ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໃຫ້ສຳພາດຕໍ່ສື່ມວນຊົນລາວ

ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໃຫ້ສຳພາດຕໍ່ສື່ມວນຊົນລາວ
ໃນຕອນບ່າຍວັນທີ 08 ກໍລະກົດ 2026 ທີ່ຄະນະໂຄສະນາອົບຮົມສູນກາງພັກ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໃຫ້ສຳພາດວ່າ: ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ຖືເປັນເຫດການທີ່ມີຄວາມສຳຄັນທາງປະຫວັດສາດຂອງຂົງເຂດສື່ມວນຊົນລາວ ເນື່ອງຈາກເປັນຄັ້ງທຳອິດທີ່ໄດ້ຮັບການຈັດຕັ້ງຂຶ້ນຢ່າງເປັນທາງການ ພາຍໃຕ້ການຊີ້ນຳຢ່າງໃກ້ສິດຈາກກົມການເມືອງສູນກາງພັກ.

ກອງປະຊຸມໃນຄັ້ງນີ້ ແນໃສ່ສ້າງການຫັນປ່ຽນຢ່າງແຂງແຮງ ຮອບດ້ານໃນຂົງເຂດສື່ມວນຊົນ: ກອງປະຊຸມຈະໄດ້ຕີລາຄາຄືນການຈັດຕັ້ງປະຕິບັດບັນດານິຕິກຳ ກໍຄື ການປະຕິບັດພາລະບົດບາດຂອງສື່ມວນຊົນ, ກວດກາເບິ່ງໂຄງປະກອບກົງຈັກການຈັດຕັ້ງ, ພະນັກງານເຮັດວຽກງານສື່; ການພັດທະ ນາພື້ນຖານໂຄງລ່າງ, ວັດຖຸເຕັກນິກ ແລະ ບໍລິຫານການເງິນ ໃຫ້ມີຄວາມເປັນລະບົບ ແລະ ເຂັ້ມແຂງ; ພ້ອມທັງວາງແຜນພັດທະນາວຽກງານສື່ໄປສູ່ຄຸນນະພາບໃໝ່.
ນອກຈາກສະຫຼຸບຕີລາຄາການເຄື່ອນໄຫວ ຂອງສື່ມວນຊົນແລ້ວ, ພວກເຮົາຍັງຈະໄດ້ຈັດຝຶກອົບຮົມໃຫ້ຖັນແຖວສື່ມວນຊົນ; ລວມມີ 3 ບົດຂຶ້ນບັນຍາຍ ຄື: ເພີ່ມທະວີບົດບາດການນໍາພາຂອງພັກ ຕໍ່ວຽກງານສື່ມວນຊົນ; ຍົກສູງຈັນຍາບັນຂອງສື່ມວນຊົນ ແລະ ການເຊື່ອມຊຶມນິຕິກຳ ແລະ ກົດໝາຍກ່ຽວຂ້ອງກັບວຽກງານສື່ມວນຊົນ.
ບົນພື້ນຖານກອງປະຊຸມ ຈະໄດ້ອອກມະຕິຂອງກົມການເມືອງສະບັບໃໝ່ ປ່ຽນແທນມະຕິ ເລກທີ 36/ກມສພ ທີ່ໄດ້ປະກາດໃຊ້ແຕ່ປີ 1993.
ທັງນີ້ກໍເພື່ອຊຸກຍູ້ໃຫ້ສື່ມວນຊົນປະຕິບັດຕາມບົດບາດ 4ລັກສະນະຄື: ລັກສະນະຕົວຈິງ, ລັກສະນະສຶກສາອົບຮົມ, ລັກສະນະແນະນຳ ແລະ ລັກສະນະຕໍ່ສູ້; ພ້ອມທັງປະຕິບັດໃຫ້ເປັນຈິງແນວຄິດຊີ້ນຳ ຂອງສະຫາຍເລຂາທິການໃຫຍ່ ທີ່ວ່າ: ສື່ມວນຊົນແມ່ນຜູ້ທີ່ປາກອອກແສງ, ຜູ້ທີ່ແທງເຖິງໃຈ, ສະດຸ້ງໄວເມື່ອໄດ້ອ່ານ, ຜູ້ກ້າຜ່ານອຸປະສັກ, ຜູ້ມັກຄວາມຈິງ ແລະ ຜູ້ຍິງຖືກເປົ້າ; ຢາກໃຫ້ສື່ມວນຊົນຖືເອົາແນວຄິດຊີ້ນຳນີ້ໄປປະຕິບັດໃຫ້ເປັນຈິງ.