
ກອງປະຊຸມປະກອບຄໍາເຫັນໃສ່ຮ່າງມະຕິຂອງຄະນະບໍລິຫານງານສູນກາງພັກ, ສະໄໝທີ XII ວ່າດ້ວຍນະໂຍບາຍສົ່ງເສີມ, ບໍາລຸງສ້າງ, ຄຸ້ມຄອງ ແລະ ນໍາໃຊ້ຖັນແຖວປັນຍາຊົນທີ່ມີຄຸນນະພາບໃນເງື່ອນໄຂໃໝ່
ປະຕິບັດຕາມເນື້ອໃນຈິດໃຈແຈ້ງການຂອງຂອງຫ້ອງວ່າການສູນກາງພັກ, ສະບັບເລກທີ 45/ຫສພ, ລົງວັນທີ 20 ເມສາ 2026 ແລະແຜນການຄົ້ນຄວ້າ ແລະຮັບຮອງ ຮ່າງມະຕິ ຂອງຄະນະບໍລິຫານງານສູນກາງພັກ, ສະໄໝທີ XII, ສະບັບເລກທີ 22/ຫສພ, ລົງວັນທີ 1 ເມສາ 2026 ໃຫ້ຮັບປະກັນສໍາເລັດທັນຕາມກໍານົດເວລາທີ່ວາງໄວ້.
ໃນຕອນເຊົ້າວັນທີ 16 ກໍລະກົດ 2026 ເວລາ 08:30 ໂມງ, ສະພາທິດສະດີສູນກາງພັກ, ໄດ້ຈັດກອງປະຊຸມຄະນະປະຈໍາສະພາທິດສະດີສູນກາງພັກ ຮ່ວມກັບຄະນະຈັດຕັ້ງສູນກາງພັກ, ທີ່ຫ້ອງປະຊຸມໃຫຍ່ຊັ້ນ II (ຫຼັກ 6) ຂອງສໍານັກງານສະພາທິດສະດີສູນກາງພັກ. ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ.
ເຂົ້າຮ່ວມກອງປະຊຸມປະກອບດ້ວຍຄະນະປະຈໍາຂອງສະພາທິດສະດີສູນກາງພັກ, ຄະນະຮັບຜິດຊອບຮ່າງມິຕິຂອງຄະນະຈັດຕັ້ງສູນກາງພັກ; ພ້ອມດ້ວຍພະນັກງານຂອງຫ້ອງການສະພາທິດສະດີສູນກາງພັກ. ຈຸດປະສົງຂອງການດໍາເນີນກອງປະຊຸມໃນຄັ້ງນີ້ເພື່ອຄົ້ນຄວ້າດຶງດູດ, ບໍາລຸງສ້າງ, ນໍາໃຊ້ ແລະ ຍ້ອງຍໍຜູ້ມີຄວາມຮູ້ຄວາມສາມາດ; ເພື່ອຊອກຫາທິດທາງ ແລະ ມາດຕະການສຳຄັນ ໃນການສົ່ງເສີມ, ບໍາລຸງສ້າງ, ຄຸ້ມຄອງ ແລະ ນໍາໃຊ້ຖັນແຖວປັນຍາຊົນທີ່ມີຄຸນນະພາບ ໃຫ້ສອດຄ່ອງກັບການພັດທະນາປະເທດໃນໄລຍະໃໝ່.
ກອງປະຊຸມໄດ້ໄຂຂຶ້ນພາຍໃຕ້ບັນຍາກາດແຫ່ງຄວາມຮັບຜິດຊອບສູງ, ເຊິ່ງຜູ້ຕາງໜ້າຄະນະຮັບຜິດຊອບກະກຽມຮ່າງມະຕິຂອງຄະນະຈັດຕັ້ງສູນກາງພັກໄດ້ນໍາສະເໜີເນື້ອໃນສໍາຄັນຂອງຮ່າງມະຕິ ໂດຍໄດ້ຊີ້ແຈງຈຸດປະສົງ, ຄວາມຈໍາເປັນ, ພື້ນຖານທາງທິດສະດີ ແລະພຶດຕິກໍາ, ພ້ອມທັງທິດທາງ ແລະມາດຕະການສໍາຄັນໃນການສົ່ງເສີມ, ບໍາລຸງສ້າງ, ຄຸ້ມຄອງ ແລະນໍາໃຊ້ຖັນແຖວປັນຍາຊົນທີ່ມີຄຸນນະພາບ ໃຫ້ສອດຄ່ອງກັບການພັດທະນາປະເທດໃນໄລຍະໃໝ່.
