ໃນຕອນເຊົ້າ ວັນທີ 5 ມິຖຸນາ 2026 ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປິດຊຸດຝຶກອົບຮົມຜູ້ຄຸ້ມຄອງລະບົບຫ້ອງການທັນສະໄໝ (e-office), G-share G-drive ແລະ e-mail

ໃຫ້ແກ່ພະນັກງານພາຍໃນກົມຂໍ້ມູນຂ່າວສານ ຫຼັງຈາກທີ່ໄດ້ຝຶກອົບຮົມມາເປັນເວລາ 9 ວັນ ເພື່ອສ້າງເປັນຜູ້ຝຶກ(TOT) , ໂດຍການເປັນປະທານຮ່ວມຂອງ ທ່ານ ສົມປະສົງ ພົງປະເສີດ ກຳມະການພັກ, ຫົວຫນ້າກົມຂໍ້ມູນຂ່າວສານ ແລະ ທ່ານ ຄຳຜາຍ ອິນທະລາ ຮອງຫົວຫນ້າສູນບໍລິລັດດີຈິຕອນ ເຂົ້າຮ່ວມມີ: ຄູອາຈານ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມດ້ວຍພະນັກງານພາຍໃນກົມຂໍ້ມູນຂ່າວສານເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ນ.ມະໄລທອງ ຊຳພູວົງ ຮອງຫົວໜ້າພະແນກຄຸ້ມຄອງ ແລະ ພັດທະນາລະບົບຫ້ອງການດີຈີຕອນ ຕາງໜ້າອາຈານຝຶກສອນ ໄດ້ຂຶ້ນລາຍງານໂດຍຫຍໍ້ໃນການຈັດຝຶກອົບຮົມຄັ້ງນີ້, ເຊີ່ງສາມາດສະຫຼຸບຕີລາຄາດ້ານດີ ດ້ານອ່ອນ, ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂປັບປຸງໃນຕໍ່ໜ້າ ແລະ ບົດຮຽນທີ່ຖອດຖອນໄດ້.
ໃນພິທີ ທ່ານ ຄຳຜາຍ ອິນທະຣາ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສຶ່ສານໄດ້ມີຄຳເຫັນໂອ້ລົມຕໍ່ຊູດຝຶກອົບຮົມວ່າ: ການຝຶກອົບຮົມຄັ້ງນີ້ ແມ່ນເພື່ອຊຸກຍູ້ສົ່ງເສີມການພັດທະນາ, ປັບປຸງລະບົບຫ້ອງການທັນສະໄໝ (e-office), G-share G-drive ແລະ e-mail ຂອງລັດຖະບານ ເພື່ອຫັນວຽກງານຂອງຕົນເອງທີ່ຮັບຜິດຊອບ ໃຫ້ມີຄວາມທັນສະໄໝ ເປັນຕົ້ນແມ່ນການສົ່ງຂໍ້ມູນ ແລະ ການເຂົ້າເຖິງຂໍ້ມູນຂ່າວສານທີ່ທັນສະໄໝ, ວ່ອງໄວ ປອດໄພ ທີ່ຂໍ້ມູນເປັນຂອງລັດຖະບານຄຸ້ມຄອງ; ພ້ອມນັ້ນທ່ານຍັງໄດ້ຮຽກຮ້ອງໃຫ້ນັກສຳມະກອນທຸກທ່ານຈົ່ງພ້ອມກັນເອົາໃຈໃສ່ຍົກສູງຄວາມຮັບຜິດຊອບ, ນຳເອົາບົດຮຽນດັ່ງກ່າວໄປຜັນຂະຫຍາຍຜົນສູ່ວຽກງານຕົວຈິງໃຫ້ມີປະສິດທິຜົນສູງສຸດ.
