ຫົວໜ້າກົມໂຄສະນາ ຄອສພ ເຂົ້າຮ່ວມປາຖະກະຖາມູນເຊື້ອ 2 ວັນສໍາຄັນ ແລະ ມອບເຄື່ອງຊ່ວຍເຫຼືອ ຢູ່ສູນເສຍອົງຄະພິເສດ 790

ໃນວັນທີ 30 ມີນາ 2026, ຢູ່ທີ່ສູນເສຍອົງຄະພິເສດ 790 ສະຫາຍ ບົວໄລ ພານຸວົງ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ເຂົ້າຮ່ວມພິທີປາຖະກະຖາ ລະນຶກວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 80 ປີ ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະນໍາກະຊວງປ້ອງກັນປະເທດ, ກົມໃຫຍ່, ມີຄະນະພັກ-ຄະນະບັນຊາບັນດາສູນ, ແຂກຖືກເຊີນ, ພະນັກງານເສຍອົງຄະພິເສດ, ພະນັກງານອາວຸໂສ-ບຳນານ, ພະນັກງານ-ນັກຮົບ ແລະ ຜູ້ດູແລ ເຂົ້າຮ່ວມ.


ໃນພິທີດັ່ງກ່າວ, ໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີ ແລະ ສະແດງກາຍະສິນ ຈາກນັກສະແດງ ຂອງກອງສິລະປະກອນກອງທັບ ແລະ ນັກສະແດງ ຂອງກອງກາຍະສິນແຫ່ງຊາດ ລວມ 10 ລາຍການ . ຈາກນັ້ນ, ສະຫາຍ ພົນໂທ ວົງສອນ ອິນປານພິມ ໄດ້ຫວນຄືນເຖິງປະຫວັດສາດ ແຫ່ງການກຳເນີດ ແລະ ວິລະກຳອັນລ້ຳເລີດ ຂອງພັກປະຊາຊົນ ປະຕິວັດລາວ ຕະຫຼອດໄລຍະ 71 ປີ ທີ່ຜ່ານມາ ແລະ ຍົກໃຫ້ເຫັນປະຫວັດມູນເຊື້ອ ຂອງວັນນັກຮົບເສຍອົງຄະ ແລະ ເສຍສະລະຊີວິດ ເພື່ອປະເທດຊາດ ຄົບຮອບ 80 ປີ ເຊິ່ງເປັນວັນທີ່ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງຂອງຊາດລາວເຮົາ. ຍ້ອນແນວນັ້ນ, ໃນໄລຍະຜ່ານມາພວກເຮົາຈຶ່ງພ້ອມກັນລະນຶກວັນທີ 21 ມີນາ 1946 ເປັນວັນແຫ່ງຄວາມຄຽດແຄ້ນສັດຕູຜູ້ຮຸກຮານ ແລະ ທຸກໆປີ ພວກ ເຮົາຈຶ່ງໄດ້ຈັດຕັ້ງປາຖະກະຖາເພື່ອເປັນການຫວນຄືນວັນທີ່ມີຄວາມໝາຍຄວາມສໍາຄັນດັ່ງກ່າວນີ້

ເນື່ອງໃນໂອກາດທີ່ມີຄວາມໝາຍສໍາຄັນນີ້ ຕາງໜ້າການນໍາພັກ-ລັດ, ຄະນະນໍາກະຊວງປ້ອງກັນປະເທດ, ພະນັກງານ-ນັກຮົບທົ່ວກອງທັບ, ສະຫາຍ ພົນໂທ ວົງສອນ ອິນປານພິມ ກໍໄດ້ສະແດງຄວາມຢ້ຽມຢາມຖາມຂ່າວ ແລະ ຍ້ອງຍໍສັນລະເສີນນ້ຳໃຈອັນເດັດດ່ຽວຂອງບັນດານັກຮົບເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ສູ້ຮົບ ທີ່ໄດ້ອຸທິດສ່ວນໜຶ່ງຂອງຮ່າງກາຍເພື່ອເອກະລາດຂອງຊາດ, ພັກ-ລັດ ແລະ ກອງທັບ ຍາມໃດກໍຈົດຈຳ ແລະ ຖືສຳຄັນນະໂຍບາຍຕໍ່ຜູ້ທີ່ມີຄຸນງາມຄວາມດີ ເຊິ່ງນ້ຳໃຈເສຍສະລະຂອງພວກສະຫາຍ ແມ່ນແວ່ນແຍງອັນໃສແຈ້ງໃຫ້ແກ່ຄົນຮຸ່ນຫຼັງ ໃນການປົກປັກຮັກສາໝາກຜົນ ຂອງການປະຕິວັດ. ການຈັດພິທີໃນຄັ້ງນີ້ ບໍ່ພຽງແຕ່ແມ່ນການສະເຫຼີມສະຫຼອງວັນປະຫວັດສາດເທົ່ານັ້ນ, ແຕ່ຍັງເປັນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບໃນທົ່ວກອງທັບ ເວົ້າລວມ, ເວົ້າສະເພາະແມ່ນຢູ່ສູນ 790 ໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ສືບຕໍ່ເສີມຂະຫຍາຍມູນເຊື້ອ “ນັກຮົບເສຍອົງຄະ ພິການແຕ່ກາຍ ໃຈບໍ່ພິການ” ເຂົ້າໃນການສ້າງສາຊີວິດໃໝ່ ແລະ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢ່າງຕັ້ງໜ້າ. ພ້ອມນັ້ນ, ໃນພິທີ ຍັງໄດ້ມອບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ກົມກອງ ລວມໝູ່, ມອບຫຼຽນກຽດຕິຄຸນ ໃຫ້ນາຍທະຫານ ທີ່ມີອາຍຸການ 40 ປີຂຶ້ນໄປ ຈຳນວນ 28 ສະຫາຍ, ຍິງ 3 ສະຫາຍແລະ ມອບໃບຍ້ອງຍໍຊັ້ນກະຊວງປ້ອງກັນປະເທດ ໃຫ້ບຸກຄົນ ຈຳນວນ 15 ສະຫາຍ, ຂັ້ນກົມໃຫຍ່ການເມືອງກອງທັບ 18 ສະຫາຍ.

ໃນຕອນທ້າຍພິທີ, ສະຫາຍ ບົວໄລ ພານຸວົງ ໄດ້ຕາງໜ້າໃຫ້ກົມໂຄສະນາ ຄອສພ ໄດ້ມອບເຄື່ອງຊ່ວຍເຫຼືອຈໍານວນໜຶ່ງໃຫ້ສູນເສຍອົງຄະພິເສດ 790 ເຊິ່ງຮັບໂດຍຕາງໜ້າຄະນະພັກ-ຄະນະບັນຊາຂອງສູນດັ່ງກ່າວ.


(ພາບ-ຂ່າວ: ມີໄຊ)