
ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຈັດກິດຈະກຳປູກຕົ້ນໄມ້ຄືນຄວາມອຸດົມສົມບູນໃຫ້ທຳມະ ຊາດ ເພື່ອສະເຫລີມສະຫລອງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ແລະ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ ໃນວັນທີ 1 ມິຖຸນາ 2026 ໂດຍມີ ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າ ຄອສພ, ມີຮອງຫົວໜ້າ ຄອສພ, ຄະນະພັກ- ຄະນະນໍາ, ບັນດາກົມ ແລະ ທຽບເທົ່າກົມ, ພະນັກງານ -ລັດຖະກອນ ພາຍໃນ ຄອສພ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ສາຄອນ ພົມມະລາດ ຮອງຫົວໜ້າ ຄອສພ ໄດ້ຍົກໃຫ້ເຫັນຄວາມສຳຄັນ ແລະ ຄວາມຈຳເປັນ ຂອງການປູກຕົ້ນໄມ້ ຊຶ່ງພັກ ແລະ ລັດຖະບານ ໄດ້ກຳນົດເອົາ ວັນທີ 1 ມິຖຸນາ ຂອງທຸກໆປີ ເປັນວັນປູກຕົ້ນໄມ້ແຫ່ງຊາດ ຊຶ່ງກົງກັບວັນເດັກນ້ອຍສາກົນ ແນໃສ່ປູກຈິດສໍານຶກໃຫ້ແກ່ສັງຄົມ ກໍຄື ອະນຸຊົນ, ເຍົາວະຊົນ, ຊາວໜຸ່ມ ຕະຫລອດຮອດປະຊາຊົນລາວ ບັນດາເຜົ່າ ໃຫ້ເຫັນໄດ້ເຖິງຄວາມສໍາຄັນຂອງປ່າໄມ້, ທັງເປັນການ ປຸກລະດົມທົ່ວປວງຊົນ ເຂົ້າຮ່ວມ ຂະບວນການຄຸ້ມຄອງ, ປົກປັກຮັກສາປ່າໄມ້ ໃຫ້ມີຄວາມອຸດົມສົມບູນ, ໃຫ້ກາຍເປັນທ່າແຮງ ໃນການພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ຕາມທິດສີຂຽວ ແລະ ຍືນຍົງ. ຕົ້ນໄມ້ທີ່ນຳມາປູກ ໃນຄັ້ງນີ້ ແມ່ນຕົ້ນໄມ້ປະດັບ, ແນໃສ່ປົກປັກຮັກສາສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງ, ຄືນຄວາມອຸດົມສົມບູນ, ເພີ່ມພື້ນທີ່ສີຂຽວ ໃຫ້ກັບທຳມະຊາດ, ທັງເປັນການປະກອບສ່ວນປະດັບປະດາ, ເພີ່ມຄວາມຮົ່ມເຢັນ ໃຫ້ກັບຄະນະໂຄສະນາອົບຮົມສູນກາງພັກ ໃຫ້ມີຄວາມຮົ່ມເຢັນ ແລະ ສວຍງາມ.
ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ໃນປິນີ້, ທົ່ວປະເທດ ມີແຜນຈະສ້າງຂະບວນການປູກຕົ້ນໄມ້ ໃນເນື້ອທີ່ ປະມານ 7.300 ກວ່າເຮັກຕາ, ຈະນໍາໃຊ້ ເບ້ຍໄມ້ 4.516.000 ກວ່າເບ້ຍ. ສໍາລັບ ຢູ່ນະຄອນຫລວງວຽງຈັນ ມີແຜນຈະປູກ ໃນເນື້ອທີ່ ປະມານ 50 ເຮັກຕາ ຢູ່ຕາມຈຸດຕ່າງໆ ລວມທັງ ເຂດທີ່ໄດ້ຮັບຜົນກະທົບຈາກໄຟປ່າ, ຊຶ່ງຊະນິດພັນໄມ້ ທີ່ຈະນໍາໄປປູກ ມີ: ໄມ້ດູ່, ໄມ້ແຕ້ຂ່າ, ໄມ້ຍາງ, ໄມ້ແຄນ, ໄມ້ວິກ, ໄມ້ສັກ ແລະ ໄມ້ກະຖິນເທພາ ຫລາຍກວ່າ 80 ພັນເບ້ຍ.
ຂ່າວ: KPL



