ສຳເລັດ ຝຶກອົບຮົມບໍາລຸງຍົກລະດັບທິດສະດີການເມືອງ-ແນວທາງຂອງພັກ ໃຫ້ສະມາຊິກພັກ ສູນກາງສະຫະພັນແມ່ຍິງລາວ ຊຸດທີ I

ໃນວັນທີ 25 ກັນຍາ 2026 ທີ່ຜ່ານມາ ສູນກາງສະຫະພັນແມ່ຍິງລາວໄດ້ຈັດພິທີປິດ ຊຸດຝຶກອົບຮົມບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ສະມາຊິກພັກ ຊຸດທີ I ຂຶ້ນ ທີ່ສູນກາງສະຫະພັນແມ່ຍິງລາວ; ໂດຍການເຂົ້າຮ່ວມຂອງ ສະຫາຍ ສາຄອນ ພົມມະລາດ ກໍາມະການປະຈໍາພັກ, ຮອງຫົວໜ້າ ຄະນະໂຄ ສະນາອົບຮົມສູນກາງພັກ; ສະຫາຍ ນາງ ທໍາມາ ເພັດວິໄຊ ຮອງເລຂາຄະນະພັກ, ຮອງປະທານຄະນະບໍລິຫານງານສູນກາງສະ ຫະພັນແມ່ຍິງລາວ, ມີບັນດາອາຈານຈາກຄະນະໂຄສະນາອົບຮົມສູນກາງພັກ, ຄະນະໜ່ວຍພັກ, ຄະນະກົມ, ສະ ມາຊິກພັກ ຈາກບັນດາກົງຈັກຊ່ວຍວຽກສູນກາງສະຫະພັນແມ່ຍິງລາວເຂົ້າຮ່ວມຢ່າງພ້ອມພຽງ.


ການຈັດຕັ້ງຝຶກອົບຮົມໃນຄັ້ງນີ້ ໄດ້ດຳເນີນນັບແຕ່ວັນ 14-25 ກັນຍາ 2026, ມີນັກສໍາມະນາກອນ ທັງໝົດ 40 ສະຫາຍ, ຍິງ 35 ສະຫາຍ, ຊາຍ 5 ສະຫາຍ; ຫຼັກສູດການຝຶກອົບຮົມມີເນື້ອໃນທັງໜົດ 14 ບົດ ກວມເອົາທິດສະດີ ແລະ ແນວທາງທີ່ສໍາຄັນຂອງພັກ. ຜ່ານການຈັດຕັ້ງປະຕິບັດຊຸດຝຶກອົບຮົມຄັ້ງນີ້ ເຮັດໃຫ້ສໍາມະນາກອນທີ່ເຂົ້າຮ່ວມ ມີຄວາມຮັບຮູ້, ເຂົ້າໃຈກ່ຽວກັບທິດສະດີມາກ-ເລນິນ, ເຊື່ອມຊຶມແນວທາງ ແລະ ແຜນນະໂຍ ບາຍຂອງພັກເພີ່ມຂຶ້ນຢ່າງຮອບດ້ານ; ໄດ້ຮັບການປັບປຸງຄຸນທາດການເມືອງ, ທັດສະນະຫຼັກໝັ້ນຊົນຊັ້ນ, ຄຸນ ສົມບັດສິນທໍາປະຕິວັດ ແລະ ເພີ່ມພູນຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກໃນເງື່ອນໄຂໃໝ່; ພ້ອມກັນນັ້ນຍັງໄດ້ສ້າງການແລກປ່ຽນຄວາມຮູ້ ແລະ ຄວາມສາມັກຄີເປັນເອກະພາບ ລະຫວ່າງສະມາຊິກພັກ ພາຍໃນບັນດາກົງ ຈັກຊ່ວຍວຽກຂອງ ສູນກາງສະຫະພັນແມ່ຍິງລາວດ້ວຍກັນ. ຈາກນັ້ນ, ສະຫາຍ ສາຄອນ ພົມມະລາດ ໄດ້ມອບໃບຢັ້ງຢືນໃຫ້ສຳມະນາກອນທີ່ສຳເລັດການຝຶກອົບຮົມໃນຄັ້ງນີ້.
ໂອກາດທີ່ມີຄວາມໝາຍສໍາຄັນນີ້, ສະຫາຍ ສາຄອນ ພົມມະລາດ ແລະ ສະຫາຍ ນາງ ທໍາມາ ເພັດວິໄຊ ຍັງໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມ ສືບຕໍ່ຄົ້ນຄວ້າບົດຮຽນໃຫ້ເລິກເຊິ່ງ ພ້ອມທັງນໍາໄປໝູນໃຊ້ເຂົ້າໃນວຽກງານ ແລະ ການດຳລົງຊີວິດຕົວຈິງໃຫ້ເກີດປະໂຫຍດສູງສຸດ.


ພາບ-ຂ່າວ: ພະແນກອົບຮົມພະນັກງານ, ສະມາຊິກພັກ.