
ຕອນເຊົ້າວັນທີ 26 ຕຸລາ 2026, ຄະນະຜູ້ແທນລາວສື່ມວນຊົນລາວ ນໍາໂດຍ ສະຫາຍ ສົມສັກ ສະກຸນຄຳ ຮອງຫົວໜ້າກົມສື່ມວນຊົນ ໄດ້ພົບ ປະ ແລະ ເຮັດວຽກກັບ ພະແນກວັດທະນະທຳ ແລະ ກິລາ, ໜັງສືພີມຕວຍແຈ, ວິທະຍຸ, ໂທລະພາບ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ນະຄອນ ຫລວງໂຮຈີມິ່ນ ເຊິ່ງນໍາໂດຍສະຫາຍ ເລ ວັນ ທາຍ ຮອງຫົວໜ້າພະແນກວັດທະນະທຳ ແລະ ກິລາ ນະຄອນໂຮ່ຈິມິງ, ທັງສອງຝ່າຍ ໄດ້ແລກບົດຮຽນກ່ຽວກັບການຄຸ້ມຄອງຂໍ້ມູນຂ່າວສານໃນສະພາບການຫັນເປັນດີຈີຕ໋ອນເຊິ່ງເປັນການນິຍົມຫລາຍໃນສື່ສັງຄົມອອນລາຍໃນຍຸກປະຈຸ ບັນ, ການນໍາໃຊ້ປັນຍາປະດິດເຂົ້າໃນວຽກງານສື່ມວນຊົນ.

ຕອນບ່າຍວັນດຽວກັນ, ຄະນະໄປຢ້ຽມຢາມ ແລະ ເຮັດວຽກ ກັບໝັງສືພິມ ໄຊງ່ອນຢ໋າຍຟ໋ອງ ຊຶ່ງນໍາໂດຍ ສະຫາຍ ຫງຽນ ຄັກ ວັນ(Nguyen Khac Van) ຮອງຜູ້ອໍານວຍການ ອົງການໜັງສືພີມ, ວິທະຍຸ ແລະ ໂທລະພາບ, ຫົວໜ້າບັນນາທິການ ໜັງສືພີມໄຊ່ງ່ອນ ຢາຍຟ໋ອງ ນະຄອນໂຮ່ຈິມິງ, ໃນໂອກາດພົບປະຄັ້ງນີ້ຄະນະໄດ້ຮັບຟັງປະຫັວດຄວາມເປັນມາ, ການພັດທະນາແຕ່ລະໄລຍະຂອງໜັງສືພິມໄຊງ່ອນ ຢ໋າຍຟ໋ອງ ທີ່ເປັນກະບອກສຽງຂອງປະເທດຊາດຫວຽດນາມຕລອດມາ ຊຶ່ງມີຜະລິດຕະພັນຈຳໜ່າຍເປັນລາຍວັນ 100,000 ສະບັບຕໍ່ວັນ ພ້ອມນີ້ ຍັງຜະລິດເປັນລາຍອາທິດ, ລາຍເດືອນ, ຜະລິດອອກຜ່ານສື່ ອອນລາຍ ແລະ ອອກຜ່ານເວັບໄຊ້ຂອງຕົນເອງຕື່ມອີກ ເພື່ອຕອບສະໜອງໃຫ້ຜູ້ບໍລິໂພກຂ່າວໄດ້ຮັບຮູ້ຂໍ້ມູນຂ່າວສານທີ່ຖືກຕ້ອງທັນເຫດການອີກດ້ວຍ.


ແຫຼ່ງຂ່າວຈາກ: ຂປລ.
