ພິທີປິດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ໃຫ້ສະມາຊິກພັກ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ.
ໃນຕອນເຊົ້າຂອງວັນທີ 24 ເມສາ 2026 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົມທົບກັບ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ຈັດພິທີປິດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ລະບົບ 03 ເດືອນ ຊຸດທີ III ໃຫ້ແກ່ສະມາຊິກພັກ-ພະນັກງານ ພາຍໃນຄະນະໂຄສະນາອົບຮົມສູນກາງພັກ, ພາຍໃຕ້ການເປັນປະທານຮ່ວມ ແລະ ກ່າວປິດພິທີຂອງ ສະຫາຍ ສາຄອນ ພົມມະລາດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ແລະ ສະຫາຍ ນ. ບຸນມີ ຈຸນລະຈັກ ຮອງຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ ເຂົ້າຮ່ວມມີ: ບັນດາຕາງໜ້າກົມ ພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ, ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຕາງໜ້າຈາກປ້ອງກັນສູນກາງ, ຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ນັກຝຶກອົບຮົມທັງໝົດ 39 ສະຫາຍ,ຍິງ 19 ສະຫາຍ.

ໃນພິທີ ສະຫາຍ ອານົງສັກ ອິນທະວົງ ກໍາມະການຄະນະພັກ ຫົວຫນ້າກົມຈັດຕັ້ງພະນັກງານ ໄດ້ຂຶ້ນຜ່ານບົດສະຫລຸບຜົນການຮຽນທິດສະດີການເມືອງຂັ້ນຕົ້ນ ລະບົບ 03 ເດືອນ ຊຸດທີ III ຂອງຄະນະໂຄສະນາອົບຮົມສູນກາງພັກ ເຊີ່ງທ່ານໄດ້ຍົກໃຫ້ເຫັນສະພາບລວມໃນການຈັດຕັ້ງປະຕິບັດການຮຽນການສອນໃນໄລຍະ 03 ເດືອນຜ່ານມາ, ຕີລາຄາຜົນໄດ້ຮັບທາງດ້ານການຮຽນ-ການສອນ, ທາງດ້ານການເມືອງ-ແນວຄິດ, ເນື້ອໃນ ຮູບແບບຫລັກສູດການຮຽນ-ການສອນ, ຄຽງຄູ່ກັບດ້ານດີທີ່ກ່າວມາຂ້າງເທີງນັ້ນກໍຍັງມີດ້ານອ່ອນຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນສະເພາະຫນ້າ ແລະ ບົດຮຽນທີ່ຖອດຖອນໄດ້.

ພິທີປິດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ໃນຄັ້ງນີ້ ໄດ້ໃຫ້ກຽດມອບໃບຢັ້ງຢືນໂດຍ ສະຫາຍ ນ. ບຸນມີ ຈຸນລະຈັກ ຮອງຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ; ພ້ອມນັ້ນທ່ານ ຍັງໄດ້ມີຄໍາເຫັນໂອ້ລົມຕໍ່ບັນດານັກສຶກສາ ເຊິ່ງກ່ອນອື່ນທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ນັກສຶກສາທັງຫມົດ ແລະ ໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງຊຸດການຮຽນການສອນ, ຕີລາຄາສູງຕໍ່ຄະນະ ພັກຄະນະນໍາ ຄອສພ ທີ່ມີຄວາມຕັດສິນໃຈໃນການບິແບ່ງທຶນຮອນເຂົ້າໃນການຈັດຕັ້ງການຮຽນ-ການສອນທິດສະດີການເມືອງຂັ້ນຕົ້ນຄັ້ງນີ້; ນອກນັ້ນ ທ່ານໄດ້ມີຄໍາເຫັນເນັ້ນຫນັກຕໍ່ນັກສຶກສາທັງຫມົດທີ່ຜ່ານການຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ຈົ່ງພ້ອມກັນສືບຕໍ່ຄົ້ນຄວ້າຮໍ່າຮຽນ ກໍາແໜ້ນທິດສະດີມາກ-ເລນິນ, ແນວຄິດປະທານໄກສອນ ພົມວິຫານໃຫ້ເລິກເຊິ່ງ, ນໍາເອົາບົດຮຽນດັ່ງກ່າວໄປຜັນຂະຫຍາຍ ແລະ ຫມູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດຫນ້າທີ່ວຽກງານວິຊາສະເພາະຂອງຕົນ ໃຫ້ມີປະສິດທິຜົນສູງສຸດ.

