດັ່ນໃນການປູກຝັງ-ການລ້ຽງສັດ ມາສ້າງເປັນສາລະຄະດີ ເພື່ອຮັບໃຊ້ເຂົ້າໃນການເຄື່ອນໄຫວວຽກງານ ແລະ ນໍາເອົາແນວທາງນະໂຍບາຍ ຂອງພັກ ກໍຄືກົດໝາຍຂອງລັດ,

ຜົນສໍາເລັດການສ້າງສາພັດທະນາເສດຖະກິດ-ສັງຄົມ ເວົ້າລວມ, ເວົ້າສະເພາະ ການສ້າງຂະບວນການ ເຜີຍແຜ່ຄວາມໝາຍສໍາຄັນຂອງການໄປໃຊ້ສິດຂອງພົນລະເມືອງລາວ ໃນການໄປປ່ອນບັດເລືອກຕັ້ງເອົາຜູ້ແທນສະມາຊິກສະພາແຫ່ງຊາດ ກໍຄືສະມາຊິກສະພາປະຊາຊົນແຂວງ (ສສ ແລະ ສສຂ) ທີ່ຈະຈັດຂຶ້ນໃນວັນທີ 22 ກຸມພາ 2026 ພ້ອມກັນໃນທົ່ວປະເທດ ໄປໂຄສະນາໃຫ້ປະຊາຊົນ ຢູ່ເຂດຫ່າງໄກສອກຫຼີກຮັບຮູ້, ເຂົ້າໃຈທີ່ຖືກຕ້ອງ ທັງປຸກລະດົມຂະບວນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກໃຫ້ເປັນຂະບວນຟົດຟື້ນ.

ໃນລະຫວ່າງວັນທີ 2-6 ກຸມພາ 2026 ທ່ານ ທອນ ພົມທິກອນ ຮອງຫົວໜ້າກົມໂຄສະນາ ຜູ້ຊີ້ນໍາວຽກງານໂຄສະນາເຄື່ອນທີ່ ຂອງຄະນະໂຄສະນາອົບຮົມສູນກາງພັກ (ູຄອສພ) ໄດ້ນໍາພາອ້າຍນ້ອງກອງໂຄສະນາເຄື່ອນທີ່ ຄອສພ ລົງເຄື່ອນໄຫວວຽກງານ ຢູ່ແຂວງຈໍາປາສັກ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກທ່ານ ປອ. ວັນນະລາ ສຸທິຈັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຈໍາປາສັກ.

ໃນການເຄື່ອນໄຫວວຽກງານຄັ້ງນີ້, ໄດ້ພົບປະເຮັດວຽກກັບຄະນະໂຄສະນາອົບຮົມແຂວງຈໍາສັກ ໂດຍສະເພາະກັບທ່ານ ຄໍາໃບ ຄໍາວົງສາ ຫົວໜ້າຂະແໜງໂຄສະນາ-ປາຖະກະຖາ ແລະ ກອງໂຄສະນາເຄື່ອນທີ່ ເພື່ອປຶກສາຫາລືແຜນການເຄື່ອນໄຫວວຽກງານ; ຫຼັງຈາກນັ້ນ, ກໍໄດ້ລົງພົບປະເຮັດວຽກກັບອໍານາດການປົກຄອງເມືອງປະທຸມພອນ ແລະ ເມືອງສຸຂຸມາ, ພ້ອມນັ້ນ ກໍໄດ້ເຄື່ອນໄຫວສາຍຮູບເງົາສາລະຄະດີ ກ່ຽວກັບມູນເຊື້ອການນໍາພາ ຂອງພັກ, ຄອບຄົວຕົວແບບການປູກ-ການລ້ຽງ ແລະ ສາລະຄະດີການຕ້ານປາກົດການຫຍໍ້ທໍ້ທາງສັງຄົມ, ໄປຄຽງຄູ່ກັນນັ້ນ ກໍໄດ້ມີກິດຈະກໍາ ຖາມ-ຕອບ ຄວາມຮູ້ຮອບຕົວກ່ຽວກັບ ແນວທາງນະໂຍບາຍ ຂອງພັກ-ລັດ. ນອກຈາກນັ້ນ ຍັງໄດ້ລົງເຄື່ອນໄຫວສໍາພາດການນໍາ ຂອງເມືອງປະທຸມພອນ ແລະ ເມືອງສຸຂຸມາ ພ້ອມທັງສໍາພາດຄອບຄົວຕົວແບບທີ່ພົ້ນເດັ່ນ ໃນການຜະລິດ (ການປູກ-ການລ້ຽງ) ເພື່ອນໍາໄປສ້າງເປັນສາລະຄະດີຮັບໃຊ້ການເຄື່ອນໄຫວວຽກງານໂຄສະນາເຄືອນທີ່ ກໍຄືການຂຽນເປັນບົດລົງວາລະສານໂຄສະນາ ຂອງກົມໂຄສະນາ ຕື່ມອີກ.

(ພາບ-ຂ່າວ: ມີໄຊ)