ບັນດາຜູ້ເຂົ້າຮ່ວມໄດ້ປະກອບຄໍາເຫັນຢ່າງກວ້າງຂວາງ ແລະ ມີເນື້ອໃນເລິກເຊິ່ງ ໂດຍສຸມໃສ່ການກໍານົດແນວຄິດ, ຈຸດປະສົງ, ຂອບເຂດຂອງປັນຍາຊົນທີ່ມີຄຸນນະພາບ, ກົນໄກການຄົ້ນຄວ້າ, ດຶງດູດ, ບໍາລຸງສ້າງ, ນໍາໃຊ້ ແລະຍ້ອງຍໍຜູ້ມີຄວາມຮູ້, ຄວາມສາມາດ ພ້ອມທັງສະເໜີໃຫ້ມີການກໍານົດນະໂຍບາຍທີ່ເປັນຮູບປະທໍາ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ.
ບັນດາຄໍາເຫັນຂອງຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ເນັ້ນໜັກໃຫ້ຮ່າງມະຕິສືບຕໍ່ຍຶດໝັ້ນແນວທາງຂອງພັກ. ໃນການຖືເອົາຄົນເປັນໃຈກາງຂອງການພັດທະນາ, ສ້າງສະພາບແວດລ້ອມ ແລະເງື່ອນໄຂທີ່ເອື້ອອໍານວຍໃຫ້ປັນຍາຊົນສາມາດພັດທະນາຕົນເອງຢ່າງຮອບດ້ານ ແລະ ປະກອບສ່ວນຕໍ່ການຄົ້ນຄວ້າວິທະຍາສາດ, ພັດທະນາເຕັກໂນໂລຊີ, ນະວັດຕະກໍາ ແລະການພັດທະ ນາເສດຖະກິດ-ສັງຄົມຂອງປະເທດ.
ໃນຕອນທ້າຍປະທານກອງປະຊຸຸມໄດ້ໄດ້ເນັ້ນໜັກວ່າຄໍາເຫັນທີ່ປະກອບມານັ້ນລ້ວນແຕ່ເປັນຂໍ້ຄິດເຫັນທີ່ສໍາຄັນ ແລະຈະປະກອບສ່ວນໃນການປັບປຸງຮ່າງມະຕິໃຫ້ສົມບູນຍິ່ງຂຶ້ນ, ກ່ອນຈະນໍາສະເໜີຕໍ່ຄະນະບໍລິຫານງານສູນກາງພັກ, ສະໄໝທີ XII ພິຈາລະນາຮັບຮອງຕາມຂັ້ນຕອນ. ຜົນສໍາເລັດຂອງກອງປະຊຸມໃນຄັ້ງນີ້ ຈະປະກອບສ່ວນສໍາຄັນໃນການຍົກສູງຄຸນນະພາບຂອງຮ່າງມະຕິ ແລະສ້າງພື້ນຖານໃຫ້ແກ່ການກໍານົດນະໂຍບາຍດ້ານການພັດທະນາປັນຍາຊົນຂອງປະເທດໃນໄລ ຍະໃໝ່, ເຊິ່ງກອງປະຊູມໃນຄັ້ງນີ້ໃຊ້ເວລາ 01 ຕອນ ແລະ ສໍາເລັດດ້ວຍບັນຍາກາດທີ່ຟົດຟື້ນ, ມີຄວາມຮັບຜິດຊອບສູງ ແລະ ປະສົບຜົນສໍາເລັດຢ່າງຈົບງາມ.
ແຫຼ່ງຂ່າວ: ພະແນກແຜນການ ແລະ ສັງລວມການຄົ້ນຄວ້າ (ຫ້ອງສະພາທິດສະດີສູນກາງພັກ)

