
ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໃຫ້ການຕ້ອນຮັບ ແລະ ອວຍພອນຜົນສຳເລັດກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I
ໃນຕອນບ່າຍຂອງວັນທີ 15 ກໍລະກົດ 2026, ຄະນະນໍາ ຫ້ອງວ່າການສຳນັກງານປະທານປະເທດ ນໍາໂດຍ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ເລຂາຄະນະບໍລິຫານງານພັກ, ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະກັບ ທ່ານ ປອ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ທີ່ຫ້ອງຮັບແຂກ ຄະນະໂຄສະນາອົບຮົມສູນກາງພັກ.

ໃນການເຂົ້າພົບປະ ຄະນະນໍາ ຄອສພ ຄັ້ງນີ້: ນາງ ຟອງສະໝຸດ ອັ່ນລາວັນ ເລຂາຄະນະບໍລິຫານງານພັກ, ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນຕໍ່ຜົນສຳເລັດຂອງກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ທີ່ຫາກໍ່ສຳເລັດໃນຕອນເຊົ້າຂອງວັນທີ15 ກໍລະກົດ 2026 ນີ້ ພ້ອມທັງສະແດງຄວາມອວຍພອນໃນໂອກາດ ວັນສື່ມວນຊົນ ແລະ ການພິມຈຳໜ່າຍແຫ່ງຊາດ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026) ທີ່ໃກ້ຈະມາຮອດນີ້.

ໂອກາດດັ່ງກ່າວ ທ່ານ ປອ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງ ຕໍ່ການມາຢ້ຽມຢາມ ພົບປະຂອງ ຄະນະນໍາ ຫ້ອງວ່າການສຳນັກງານປະທານປະເທດ ຄັ້ງນີ້; ທ່ານຍັງໄດ້ກ່າວຕື່ມວ່າ ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ຖືເປັນເຫດການທີ່ມີຄວາມສຳຄັນທາງປະຫວັດສາດຂອງຂົງເຂດສື່ມວນຊົນລາວ ເນື່ອງຈາກເປັນຄັ້ງທຳອິດທີ່ໄດ້ຮັບການຈັດຕັ້ງຂຶ້ນຢ່າງເປັນທາງການ ພາຍໃຕ້ການຊີ້ນຳຢ່າງໃກ້ສິດຈາກກົມການເມືອງສູນກາງພັກ, ແນໃສ່ສ້າງການຫັນປ່ຽນຢ່າງແຂງແຮງ ຮອບດ້ານໃນຂົງເຂດສື່ມວນຊົນ ເພີ່ມທະວີບົດບາດການນໍາພາຂອງພັກ ຕໍ່ວຽກງານສື່ມວນຊົນ; ຍົກສູງຈັນຍາບັນຂອງສື່ມວນຊົນ ແລະ ການເຊື່ອມຊຶມນິຕິກຳ ແລະ ກົດໝາຍກ່ຽວຂ້ອງກັບວຽກງານສື່ມວນຊົນ ທັງນີ້ກໍເພື່ອຊຸກຍູ້ໃຫ້ສື່ມວນຊົນປະຕິບັດຕາມບົດບາດ 4ລັກສະນະຄື: ລັກສະນະຕົວຈິງ, ລັກສະນະສຶກສາອົບຮົມ, ລັກສະນະແນະນຳ ແລະ ລັກສະນະຕໍ່ສູ້.

