ສຳເລັດຊຸດຝຶກອົບຮົມຄູການເມືອງ ແລະ ວຽກງານໂຄສະນາອົບຮົມ ຂອງພັກປະຊາຊົນປະຕິວັດລາວ ປະຈຳປີ 2026

ໃນວັນທີ 23 ກັນຍາ 2026 ຜ່ານມາ ທີ່ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ, ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໄດ້ຈັດພິທີປິດຊຸດບຳລຸງຄູການເມືອງ ແລະ ວຽກງານໂຄສະນາອົບຮົມຂຶ້ນຢ່າງເປັນທາງການ, ໂດຍມີ ສະຫາຍ ຫງວຽນ ຢຸຍ ບັກ ຮອງຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ, ມີສະຫາຍ ອິນທະວົງ ມະນີທອງ ທີ່ປຶກສາຝ່າຍສຶກສາ-ວັດທະນະທຳ, ສະຖານທູດ ສປປ ລາວ ປະຈຳ ສສ ຫວຽດນາມ, ມີຕາງໜ້າຈາກຄະນະຈັດຕັ້ງສູນກາງພັກຫວຽດນາມ, ກະຊວງການຕ່າງປະເທດ ແລະ ອາຈານພາຍໃນສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ; ພ້ອມດ້ວຍສຳມະນາກອນຈໍານວນ 40 ສະຫາຍ ເຂົ້າຮ່ວມ.
ຊຸດຝຶກອົບຮົມຄັ້ງນີ້ໄດ້ດໍາເນີນມາແຕ່ວັນທີ 6 ສິງຫາ – 22 ກັນຍາ 2026, ມີນັກສໍາມະນາກອນທັງໝົດ 40 ສະຫາຍ ຍິງ 17 ສະຫາຍ (ຄູການເມືອງ 20 ສະຫາຍ, ຍິງ 10 ສະຫາຍ; ວຽກງານໂຄສະນາອົບຮົມ 20 ສະຫາຍ, ຍິງ 7 ສະຫາຍ) ການຝຶກອົບຮົມໃນຄັ້ງນີ້, ນັກສຳມະນາກອນໄດ້ມີຄວາມເຂົ້າໃຈຕໍ່ທິດສະດີ ແລະ ບົດຮຽນພຶດຕິກໍາກ່ຽວກັບວຽກງານຄູການເມືອງ ແລະ ວຽກງານໂຄສະນາຂອງຫວຽດນາມເປັນຢ່າງດີ. ບັນດາອາຈານທີ່ຂຶ້ນຫ້ອງໄດ້ຖ່າຍທອດຄວາມຮູ້, ບົດຮຽນ, ປະສົບການ, ເອົາຂໍ້ມູນໃໝ່ໆ, ຍົກເອົາບັນດາບັນຫາຕົວຈິງທີ່ເກີດຂຶ້ນຢູ່ໃນໂລກ ໂດຍສະເພາະບົດຮຽນຂອງຫວຽດນາມ, ທັງມີການແລກປ່ຽນ, ສົນທະນາຢູ່ໃນຫ້ອງຮຽນ ແລະ ໝູນໃຊ້ທິດສະດີເຂົ້າໃນພຶດຕິກໍາຕົວຈິງ ຢ່າງເໝາະສົມ; ນັກສໍາມະນາກອນໄດ້ຕັ້ງໜ້າເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ, ຮັບຟັງການບັນຍາຍ ສົມທົບກັບການຄົ້ນຄວ້າເອກະສານ, ຕໍາລາ ແລະ ຄົ້ນຄວ້າຮໍ່າຮຽນດ້ວຍຕົນເອງ. ບັນດາຄວາມຮູ້ ແລະ ບົດຮຽນອັນປະເສີດ ທີ່ໄດ້ຮັບໃນຄັ້ງນີ້ ຈະເປັນທຶນຮອນທີ່ສໍາຄັນ ເພື່ອນໍາໄປໝູນໃຊ້, ປັບປຸງ, ພັດທະນາ, ສ້າງການຫັນປ່ຽນໄປສູ່ຄຸນນະພາບສູງຂຶ້ນກວ່າເກົ່າ, ທັງເປັນການເສີມສ້າງ, ປົກປັກຮັກສາ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.


ຂ່າວ: ອະລຸນໃໝ່