ຄະນະຜູ້ແທນຈາກຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນປະຕິວັດລາວ ໄດ້ເຄື່ອນໄຫວພົບປະແລກປ່ຽນວຽກງານກັບຄະນະໂຄສະນາສຶກ ສາ ແລະ ຂົນຂວາຍປະຊາຊົນ ແຂວງນິງບິງ ສສ.ຫວຽດນາມ


ຄະນະຜູ້ແທນຈາກຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນປະຕິວັດລາວ ໄດ້ເຄື່ອນໄຫວພົບປະແລກປ່ຽນວຽກງານກັບຄະນະໂຄສະນາສຶກ ສາ ແລະ ຂົນຂວາຍປະຊາຊົນ ແຂວງນິງບິງ ສສ.ຫວຽດນາມ ເຊິ່ງຈັດຂຶ້ນໃນວັນທີ 5 ສິງຫາ 2026 ທີ່ຫ້ອງປະຊຸມ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງນິງບິ່ງ ໂດຍການນຳພາຝ່າຍລາວແມ່ນທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄອສພ ພ້ອມຄະນະທີ່ກ່ຽວ ຂ້ອງ ແລະ ຝ່າຍຫວຽດນາມແມ່ນ ທ່ານ ຫງຽນດຶກຕ່ວນ ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍ ປະຊາຊົນ ແຂວງນິງບິງ ພ້ອມພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ຈຸດປະສົງຂອງການພົບປະຄັ້ງນີ້ແມ່ນເພື່ອແລກປ່ຽນບົດຮຽນການເຄື່ອນໄຫວວຽກງານຂອງສອງຝ່າຍຮັບຜິດຊອບ ໂດຍສະເພາະການນໍາພາ, ຊີ້ ນຳວຽກງານສື່ມວນຊົນ ແລະ ການຄຸ້ມຄອງສື່ມວນຊົນ. ໃນກອງປະຊຸມທັງສອງຝ່າຍໄດ້ແລກປ່ຽນຄຳຄິດຄຳເຫັນວຽກງານ ເຊິ່ງກັນ ແລະ ກັນ ຢ່າງເລິກເຊິ່ງ, ອົບອຸ່ນ ບົນພື້ນຖານຄວາມສາມັກຄີ, ຮັກແພງ ມີບັນຍາກາດ, ໃນນັ້ນກອງປະຊຸມໄດ້ຮັບຟັງການແກ້ໄຂບັນຫາປະກົດການຫຍໍ້ທໍ້ ກໍຄືບັນດາຂ່າວປອມ, ຂ່າວບິດເບື່ອນຜ່ານສື່ສັງຄົມອອນລາຍ ຢູ່ແຂວງນິງບິງ ແລະ ພັນທະການຕອບສະໜອງຂໍ້ມູນໃຫ້ແກ່ສື່ມວນຊົນທາງການຂອງພາກສ່ວນຕ່າງໆ ທັງອົງການພາກລັດ, ເອກະຊົນ ແລະ ສັງຄົມ ໃນແຕ່ລະໄລຍະ ເພື່ອເຮັດໃຫ້ສັງຄົມໄດ້ຮັບຂໍ້ມູນຂ່າວສານທີ່ເປັນຄວາມຈິງ, ວ່ອງໄວ ແລະ ທັນການ.

#ກົມສື່ມວນຊົນ ຄອສພ
#ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງນິງບິງ ສສ.ຫວຽດນາມ