
ເພື່ອເຮັດໃຫ້ຜູຊົງຄຸນວຸດທິບັນດາເຜົ່າມີຄວາມຮັບຮູ້, ເຂົ້າໃຈກ່ຽວກັບການເສີມຂະຫຍາຍມູນເຊື້ອອັນດີງາມ, ຄວາມມັກຄີເປັນປຶກແຜນ ແລະ ຄວາມສະເໝີພາບຂອງປະຊາຊົນບັນດາເຜົ່າ, ທັງເປັນການຍົກສູງບົດບາດ, ໜ້າທີ່ຂອງຜູ້ຊົງຄຸນວຸດທິບັນດາເຜົ່າ ແລະ ເພື່ອເປັນການປັງປຸງຫຼັກໝັ້ນຂອງຜູ້ຊົງຄຸນວຸດທີໃຫ້ມີຄວາມໜັກແໜ້ນ; ເຂັ້ມແຂງ ເປັນເຈົ້າການນໍາເອົາແນວທາງແຜນນະໂຍບາຍຂອງພັກ-ລັດ ໄປສຶກສາອົບຮົມໃຫ້ປະຊາຊົນຊັ້ນຄົນມີຄວາມຮັບຮູ້, ເຂົ້າໃຈ ຢ່າງເລິກເຊິ່ງ ແລະ ພ້ອມກັນປະຕິ ບັດໃຫ້ປະກົດຜົນເປັນຈິງ, ໃນວັນທີ 3 ກໍລະກົດ 2026 ທີ່ຜ່ານມາ ຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ສົມທົບກັບກົມອົບຮົມຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຕັ້ງອົບຮົມການເມືອງ-ແນວຄິດໃຫ້ຜູ້ຊົງຄຸນວຸດທິບັນດາຊົນເຜົ່າຂຶ້ນ ຢູ່ທີ່ສະໂມສອນເມືອງສະໝ້ວຍແຂວງສາລະວັນ ໂດຍການເຂົ້າຮ່ວມເປັນປະ ທານກ່າວເປີດ-ປິດ ຂອງສະຫາຍ ມະໄລວອນ ສີປະເສີດ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະ ນາອົບຮົມແຂວງສາລະວັນ, ມີສະຫາຍ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ ຫົວໜ້າກົມອົບ ຮົມ ຄະນະໂຄສະນາອົບຮົມສູນກາງພັກ, ມີບຸນເນື້ອ ຫຼອງຄໍາໄຕ ກໍາມະການພັກແຂວງ ເລຂາຄະນະບໍລິ ຫານງານພັກເມືອງ ພ້ອມດ້ວຍສະຫາຍ ຄໍາຈຸງ ດວນທະວີຈິນ ກໍາມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງສະໝ້ວຍ ແລະ ນັກອົບຮົມເຂົ້າຮ່ວມ.

ຊຸດອົບຮົມ ມີຜູ້ເຂົ້າຮ່ວມທັງໝົດ 44 ຄົນ, ຍິງ 4 ຄົນ ຊຶ່ງມາຈາກ 4 ບ້ານ ແລະ ພະນັກງານຂັ້ນຕາແສງເຂົ້າຮ່ວມຈໍານວນໜຶ່ງ. ການຈັດຕັ້ງອົບຮົມໃນຄັ້ງນີ້ໄດ້ນໍາໃຊ້ເອກະສານອົບຮົມການເມືອງ-ແນວຄິດ ໃຫ້ຜູຊົງຄຸນວຸດທິບັນດາເຜົ່າ ຊຶ່ງປະກອບມີ 3 ບົດ ຄື: ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ແລະ ຄວາມສະເໝີພາບຂອງປະຊາຊົນລາວບັນດາເຜົ່າ ຢູ່ ສປປ ລາວ ໃນໄລຍະໃໝ່, ບົດບາດຂອງຜູ້ຊົງຄຸນວຸດທິບັນດາຊົນເຜົ່າ ແລະ ໜ້າທີ່ຂອງຜູ້ຊົງຄຸນວຸດທິບັນດາຊົນເຜົ່າ. ໃນຕອນທ້າຍຂອງການຈັດຕັ້ງອົບ ຮົມຍັງໄດ້ຮັບການໂອ້ລົມຈາກສະຫາຍ ມະໄລວອນ ສີປະເສີດ ກໍາມະການພັກແຂວງ ຫົວໜ້າຄະ ນະໂຄສະນາອົບຮົມແຂວງຕື່ມອີກ.