ໃນໂອກາດທີ່ມີຄວາມຫມາຍສໍາຄັນດັ່ງກ່າວ ສະຫາຍ ສາຄອນ ພົມມະລາດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ໃຫ້ກຽດໂອ້ລົມ ແລະ ກ່າວປິດຊຸດຝຶກອົບຮົມ ຊຶ່ງທ່ານໄດ້ມີຄໍາເຫັນວ່າຕໍ່ການຮຽນທິດສະດີການເມືອງຂັ້ນຕົ້ນ ແມ່ນມີຄວາມຫມາຍສໍາຄັນຫລາຍຕໍ່ພະນັກງານການນໍາຫຼັກແຫຼ່ງ ຂອງຄະນະໂຄສະນາອົບຮົມສູນກາງພັກ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ເປັນເອກະພາບຕໍ່ອຸດົມການຂອງພັກ, ສ້າງທັດສະນະການເມືອງທີ່ຖືກຕ້ອງ, ມີຄວາມຕື່ນຕົວປະຕິບັດແນວທາງນະໂຍບາຍຂອງພັກ-ລັດ; ການຮໍ່າຮຽນທິດສະດີການເມືອງເປັນວຽກງານຍຸດທະສາດ ໃນການສ້າງຄວາມເປັນເອກະພາບທາງດ້ານແນວຄິດ ແລະ ການກະທໍາຂອງທົ່ວພັກ ທົ່ວລັດ. ພ້ອມກັນນັ້ນທ່ານໄດ້ເນັ້ນຫນັກບາງຈຸດສໍາຄັນດັ່ງນີ້:
- ພາຍຫລັງຮຽນທິດສະດີການເມືອງຂັ້ນຕົ້ນແລ້ວໃຫ້ບັນດາສະຫາຍສືບຕໍ່ຄົ້ນຄວ້າບັນດາເນື້ອໃນບົດຮຽນໃນແຕ່ລະພາກວິຊາທີ່ອາຈານສອນໃຫ້ ເປັນຕົ້ນດ້ານທິດສະດີ ແລະ ພຶດຕິກຳຕົວຈິງ ເພື່ອນໍາໄປຫມູນໃຊ້ເຂົ້າໃນການປະຕິບັດຫນ້າທີ່ວຽກງານຂອງຕົນໃຫ້ດີຂຶ້ນກວ່າເກົ່າ.
- ການຮຽນຄັ້ງນີ້ ແມ່ນເປັນການປັບປຸງຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງໃຫ້ສະມາຊິກພັກ,ພະນັກງານຫລັກແຫຼ່ງຂອງ ຄະນະໂຄສະນາອົບຮົມສູນກາງພັກທັງເປັນການຍົກສູງຄວາມຮັບຜິດຊອບຕໍ່ຫນ້າທີ່ການເມືອງຂອງສະມາຊິກພັກ-ພະນັກງານ, ມີແບບແຜນວິທີເຮັດວຽກ ແລະ ມີພຶ້ນຖານທາງດ້ານທິດສະດີການເມືອງຫນັກແຫນ້ນກວ່າເກົ່າ.
- ບັນດາສະຫາຍຕ້ອງເອົາໃຈໃສ່ສືບຕໍ່ຝຶກຝົນຫລໍ່ຫລອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ນໍາເອົາຄວາມຮູ້ທີ່ຮຽນມາເປັນເຂັມຊີ້ທິດເຍືອງທາງ ເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ການດໍາລົງຊີວິດ ແລະ ການປະຕິບັດຫນ້າທີ່ວຽກງານໃຫ້ມີຜົນສໍາເລັດໃຫມ່ໃຫຍ່ຫຼວງ.