ຈາກນັ້ນ ທ່ານ ສົມປະສົມ ພົງປະເສີດ ໄດ້ໃຫ້ກຽດມີຄໍາເຫັນກ່າວປິດຊຸດຝຶກອົບຮົມ ກ່ອນອື່ນທ່ານສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດຂອງບັນຝຶກອົບຮົມຄັ້ງນີ້ ທີ່ສາມາດບັນລູຜົນສໍາເລັດຈາມຕາດໝາຍທີ່ວາງໄວ້, ການຝຶກອົບຮົມຄັ້ງນີ້ ບໍ່ພຽງແຕ່ເປັນການຖ່າຍທອດເຕັກນິກການນໍາໃຊ້ລະບົບເທົ່ານັ້ນ, ພ້ອມກັນນີ້ ພວກເຮົາຍັງໄດ້ຮຽນຮູ້ຫຼາຍເນື້ອໃນສໍາຄັນທີ່ຈໍາເປັນຕໍ່ການຄຸ້ມຄອງລະບົບ ເປັນຕົ້ນວ່າ ການຄຸ້ມຄອງລະບົບ e-Office ໃນແຕ່ລະຂັ້ນ ຕັ້ງແຕ່ຂັ້ນກົມ, ຂັ້ນພະແນກ ຈົນເຖິງຂັ້ນວິຊາການ ຊຶ່ງເປັນຂັ້ນຕອນສໍາຄັນໃນການປະສານວຽກ, ຕິດຕາມເອກະສານ ແລະ ບໍລິຫານວຽກງານພາຍໃນ ໃຫ້ມີຄວາມຄ່ອງຕົວ ພ້ອມກັນນັ້ນ ຍັງໄດ້ຝຶກການຄຸ້ມຄອງລະບົບ G-Drive, G-Share ແລະ E-mail. ທ່ານ ຍັງໄດ້ເນັ້ນໜັກຕື່ມອີກວ່າ ເພື່ອໃຫ້ການຝຶກອົບຮົມໃນຄັ້ງນີ້ເກີດປະໂຫຍດສູງສຸດ ຜູ້ທີ່ເປັນຜູ້ຄຸ້ມຄອງລະບົບ ຫຼື ແອັດມິນ ທີ່ຈະໄປເປັນຄູຝຶກໃນຕໍ່ໜ້າ ຕ້ອງນຳເອົາຄວາມຮູ້ທີ່ໄດ້ຮັບໃນການຝຶກຄັ້ງນີ້ ໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງຢ່າງຄ່ອງແຄ້ວ, ຊ່ວຍແກ້ໄຂຂໍ້ຂັດຂ້ອງທາງດ້ານເຕັກນິກໃຫ້ແກ່ຜູ້ໃຊ້ງານໃນບັນດາກົມ ກໍຄືໃນທົ່ວ ຄອສພ ໃນຕໍ່ໜ້າ ແລະຈົ່ງພ້ອມກັນນໍາເອົາບົດຮຽນທີ່ໄດ້ທີ່ໄດ້ຝຶກໃນຄັ້ງນີ້ ໄປສືບຕໍ່ຄົ້ນຄວ້າ ແລະ ໝູນໃຊ້ທິດສະດີຕົວຈິງທີ່ໄດ້ຝຶກມານັ້ນໄປໜູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນ ໃຫ້ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ໃຫ້ເກີດປະສິດທິພາບ, ປະສິດທິຜົນສູງສຸດ ແລະ ມີບາດກ້າວຫັນປ່ຽນໃຫມ່.

ພ້ອມນັ້ນ ທ່ານຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະຮັບຜິດຊອບ, ອາຈານທີ່ຂື້ນຫ້ອງສອນ ທີ່ໄດ້ກະກຽມພ້ອມທາງດ້ານເນື້ອໃນບົດສອນ ແລະ ເອົາໃຈໃສ່ໃນການສົ່ງຄວາມຮູ້, ແນະນໍາອະທິບາຍຊີ້ແຈງ ເຮັດໃຫ້ນັກຝຶກອົບຮົມສາມາດຈັດຕັ້ງປະຕິບັດຕາມຂັ້ນຕອນຕົວຈິງໄດ້ ແລະ ໄດ້ຮັບຜົນສຳເລັດຕາມຄາດໝາຍ. ຕໍ່ກັບຜົນສໍາເລັດດັ່ງກ່າວ ເຖິງວ່າຈະເປັນໄລຍະສັ້ນ ແຕ່ດ້ວຍຄວາມເອົາໃຈໃສ່ ຂອງນັກ ຝຶກອົບຮົມໃນການປະຕິບັດໂມງ-ເວລາ ແລະ ເຫັນໄດ້ບົດບາດຄວາມສໍາຄັນໃນການເຂົ້າຮ່ວມຝຶກອົບຮົມ ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ຊຶ່ງເປັນການຍົກລະດັບຄວາມຮູ້, ຄວາມສາມາດ, ຖອດຖອນບົດຮຽນ ອັນສໍາຄັນທີ່ຈະຕ້ອງໄດ້ສືບຕໍ່ຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດຫນ້າທີ່ວຽກງານຂອງຕົນ ໃຫ້ວ່ອງໄວທັນສະພາບການກັບວຽກງານໃນແຕ່ລະໄລຍະ.
ໃນຕອນທ້າຍໄດ້ມີພິທີມອບໃບຢັ້ງຢືນໃຫ້ແກ່ນັກສໍາມະນາກອນ ໃຫ້ກຽດມອບໂດຍ ທ່ານ ຄຳຜາຍ ອິນທະຣາ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສຶ່ສານ.


