
ໃນຕອນເຊົ້າ ຂອງວັນທີ 28 ກໍລະກົດ 2026, ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດຊຸດຝຶກອົບຮົມ ຄວາມຮູ້ຟື້ນຖານກ່ຽວກັບການຜະລິດ ສາລະຄະດີ (ການຂຽນບົດ, ການຖ່າຍທໍາ ແລະ ຕັດຕໍ່) ຢູ່ທີ່ຫ້ອງປະຊຸມ ຄອສພ ໃຫ້ກຽດເຂົ້າຮ່ວມພິທີເປີດ ໂດຍ ທ່ານ ບົວໄລ ພານຸວົງ ຄະນະພັກ, ຫົວໜ້າກົມໂຄສະນາ, ມີທ່ານຫົວໜ້າກົມກວດກາ, ຜູ້ຕາງໜ້າຈາກກົມຈັດຕັ້ງ, ຫ້ອງການ, ກົມສື່ມວນຊົນ, ຄູ-ອາຈານຈາກ ໂທລະພາບແຫ່ງຊາດລາວ, ຂ່າວສານປະເທດລາວ, ມີນັກສໍາມະນາກອນຈາກກົມໂຄສະນາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ ຈໍານວນ 37 ທ່ານ, ຍິງ 14 ທ່ານ.
ໂດຍປະຕິບັດຕາມແຜນພັດທະນາວຽກງານ ຂອງກົມໂຄສະນາ ທີ່ໄດ້ຮັບຮອງເອົາໃນກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກ ກໍຄື ປະຕິບັດຕາມແຜນດໍາເນີນງານ ຂອງກົມໂຄສະນາ ປະຈໍາປີ 2026 ເວົ້າລວມ, ເວົ້າສະເພາະ ແມ່ນປະຕິບັດຕາມຂໍ້ຕົກລົງ ຂອງຄະນະໂຄສະນາອົບຮົມສູນກາງພັກສະບັບເລກທີ 207/ຄອສພ, ລົງວັນທີ 8 ມິຖຸນາ 2026 ວ່າດ້ວຍການອະນຸມັດໃຫ້ກົມໂຄສະນາ ເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານ ການຖ່າຍພາບນີ້ງ, ຖ່າຍວິດີໂອ,ຕັດຕໍ່ວີດີໂອ ແລະ ການຂຽນບົດສາລະຄະດີ ເພື່ອຮັບໃຊ້ເຂົ້າໃນວຽກງານໂຄສະນາແນວທາງແຜນນະໂຍບາຍ ຂອງພັກ, ລະບຽບກົດໝາຍ ຂອງລັດ ໃນຊຸມປີຕໍ່ໜ້າໃຫ້ມີຄວາມຫຼາກຫຼາຍສີສັນ ໃຫ້ແກ່ພະນັກງານພາຍໃນກົມໂຄສະນາ ແລະ ເພື່ອນຮ່ວມງານ.
ຈຸດປະສົງ ເພື່ອແນໃສ່ຍົກສູງຄວາມຮູ້ຟື້ນຖານທາງດ້ານທິດສະດີ ແລະ ເຕັກນິກກ່ຽວກັບການຖ່າຍພາບນີ້ງ, ການຖ່າຍວີດີໂອ ໃຫ້ແກ່ພະນັກງານກົມໂຄສະນາ ແລະ ເພື່ອນຮ່ວມງານ; ຍົກລະດັບຄວາມຮູ້ສາມາດເຂົ້າການຂຽນບົດ, ການສ້າງ ແລະ ການຕັດຕໍ່ ສາລະຄະດີ ທັງແບບສັັ້ນ ແລະ ແບບຍາວ ກ່ຽວກັບແນວທາງແຜນນະໂຍບາຍ ຂອງພັກ, ລະບຽບກົດໝາຍ ຂອງລັດ, ບົດຮຽນໃນການສ້າງເສດຖະ ກິດຄອບຄົວ ແລະ ສາລະຄະດີອື່ນໆ ຮັບໃຊ້ໃຫ້ແກ່ວຽກງານໂຄສະນາເຄື່ອນທີ່, ເຜີຍແຜ່ຜ່ານສື່ອອນລາຍຕ່າງໆ; ເພື່ອສ້າງການຫັນປ່ຽນຮູບແບບໃນການໂຄສະນາແນວທາງແຜນນະໂຍບາຍ ຂອງພັກ, ລະ ບຽບກົດໝາຍ ຂອງລັດ ກໍຄື ບັນດາມະຕິ-ຄໍາສັ່ງຕ່າງໆ ຂອງພັກ-ລັດວາງອອກ ໃຫ້ມີຫຼາຍສີສັນ, ຫຼາຍແຟດຟອມເປັນຕົ້ນແມ່ນ: Facebook, Youtube, Tiktok ເພືອໃຫ້ສາມາດເຂົ້າເຖິງເປົ້າ ໝາຍຕ່າງໆ ໃນສັງຄົມຢ່າງກວ້າງຂວາງ ແລະ ວ່ອງໄວ.
ທ່ານ ບົວໄລ ພານຸວົງ ຍັງໄດ້ກ່າວຢໍ້າວ່າ: ຮຽກຮ້ອງໃຫ້ນັກສໍາມະນາກອນທຸກທ່ານ ປະຕິບັດໂມງເວລາຂຶ້ນຫ້ອງຕາມວາລະ ທີ່ຄະນະຮັບຜິດຊອບວາງອອກ, ເອົາໃຈໃສ່ຖອດຖອນບົດຮຽນນໍາອາຈານໃຫ້ໄດ້ຫຼາຍທີ່ສຸດ ແລະ ເພື່ອນໍາມາໝູນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງ ໃຫ້ມີຄຸນນະພາບສູງ; ຊຸດຝຶກອົບຮົມຄັ້ງນີ້ ຈະໄດ້ດໍາເນີນໄປຈົນຮອດວັນທີ 31 ກໍລະກົດ 2026 ຈຶ່ງຈະປິດລົງ.
ຂ່າວ: ພັນແສງ; ພາບ: ຫວ່າງ




