ມິດຕະພາບທີ່ຫຼ່ໍຫຼອມດ້ວຍເລືອດເນື້ອ ເພື່ອສືບສານຕຳນານແຫ່ງສາຍພົວພັນມິດຕະພາບຈີນ-ລາວ

ມິດຕະພາບທີ່ຫຼ່ໍຫຼອມດ້ວຍເລືອດເນື້ອ ເພື່ອສືບສານຕຳນານແຫ່ງສາຍພົວພັນມິດຕະພາບຈີນ-ລາວ

ປະຊາຊົນລາວ ແມ່ນປະຊາຊົນວິລະຊົນ ທີ່ໄດ້ຕໍ່ສູ້ຢ່າງຍືດເຍື້ອຍາວນານ ເພື່ອຍາດເອົາ ເອກະລາດແຫ່ງຊາດ. ໃນຊຸມປີ 60 ແລະ 70 ຂອງສະຕະວັດທີ 20, ກອງທັບ ແລະ ປະຊາຊົນຈີນ ໄດ້ຕັ້ງໜ້າສະໜັບສະໜູນພາລະກິດປະຕິວັດ ແລະ ການປົດປ່ອຍຊາດຂອງປະເທດລາວ, ນັກຮົບຈີນຫຼາຍກວ່າ 200 ສະຫາຍ ໄດ້ເສຍສະຫຼະຊີວິດຢູ່ດິນແດນແຫ່ງນີ້ ແລະ ສ້າງເປັນອະນຸສາວະລີແຫ່ງມິດຕະພາບ ຈີນ-ລາວ ທີ່ບໍ່ມີ ວັນເສື່ອມຄາຍ.

    ນອກຈາກນີ້ການກໍ່ສ້າງຂົວຂ້າມນ້ຳອູກໍແມ່ນຂົວທີ່ມີຄວາມຍາວ 256 ແມັດ ຍັງຄົງເດັ່ນສະຫງ່າ ຢູ່ເທິງແມ່ນ້ຳອູ ທີ່ຜ່ານຮ້ອນຜ່ານໜາວມາຫຼາຍກວ່າ 40 ປີ ທີ່ເປັນສັກຂີພິຍານໃຫ້ແກ່ມິດຕະພາບ ຈີນ-ລາວ ທີ່ໝັ້ນຄົງຂະນົງແກ່ນ.
   ເພື່ອຮັບປະກັນໃຫ້ການກໍ່ສ້າງທາງດຳເນີນໄປຢ່າງສະດວກ ແລະ ຮັບປະກັນຄວາມ ປອດໄພຂອງຜູ້ຄະນະກໍ່ສ້າງ, ກອງປືນໃຫຍ່ຕໍ່ຕ້ານອາກາດຍານຂອງຈີນກໍໄດ້ເຂົ້າຮ່ວມສູ້ຮົບເພື່ອປົກປ້ອງການກໍ່ສ້າງ ທັງໝົດ 95 ຄັ້ງ, ຍິງຍົນສູ້ຮົບຂອງອາເມລິກາຕົກ 35 ລຳ, ໄດ້ຮັບຄວາມ ເສຍຫາຍ 24 ລຳ ໃນນັ້ນ ກອງພັນ 707 ແລະ 710 ທີ່ເຂົ້າມາລາວຊຸດທຳອິດ ໄດ້ສ້າງວິລະກຳ ແລະ ຜົນງານດີເດັ່ນດ້ວຍຍຸດທະວິທີດັກຍິງຍົນຕົກ 9 ລຳ, ເສຍຫາຍ 8 ລຳ.
      ບັນດາວິລະຊົນຜູ້ອົງອາດກ້າຫານຂອງ ສປ ຈີນ ຍັງຄົງຫຼັບໄຫຼຢູ່ດິນແດນອັນອົບອຸ່ນຂອງປະເທດລາວ, ວິລະກຳຂອງເຂົາເຈົ້າ ຖືກປະຊາຊົນສອງຊາດ ຈີນ-ລາວ ຈາລຶກໄວ້ຢ່າງບໍ່ມີວັນລະລືມ ແລະ ຈະຈົດຈຳໄວ້ ໃນດວງໃຈຕະຫຼອດໄປ.
   ໃນຕະຫຼອດໄລຍະ 65ປີ ຜ່ານມາ ສາຍພົວພັນມິດຕະພາບລາວ-ຈີນ ຍັງຄົງສະຖິດໄວ້ໃນດວງໃຈຂອງປະຊາຊົນທັງສອງປະເທດຢ່າງບໍ່ມີວັນຫຼົງລືມໄດ້ ໂດຍສະເພາະແມ່ນບັນດາອະນຸສາວະລີ ແລະ ສຸສານນັກຮົບຈີນນິລະນາມ ທັງ 3 ແຫ່ງໃນລາວ ໄດ້ຮັບການບູລະນະໃໝ່ຢ່າງສວຍງາມ. ສຸສານເຫຼົ່ານັ້ນ ແມ່ນອະນຸສາວະລີ ແຫ່ງມິດຕະພາບ ຈີນ-ລາວ ທັງເປັນບ່ອນສຶກສາອົບຮົມຄົນຮຸ່ນຫຼັງ ແລະ ເປັນຫຼັກຖານແຫ່ງການ ສືບທອດ ຈິດໃຈນັກຮົບທີ່ໄດ້ຜ່ານຂະບວນການຕົວຈິງ.
    65 ປີແຫ່ງການສືບສານ ແລະ 65 ປີແຫ່ງການຮ່ວມທຸກຮ່ວມສຸກ. ເມື່ອຫວນຄືນ ເຖິງວັນເວລາແຫ່ງແປວໄຟສົງຄາມ ພວກເຮົາຮູ້ສຶກຕື້ນຕັນໃຈ ເມື່ອເບິ່ງໄປຍັງອະນາຄົດ ແລະ ພວກເຮົາມີຄວາມເຊື່ອໝັ້ນຢ່າງຕັ້ງໜ້າ ພາຍໃຕ້ການຊີ້ນຳນຳພາປະເທດຂອງຜູ້ນຳສູງສຸດ ຂອງສອງປະເທດ ບົນພື້ນຖານສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ-ລາວ ນັບມື້ນັບແໜ້ນແຟ້ນ, ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ກ້າວເຂົ້າສູ່ລວງເລິກ ແລະ ປະກົດຜົນເປັນຈິງ. ດອກໄມ້ແຫ່ງມິດຕະພາບທີ່ເຄີຍໄດ້ຮັບການຫົດສົງດ້ວຍເລືອດເນື້ອໃນວັນນັ້ນ, ໃນວັນນີ້ຈະແຕກດອກອອກໃບຢ່າງສວຍສົດງົດງາມຊົວກາລະນາ.