
ເພື່ອຍົກສູງຄວາມສາມາດນໍາພາຂອງພະນັກງານຂັ້ນຕາແສງ ໃຫ້ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ໃນການຊີ້ນໍາ-ນໍາພາ ແລະ ປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ, ສິດໜ້າທີ່ຂອງແຕ່ລະໜ່ວຍງານ ຢ່າງມີປະສິດທິພາບ; ພ້ອມທັງນໍາເອົາເນື້ອໃນ ດັ່ງກ່າວໄປຜັນຂະຫຍາຍ ກໍຄື ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພໍ່ແມ່ປະຊາຊົນຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ຕື່ນຕົວເປັນເຈົ້າການຈັດຕັ້ງປະຕິ ບັດແນວທາງແຜນນະໂຍບາຍຂອງພັກ ແລະ ນໍາພາປະຊາຊົນທໍາມາຫາກິນ ບົນພື້ນຖານເຄົາລົບລະບຽບການ ແລະ ກົດໝາຍ ເພື່ອສ້າງລາຍຮັບເຂົ້າສູ່ຄອບຄົວ ແລະ ແກ້ໄຂຄວາມທຸກຍາກ, ສ້າງຄວາມຢູ່ດີກິນດີ ໃຫ້ແກ່ປະຊາຊົນລາວບັນດາເຜົ່າ. ໃນວັນທີ 6-7 ກໍລະກົດ 2026 ທີ່ຜ່ານມານີ້ ເມືອງໂພນທອງ ແຂວງຈໍາປາສັກ ໄດ້ສົມທົບກັບ ກົມອົບຮົມ ຄະນະໂຄະນາອົບຮົມສູນກາງພັກ ຈັດຕັ້ງຝຶກອົບຮົມຄວາມຮູ້ພືນຖານດ້ານການ ເມືອງ-ການປົກຄອງໃຫ້ພະນັກງານຂັ້ນຕາແສງຂຶ້ນຂອງ ຢູທີ່ສະໂມສອນເມືອງໂພນທອງ ໂດຍການເຂົ້າຮ່ວມເປັນປະທານກ່າວເປີດ-ປິດຂອງສະຫາຍ ປະດິດ ວັນນາລັດສະໝີ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຈໍາປາສັກ; ມີສະຫາຍ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍສະຫາຍ ບຸນທັນ ໄຊຍະແສງ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານເມືອງ ພ້ອມດ້ວຍນັກຝຶກອົບຮົມເຂົ້າຮ່ວມ.

ຊຸດຝຶກອົບຮົມໃນຄັ້ງນີ້ມີຜູ້ເຂົ້າຮ່ວມທັງໜົດ 35 ສະຫາຍ, ຍິງ 15 ສະຫາຍ ຊຶ່ງມາຈາກ 5 ຕາແສງ ຂອງເມືອງໂພນທອງ ແຂວງຈໍາປາສັກ ການຈັດຕັ້ງຝືກອົບຮົມໄດ້ນໍາໃຊ້ເອກະສານຄວາມຮູ້ພື້ນຖານດ້ານການເມືອງ-ການປົກ ຄອງໃຫ້ພະນັກງານຂັ້ນຕາແສງ ຊຶ່ງປະກອບມີ 5 ບົດ. ໃນຕອນທ້າຍຂອງການຝຶກອົບຮົມໄດ້ມີພິທີມອບໃບຢັ້ງຢືນແລະ ຮັບຟັງການໂອ້ລົມຂອງສະຫາຍ ປະດິດ ວັນນາລັດສະໝີ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຕື່ມອີກ.

