
ການຝຶກອົບຮົມວຽກງານການຄຸ້ມຄອງ ແລະ ນໍາໃຊ້ເວັບໄຊສ ຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໃຫ້ຜູ້ຮັບ ຜິດຊອບວຽກງານຄຸ້ມຄອງບໍລິຫານ-ການເງິນ ຂອງບັນດາກົມ, ທຽບເທົ່າກົມ ພາຍໃນຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 14 ພຶດສະພາ 2026 ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະໂຄສະນາອົບຮົມສູນກາງພັກ ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ບຸນເພັງ ຈັນທະດາລາ, ຫົວໜ້າຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ; ມີຫົວໜ້າພະແນກ, ຮອງຫົວໜ້າພະແນກ, ວິຊາການ ຜູ້ຮັບຜິດຊອບວຽກງານຄຸ້ມຄອງບໍລິຫານ-ການເງິນ ຂອງບັນດາກົມ, ທຽບເທົ່າກົມ ພາຍໃນຄະນະໂຄສະນາອົບຮົມສູນກາງພັກ ແລະ ມີວິທະຍາກອນຈາກກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ ເຂົ້າຮ່ວມທັງໝົດ ຈໍານວນ 25 ສະຫາຍ. ຈຸດປະສົງໃນການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍແຈ້ງການ ຂອງຫ້ອງການກະຊວງການເງິນ ສະບັບເລກທີ 3744/ຫກ, ລົງວັນທີ 18 ພະຈິກ 2025 ກ່ຽວກັບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ແລະ ນໍາໃຊ້ເວັບໄຊສ ຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ຢູ່ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ; ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ສະບັບເລກທີ 0477/ກງ ໃຫ້ມີຄວາມຖືກຕ້ອງ ແລະ ເຂັ້ມງວດ.

ໃນໂອກາດດັ່ງກ່າວ, ທ່ານ ບຸນເພັງ ຈັນທະດາລາ, ຫົວໜ້າຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ມີຄໍາເຫັນຕໍ່ການຝຶກອົບຮົມໃນຄັ້ງນີ້ວ່າ: ການຄຸ້ມຄອງ ແລະ ນໍາໃຊ້ເວັບໄຊສ ຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແມ່ນມີຄວາມສໍາຄັນຫຼາຍ, ເນື້ອໃນຕົ້ນຕໍແມ່ນແນໃສ່ເຮັດໃຫ້ການຈັດຊື້-ຈັດຈ້າງດ້ວຍທອນຂອງລັດ ດໍາເນີນໄປດ້ວຍຄວາມໂປ່ງໃສ, ແຂ່ງຂັນກັນຢ່າງເທົ່າທຽມ, ປະຢັດເວລາ, ມີປະສິດທິພາບ ແລະ ປ້ອງກັນການລະເມີດລະບຽບກົດໝາຍ ເພື່ອເຮັດໃຫ້ການຄຸ້ມຄອງລັດ ກ້າວໄປສູ່ລະບົບທີ່ທັນສະໄໝ ໃນການລວມສູນຂໍ້ມູນພາກລັດ ເພື່ອຍົກລະດັບປະສິທິພາບ ແລະ ປະສິດທິຜົນ ໃນການບໍລິຫານ-ບໍລິການ ແລະ ການຄຸ້ມຄອງງົບປະມານ, ພ້ອມທັງເນັ້ນໃຫ້ນັກສໍາມະນາກອນ ຜູ້ທີ່ຮັບຜິດຊອບວຽກງານຈັດຊື້-ຈັດຈ້າງ ຂອງບັນດາກົມ, ທຽບເທົ່າກົມ ພາຍໃນຄະນະໂຄສະນາອົບ ຮົມສູນກາງພັກ ຈົ່ງພ້ອມກັນຄົ້ນຄວ້າ, ກໍາແໜ້ນບັນດານິຕິກໍາທີ່ກ່ຽວຂ້ອງ ໃຫ້ເລິກເຊິ່ງ ແລະ ນຳເອົາເນື້ອໃນບົດຮຽນການຝຶກອົບຮົມໃນຄັ້ງນີ້ ໄປໝູນໃຊ້ເຂົ້າໃນວຽກງານໃນຂອບເຂດທີ່ຕົນເອງຮັບຜິດຊອບ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ຂ່າວ-ພາບ: ຫ້ອງການ ຄອສພ
