
ໃນຕອນເຊົ້າ ຂອງວັນທີ 29 ເດືອນຕຸລາ 2026 ສູນກາງສະຫະພັນກໍາມະບານລາວ ສົມທົບກັບຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປິດຊຸດອົບຮົມບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ແກ່ພະນັກງານພາຍໃນສູນກາງສະຫະພັນກໍາມະບານລາວ ພາຍໃຕ້ການເປັນປະທານຮ່ວມ ແລະ ປິດພິທີ ຂອງສະຫາຍ ວັນສີ ກົວມົວ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຫາຍ ວິໄລ ວົງຂະເສີມ ຮອງເລຂາຄະນະພັກ ຮອງປະທານສູນກາງສະຫະພັນກໍາມະບານລາວ ເຂົ້າຮ່ວມມີບັນດາຕາງໜ້າກົມຈາກສູນກາງສະຫະພັນກໍາມະບານລາວ ແລະ ຫົວໜ້າກົມອົບຮົມ, ຫົວໜ້າພະເແນກອົບຮົມພະນັກງານ ແລະ ສະມາຊິກພັກ (ກອຮ) ຈາກຄະນະໂຄສະນາອົບຮົມສູນກາງພັກ, ຄະນະຮັບ ຜິດຊອບຊຸດຝຶກອົບຮົບ ແລະ ນັກຝຶກອົບຮົມທັງໝົດ 46 ສະຫາຍ, ຍິງ 28 ສະຫາຍ.

ໃນພິທີ ສະຫາຍ ນາງ ອາລຸນແສງ ວິຈິດວົງສາ ຫົວໜ້າກົມໂຄສະນາອົບ (ສກລ) ໄດ້ຂຶ້ນຜ່ານບົດສະຫຼຸບຜົນການບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ເຊິ່ງທ່ານ ໄດ້ຍົກໃຫ້ເຫັນສະພາບລວມການຈັດຕັ້ງປະຕິບັດການຮຽນ-ການສອນ ໃນໄລຍະ 7 ວັນຜ່ານມາ, ຕີລາຄາປະເມີນຜົນໄດ້ຮັບຂອງຜູ້ເຂົ້າຮ່ວມຝຶກຮົບຮົມ ເນື້ອໃນ, ດ້ານດີ-ດ້ານອ່ອນ ແລະ ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ໃນສະເພາະໜ້າ ແລະ ບົດຮຽນທີ່ຖອດຖອນໄດ້.
ພິທີປິດຊຸດບໍາລຸງຍົກລະດັບທິດສະດີ-ການເມືອງ ໃນຄັ້ງນີ້ ໄດ້ໃຫ້ກຽດມອບໃບຢັ້ງຢືນ ໂດຍ ສະຫາຍ ວັນສີ ກົວມົວ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມນັ້ນ, ທ່ານຍັງໄດ້ມີຄໍາເຫັນໂອ້ລົມຕໍ່ບັນນັກສໍາມະນາກອນ ເຊິ່ງກ່ອນອື່ນໝົດ ທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ແລະ ຕີລາຄາຕໍ່ຜົນສໍາເລັດ ຕະຫຼອດໄລຍະການຄົ້ນຄວ້າຮໍ່າຮຽນ ຕັ້ງແຕ່ວັນທີ 19 ຫາ 29 ຕຸລາ 2026 ນີ້ ແລະ ຍັງໄດ້ເນັ້ນໜັກບາງທິດທາງທີ່ສໍາຄັນ ດັ່ງນີ້:
ໜຶ່ງ: ສືບຕໍ່ຄົ້ນຄວ້າ, ກຳແໜ້ນ ແລະ ເຊື່ອມຊຶມ ເນື້ອໃນບົດຮຽນ ທີ່ໄດ້ຮໍ່າຮຽນມາຢ່າງເລິກເຊິ່ງ; ເພື່ອນຳໄປຈັດຕັ້ງຜັນຂະຫຍາຍ ເປັນແຜນງານ, ໂຄງການຕົວຈິງ ຢູ່ກົມກອງຂອງຕົນ, ເຮັດໃຫ້ການປະຕິບັດໜ້າທີ່ ເປັນເສນາທິການໃຫ້ຄະນະພັກ ກໍຄື ການປະຕິບັດໜ້າທີ່ການເມືອງ ໄດ້ຮັບຜົນດີກວ່າເກົ່າ. ສອງ: ເປັນເຈົ້າການຕິດຕາມ ແລະ ກຳແໜ້ນສະ ພາບແນວຄິດ, ທ່າອ່ຽງຫາງສຽງສັງຄົມຂອງພະນັກງານ, ສະມາຊິກກຳມະບານ ແລະ ຜູ້ອອກແຮງງານ ຢ່າງເປັນປົກກະຕິ; ເພື່ອຄົ້ນຄວ້າວິທີຕອບແກ້, ອະທິບາຍຊີ້ແຈງ ຢ່າງມີເຫດມີຜົນ, ທັນເວລາ ແລະ ຖືກຕ້ອງຕາມແນວທາງຂອງພັກ, ລະ ບຽບກົດໝາຍຂອງລັດ. ສາມ: ເປັນແບບຢ່າງ ໃນການສ້າງຂະບວນການດ້ານຕ່າງໆ, ເພື່ອສູ້ຊົນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ແລະ ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ ສູນກາງສະຫະພັນກຳມະບານລາວ ໃຫ້ປະກົດຜົນເປັນຈິງ. ສີ່: ເປັນເຈົ້າການປັບປຸງແບບແຜນວິທີເຮັດວຽກ ແລະ ຍົກສູງຄຸນນະພາບຂອງວຽກງານ ໂດຍຫັນທິດທາງແຜນການ ຂອງຄະນະພັກແຕ່ລະຂັ້ນ ໃຫ້ເປັນໂຄງການລະ ອຽດ, ແທດເໝາະກັບສະພາບຄວາມເປັນຈິງ ຂອງແຕ່ລະໄລຍະ ແລະ ຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ. ຫ້າ: ຕ້ອງຝຶກຝົນຫຼໍ່ຫຼອມ ແລະ ປັບປຸງຕົນເອງໃຫ້ດີຂຶ້ນກວ່າເກົ່າ; ທັງດ້ານວິທີຄິດ, ການເບິ່ງບັນຫາ ແລະ ການແກ້ໄຂບັນຫາ; ເປັນແບບຢ່າງອັນດີງາມ ໃນການຮັກສາຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ຈັນຍາບັນ ໃຫ້ສົມກັບເປັນພະ ນັກງານ, ສະມາຊິກພັກ ຢູ່ສູນກາງສະຫະພັນກຳມະບານລາວ.
ໃນໂອກາດທີ່ມີຄວາມໝາຍສໍາຄັນດັ່ງກ່າວ ສະຫາຍ ວິໄລ ວົງຂະເສີມ ຮອງເລຂາຄະນະພັກ ຮອງປະທານສູນກາງສະຫະພັນກໍາມະບານລາວ ໄດ້ກ່າວປິດຊຸດອົບຮົມບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ແລະ ຍັງໄດ້ໂອ້ລົມຕໍ່ນັກສໍາມະນາກອນ ກໍຄື ໃຫ້ຜູ້ເຂົ້າຮ່ວມສືບຕໍ່ຄົ້ນຄວ້າບົດຮຽນໃຫ້ເລີກເຊິ່ງ ແລະ ນໍາໄປຈັດຕັ້ງຜັນຂະຫຍາຍ ໃຫ້ຖືກຕ້ອງສອດຄ່ອງກັບເງື່ອນໄຂຕົວຈິງ ແລະ ນໍາໄປໝຸນໃຊ້ເຂົ້າໃນການປະຕິບັດວຽກງານ ໃນຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນຕື່ມອີກ.

ພາບ-ຂາວ: ພະແນກອົບຮົມພະນັກງານ ແລະ ສະມາຊິກພັກ (ຄອສພ)
